ປະທານສູນກາງແນວລາວສ້າງຊາດເຂົ້າຢ້ຽມຂໍ່ານັບ ພະມະຫາກະສັດ ກຳປູເຈຍ

ວັນທີ 19 ຕຸລາ 2024 ຜ່ານມາ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ນຳໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດໄດ້ເຂົ້າຢ້ຽມຂໍ່ານັບພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງຣາຊະອານາຈັກກໍາປູເຈຍ ທີ່ພະລາດຊະວັງ.

ພະມະຫາກະສັດ ແຫ່ງຣາຊະອານາຈັກກໍາປູເຈຍ ໄດ້ສະແດງຄວາມຕ້ອນຮັບ ແລະຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້, ພ້ອມທັງສະແດງຄວາມປິຕິຊົມເຊີຍຕໍ່ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ແລະສູນກາງແນວລາວສ້າງຊາດ ທີ່ໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈສອງຝ່າຍຊຶ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ ແລະການຮ່ວມມື ລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສປປ ລາວ ກໍຄືປະຊາຊົນສອງປະເທດໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ໂອກາດດັ່ງກ່າວ,ປະທານສູນກາງແນວລາວສ້າງຊາດໄດ້ຕາງໜ້າຄະນະສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ຂອງພະບາດສົມເດັດ ພະບໍຣົມມະ ນຽດ ໂນໂຣດົມ ສີຫາໂມນີ ກໍຄື ລັດຖະບານ ແລະ ປະຊາຊົນກໍາປູເຈຍ, ທັງສ່ອງແສງເຖິງຄວາມຜູກພັນ, ຮັກແພງຂອງພະຣາດສະວົງກໍາປູເຈຍ ຕໍ່ ສປປ ລາວ. ພ້ອມນີ້, ທ່ານໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ມາຍັງພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ. ພ້ອມທັງໄດ້ຕີລາຄາສູງຕໍ່ພະບາດສົມເດັດ ໂນໂຣດົມ ສີຫານຸ ພະບິດາຂອງພະອົງ ແລະພະບາດສົມເດັດພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ທີ່ໄດ້ປະກອບ ສ່ວນອັນໃຫຍ່ຫລວງ ເຂົ້າໃນການເສີມຂະຫຍາຍສາຍພົວພັນສອງຝ່າຍ ກໍາປູເຈຍ-ລາວ, ຍ້ອນຄວາມເອົາໃຈໃສ່ຂອງທັງສອງພະອົງ ຈຶ່ງເຮັດໃຫ້ສອງປະເທດມີມິດຕະພາບ ແລະ ການພົວພັນທີ່ດູດດື່ມຕະຫລອດມາ, ທັງໄດ້ເພິ່ງພາອາໄສເຊິ່ງກັນ ແລະກັນສະເໝີມາ. ພ້ອມນີ້, ກໍໄດ້ລາຍງານໃຫ້ຊາບຫຍໍ້ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ແລະເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ຄັ້ງນີ້ຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ຈະເລີນງອກງາມ ແລະແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ຈິດຕະພົງ