ຄະນະສື່ມວນຊົນລາວ ເດີນທາງຮ່ວມສໍາພາດ ໜຶ່ງ ແລວ ໜຶ່ງ ເສັ້ນທາງ ທີ່ ສ.ປ ຈີນ

ນັບວ່າ ເປັນໂອກາດດີດີອີກເທື່ອໜຶ່ງໃນຫຼາຍເທື່ອທີ່ ໄດ້ເດີນທາງຮ່ວມກັບ ຄະນະສື່ມວນຊົນລາວ ໄປ ສປ ຈີນ ແລະໃນການໄປເທື່ອນີ້ແມ່ນໄປຮ່ວມກອງປະຊຸມສຳພາດ 1 ແລວ 1 ເສັ້ນທາງ 2024 ໃນເວທີປາໄສ ຮ່ວມມື ສື່ມວນຊົນ ທີ່ມີຫຼາຍກິດຈະກໍາປິ່ນອ້ອມຈັດຂື້ນ ທີ່ນະຄອນເສິງຕູ ແຂວງເສສວນ ສປ ຈີນ ໃນລະຫວ່າງວັນທີ 27 ສິງຫາ ສິງຫາ  6 ກັນຍາ 2024, ຈັດຂຶ້ນໂດຍ ໜັງສືພິມປະຊາຊົນຈີນ ລາຍວັນ ຮ່ວມກັບ ຄະນະກໍາມະການ ພັກກອມມູນິດຈີນ ແຂວງເສສວນ ແລະ ອົງການປົກຄອງ ແຂວງເສສວນ ​ຜູ້​ບໍລິຫານ; ມີບັນນາທິການ ​ແລະ​ນັກ​ຂ່າວ ຫລາຍກ່ວາ 200 ທ່ານທີ່ມາຈາກ 191 ອົງກອນ ໃນ 76 ປະ​ເທດ ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່, ຜູ້ຊ່ຽວຊານ, ນັກວິຊາການ, ຜູ້ຕາງຫນ້າທຸລະກິດເຂົ້າຮ່ວມ. ຄະນະສື່ມວນຊົນລາວນໍາໂດຍ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມຜູ້ຕາງໜ້າແຕ່ລະສື່ຈາກຂ່າວສານປະເທດລາວ, ວຽງຈັນທາມສ໌, ໜັງສືພິມເສດຖະກິດ-ສັງຄົມ ແລະ ໂທລະພາບແຫ່ງຊາດລາວ.

      ໃນເວທີຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງບົດລາຍງານຜົນສໍາເລັດໃນການເຄື່ອນໄຫວຈັດຕັ້ງປະຕິບັດ ຂໍ້ລິເລີ່ມ 1 ແລວ 1 ເສັ້ນທາງ ພ້ອມທັງແລກປ່ຽນຄໍາຄິດເຫັນໃນ ຫົວຂໍ້: ການເພີ່ມທະວີການຮ່ວມມື ຂອງສື່ມວນຊົນ ເພື່ອພັດທະນາ ເສັ້ນທາງສາຍໄໝສີຂຽວທີ່ຍືນຍົງ ແລະມີຄຸນນະພາບສູງ; ໂດຍຄໍາເຫັນທັງໝົດສ່ວນໃຫຍ່ ແມ່ນເນັ້ນໜັກໃຫ້ສື່ມວນຊົນເຫັນຄວາມສຳຄັນ ແລະຈໍາເປັນຕ້ອງເພີ່ມທະວີການເຮັດວຽກຮ່ວມກັນ, ເປີດກວ້າງການແລກປ່ຽນຂໍ້ມູນຂ່າວສານທີ່ຖືກຕ້ອງສ້າງສັນແກ່ການພັດທະນາເສັ້ນທາງສາຍໄໝໃຫ້ກາຍເປັນເສັ້ນທາງພັດທະນາທີ່ສາມາດເຊື່ອມໂຍງເຊື່ອມຈອດກັບທຸກປະເທດທົ່ວໂລກ, ສາມາດສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊາຊົນ ດ້ວຍການຢຶດໝັ້ນເສັ້ນທາງສາຍໄໝ ໃຫ້ກາຍເປັນເສັ້ນທາງແຫ່ງການຮ່ວມມື, ເສັ້ນທາງແຫ່ງສັນຕິພາບ, ເປີດກ້ວາງ, ເປັນເອກະພາບ, ຮຽນຮູ້ນຳກັນ, ໃຫ້ມີຜົນປະໂຫຍດຮ່ວມກັນທົ່ວທັງໂລກ.

