ບຸນກະຖິນສາມັກຄີມິດຕະພາບພີ່ນ້ອງເຊື້ອຊາດລາວ ຢູ່ອົສຕາລີ ກັບຊາວນະຄອນຫຼວງວຽງຈັນ-ຄໍາມ່ວນ

ງານບຸນກະຖິນສາມັກຄີມິດຕະພາບພີ່ນ້ອງເຊື້ອຊາດລາວ ທີ່ອາໄສຢູ່ອົສຕາລີ ກັບຊາວນະຄອນຫຼວງວຽງຈັນ-ຄໍາມ່ວນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ຕຸລາ 2024 ທີ່ວັດພຣະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານພາຍໃນຂອງ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດຖະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ປະທານພາຍນອກ ທ່ານ ປ້າ ນາລີ ສີສຸລິດ ພັນທະຍາຂອງທ່ານປະທານປະເທດ ແຫ່ງ ສປປ ລາວ, ເຈົ້າພາບຝ່າຍອົສຕາລີ ພຣະອາຈານໃຫຍ່ ທອງສະຫວັນ ຈັນທາທິລາດ ພ້ອມຄະ ນະສົງ ຄະນະກຳມະການວັດພະຍອດແກ້ວ ຮ່ວມກັບ ທ່ານເອກ ອັກຄະລັດຖະທູດລາວ ປະຈຳອົສຕາລີ, ເຈົ້າພາບຝ່າຍລາວ ພຣະອາຈານ ບຸນເສີຍ ເພົາພາສິດ, ພຣະອາຈານ ພຸດທະສອນ ອ່ອນວົງສາ ພ້ອມດ້ວຍຄະນະ ອພສ ແຂວງຄຳມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ແລະມວນຊົນຊາວເມືອງທ່າແຂກ.

ການເຮັດກອງບຸນກະຖິນສາມັກຄີມິດຕະພາບຄັ້ງນີ້ ຕັ້ງຂຶ້ນໃນວັນທີ 19 ກັນຍາ 2024 ໄດ້ມີພິທີສູດປະຣິຕະມຸງຄຸນ ແລະ ຟັງທໍາມະເທດສະໜາ, ພິທີສູ່ຂວັນເຈົ້າພາບ. ໃນຕອນຄໍ່າ ໄດ້ມີການຄົບງັນຕາມຮີດຄອງປະເພນີ, ຮັບຊົມການສະແດງສິລະປະຂອງນ້ອງນ້ອຍເຍົາວະຊົນ ຈາກສູນສົ່ງເສີມວັດທະນະທຳແຂວງ ແລະ ບັນດາໂຮງຮຽນຕ່າງໆ ແລະ ຟັງໝໍລໍາ ຂອງຄະນະລໍາເລື່ອງທີ່ມາຈາກເມືອງໜອງບົກ. ຕອນເຊົ້າວັນທີ 20 ຕຸລາ ແມ່ນພິທີໃສ່ບາດພຣະສົງ, ຖວາຍທານຕ່າງໆ ແລະ ແຫ່ຜ້າມະຫາກະຖິນສາມັກຄີອ້ອມພຣະທາດສີໂຄດຕະບອງ 3 ຮອບ ແລ້ວຖວາຍຜ້າມະຫາກະຖິນ ນອກນີ້ ຍັງໄດ້ມີການຕໍ່ຍອດວັດຖຸປັດໄຈ ຈາກການຈັດຕັ້ງ, ບໍລິສັດ, ຫ້າງຮ້ານ ແລະ ພໍ່ແມ່ປະຊາຊົນທີ່ເຂົ້າຮ່ວມພາຍ ໃນງານບຸນ ເຊິ່ງລວມວັດຖຸປັດໄຈທີ່ຕໍ່ຍອດໄດ້ທັງໝົດຈຳນວນ 2.5 ຕື້ກວ່າກີບ.

ການທອດກະຖິນສາມັກຄີຄັ້ງນີ້ກໍ່ເພື່ອເປັນການລະດົມທຶນສິ່ງຂອງວັດຖຸປັດໄຈສົມທົບທຶນຮອນຖວາຍເຂົ້າໃນການປັບປຸງບູລະນະປະຕິສັງຂອນວັດພຣະທາດສີໂຄດຕະບອງ ເພື່ອເປັນບ່ອນສັກກາລະບູຊາຂອງຊາວພຸດທັງຫຼາຍ ພ້ອມນັ້ນກໍ່ເປັນການອະນຸລັກວັດທະທໍາ, ຮີດຄອງປະເພນີອັນດີງາມ ຂອງຊາວພຸດທະສາສະໜາ. ອີກດ້ານໜຶ່ງເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຂອງຊາວພີ່ນ້ອງເຊື້ອຊາດລາວທີ່ປະຈຳຢູ່ອົສຕາລີ, ຊາວນະຄອນຫຼວງວຽງຈັນ-ຄໍາມ່ວນ ໄດ້ມີໂອກາດມາເຮັດບຸນເຮັດທານຮ່ວມກັນ.