ນັກກີລາ U-16 ເບ ສະຫວັນ ເດີນທາງເຂົ້າຮ່ວມລາຍການຊີງແຊັມນາໆຊາດ ຢູ່ ສປ ຈີນ

ຄະນະນັກກີລາບານເຕະສະໂມສອນ ເບ ສະຫວັນ ເອັບຊີ ຮຸ່ນອາຍຸບໍ່ເກີນ 16 ປີ (U-16) ເດີນທາງໄປເຂົ້າຮ່ວມແຂ່ງຂັນເຕະບານເຍົາວະຊົນ ລາຍການ The 2024 Tianyu Liufang Cup ທີ່ຈະຈັດຂຶ້ນນະຄອນລີຈ່ຽງ ແຂວງຢຸນານ ສປ ຈີນ ວັນທີ 20-30 ຕຸລາ 2024 ໂດຍມີ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ປະທານ ສະໂມສອນ ເບ ສະຫວັນ ເອັບຊີ ພ້ອມດ້ວຍຄະນະຄູເຝິກ ແລະ ນັກກີລາ 20 ກວ່າຄົນ.

ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໃຫ້ສຳພາດໃນໂອກາດອອກເດີນທາງ ວັນທີ 20 ຕຸລາ 2024 ວ່າ: ການເດີນທາງເຂົ້າຮ່ວມແຂ່ງຂັນເຕະບານເຍົາວະຊົນລາຍການ The 2024 Tianyu Liufang Cup ຢູ່ນະຄອນລີຈ່ຽງ ເປັນຄັ້ງທຳອິດຂອງທີມເຮົາໃນຮຸ່ນອາຍຸບໍ່ເກີນ 16 ປີ ແລະ ເມື່ອກັບມາແລ້ວ ຈະເປີດສະໂມສອນ ເບ ສະຫວັນ ອາຄາເດມີ້ ໃນຮຸ່ນອາຍຸ 8 ປີຂຶ້ນໄປ ເປັນທາງການໃນເດືອນທັນວາ 2024 ການໄປຄັ້ງນີ້ຈະເປັນການໄປເກັບກ່ຽວເອົາປະສົບການ ແລະບົດຮຽນໃນການເຝິກແອບເຝິກຊ້ອມຈາກລາຍການລະດັບນາໆຊາດ ເພື່ອມາພັດທະນານັກກີລາລາວ ກໍຄື ລູກຫຼານຊາວນະຄອນຫຼວງວຽງຈັນ ປະກອບສ່ວນເຮັດໃຫ້ວົງການກີລາບານເຕະບ້ານເຮົາ ໃຫ້ພົ້ນເດັ່ນຂຶ້ນກວ່າເກົ່າ ສະໂມສອນ ເບ ສະຫວັນ ຈະເດັ່ນໃນວົງການກີລາຟຸດຊໍ ປັດ ຈຸບັນສາມາດຄອງແຊັມຟຸດຊໍລາວ ເຖິງ 5 ຄັ້ງ ຍ້ອນເຫັນໄດ້ທ່າແຮງດັ່ງກ່າວ ພວກເຮົາຈຶ່ງພັດທະນາກີລາບານ ເຕະໃນຮູບແບບ 11 ຄົນ ເພື່ອສົ່ງເສີມນັກກີລາໃຫ້ມີຫຼາຍແບບ ແລະກາຍເປັນນັກກີລາອາຊີບຢ່າງເຕັມຕົວໃນອະນາຄົດ.

ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູເຝິກສະໂມສອນ ເບ ສະຫວັນ ເອັບຊີ ກ່າວວ່າ: ພາຍຫຼັງໄດ້ຮັບແຈ້ງການຈາກນະຄອນລີຈ່ຽງ ເຖິງສະຫະພັນບານເຕະນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານດັ່ງກ່າວສະໂມສອນພວກເຮົາກໍນອນໃນທີມຕົວແບບນະຄອນຫຼວງວຽງຈັນ ຈຶ່ງໄດ້ຮັບອະນຸມັດໃຫ້ເຂົ້າຮ່ວມແຂ່ງຂັນໃນງານນີ້ ຈາກນັ້ນກໍໄດ້ມີແຈ້ງການຄັດເລືອກນັກກີລາໃນທົ່ວປະເທດ ໂດຍສະເພາະນະຄອນຫຼວງວຽງຈັນ ເຊິ່ງໄດ້ນັກ ກີລາ 15 ຄົນ ແລະ ໄດ້ມີການເຝິກຊ້ອມຢູ່ສູນເຝິກກີລາແຫ່ງຊາດ ເປັນເວລາ 1 ເດືອນ ສຳລັບຄວາມຫວັງໃນການເຂົ້າຮ່ວມງານດັ່ງກ່າວ ພວກເຮົາໄດ້ຕັ້ງເປົ້າຈະສູ້ຊົນໃຫ້ຕິດ 1 ໃນ 3 ຫຼື ຍາດໃຫ້ໄດ້ແຊັມເພື່ອນຳມາຕ້ອນມາຝາກແຟນບານຊາວລາວກໍຄືຊາວນະຄອນຫຼວງວຽງຈັນ ໄດ້ພາກພູມໃຈ.

ທ້າວ ເພັດລະຄອນ ໂລວັນ ນັກກີລາ ກ່າວວ່າ: ຕົນ ຮູ້ສຶກພູມໃຈທີ່ໄດ້ເຝິກຊ້ອມທີ່ດີໃນໄລຍະຜ່ານມາກໍເຄີຍໄປແຂ່ງຂັນຢູ່ຕ່າງປະເທດມາແລ້ວຢູ່ປະເທດອິນໂດເນເຊຍ ໃນຮຸ່ນອາຍຸ 12 ປີ ແລະ ຄັ້ງນີ້ກໍເປັນຄັ້ງທີ 2 ທີ່ໄດ້ໄປແຂ່ງຂັນຢູ່ຕ່າງປະເທດປັດຈຸບັນພວກເຮົາພ້ອມແລ້ວທີ່ຈະເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ ແລະຂໍຝາກເຖິງກອງເຊຍຊາວລາວທຸກຄົນສົ່ງກຳລັງໃຈມາເຊຍພວກເຮົາເຊິ່ງພວກເຮົາຈະເຮັດໃຫ້ບໍ່ຜິດຫວັງແນ່ ນອນ.
ຂ່າວ: ສະບາໄພ
.