ໃນຂໍ້​ລິ​ເລີ່ມ ເສິງຕູ, ບັນດາສື່ມວນຊົນໄດ້ສະ​ເໜີ​ເພີ່ມທະວີ​ບົດບາດລວມຂອງ​ສື່​ມວນ​ຊົນ​ເພື່ອ​ຮ່ວມ​ກັນ​ເລົ່າ​ເລື່ອງ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພັດທະນາ​ຮ່ວມ, ຜົນ​ປະ​ໂຫຍ​ດຂອງ​ກັນ, ຜົນສໍາເລັດ ທີ່ຈະເປັນກົນໄກ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ຊຸກຍູ້​ການ​ຮຽນ​ຮູ້​ເຊິ່ງກັນ ​ແລະ ​ກັນ​ ລະຫວ່າງ​ ປະຊາຊົນ ​ແລະ ປະຊາຊົນ; ພ້ອມທັງສະແດງຄວາມຫວັງ​ວ່າ ​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງ, ສື່​ມວນ​ຊົນ​ຂອງ​ບັນ​ດາ​ປະ​ເທດ ໜຶ່ງແລວ ໜຶ່ງເສັ້ນທາງນີ້ ຈະໄດ້ຮ່ວມ​ກັນ​ຜັນຂະຫຍາຍບັນ​ດາ​ຈິດ​ໃຈ​ຂອງ​ເສັ້ນ​ທາງ​ສາຍ​ໄໝ, ພັດ​ທະ​ນາມິດຕະພາບ​ຂອງ​ເສັ້ນທາງ​ສາຍ​ໄໝ, ຊຸກຍູ້​ການ​ກໍ່ສ້າງ​ ​ໜຶ່ງ​ແລວ​ ໜຶ່ງ​ເສັ້ນ ທາງ​ທີ່​ມີ​ຄຸນ​ນະພາ​ບສູງ. ຄວາມ​ພະຍາຍາມ​ດັ່ງກ່າວ​​ຈະຊ່ວຍ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​ຮ່ວມ​ກັນ​ບັນລຸ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ສ້າງ​ໂລກ​ທີ່​ເປີດ​ກວ້າງ, ​ເຊື່ອມ​ໂຍງ, ເຊື່ອມຈອດ ​ແລະ ຮ່ວມ​ກັນ​ພັດທະນາ."

ເວທີ​ປາ​ໄສ​ຄັ້ງນີ້ ​ຄະນະຮັບຜິດຊອບ ຍັງ​ໄດ້ຈັດກິດຈະກໍາ ທັດສະນະສຶກສາ ຕາມສະຖານທີ່ສໍາຄັນ ທີ່ກ່ຽວຂ້ອງກັບການພັດທະນາ ບົນເສັ້ນທາງສາຍໄໝ ຂອງແຂວງເສສວນ ຢ່າງມີບັນຍາກາດທີ່ດີງາມ. ວັນທີ 29 ສິງຫາ- ວັນທີ 5 ກັນຍາ 2024 ຄະນະສື່ມວນຊົນ ໄດ້ເດີນທາງຢ້ຽມຢາມສະຖານທີ່ສໍາຄັນຕ່າງໆຂອງ ແຂວງເສສວນ ເປັນຕົ້ນ: ຢ້ຽມຢາມ ທ່າບົກ ສະຖານີລົດໄຟສາກົນ ເສິງຕູ ຊິ່ງໜຶ່ງໃນທ່າບົກສາກົນ ທີ່ເປັນຈຸດເຊື່ອມຕໍ່ ເສັ້ນທາງຂົນສົ່ງສິນຄ້າ ທາງລາງ ທີ່ເປັນທາງຜ່ານລະຫວ່າງ ເສິງຕູ ເສສວນ ສປ ຈີນ, ອາຊີຕາເວັນອອກສຽງໃຕ້ ໄປສູ່ ບັນດາປະເທດຕ່າງໆໃນໂລກ; ໜຶ່ງໃນນັ້ນແມ່ນ ເສັ້ນທາງລົດໄຟຄວາມໄວສູງ ຈາກ ນະຄອນຫລວງວຽງຈັນ ຜ່ານ ຄຸນໝິງ ເຖິງ ທ່າບົກ ສະຖານີລົດໄຟສາກົນ ເສິງຕູ ໄລຍະທາງ 2096 ກິໂລແມັດ; ຜ່ານເສັ້ນທາງດັ່ງກ່າວ ສິນຄ້າໄດ້ຖືກສົ່ງຕໍ່ຈາກຕົ້ນທາງ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ອອກໄປສູ່ຕະຫລາດ ບັນດາປະເທດເອີຣົບ.ຈຸດວາງສະແດງ ແລະ ຈໍາໜ່າຍເຄື່ອງປອດພາສີ ຂອງ ທ່າບົກ ສະຖານີລົດໄຟສາກົນ ເສິງຕູ ແລະ ເພື່ອຮ່ວມກິດຈະກໍາສໍາພາດສື່ມວນຊົນ 1 ແລວ 1 ເສັ້ນທາງ;ພ້ອມທັງໃຫ້ສໍາພາດຕໍ່ສື່ມວນຊົນຈີນກ່ຽວກັບຄວາມສໍາຄັນຂອງແລວທາງເສດຖະກິດ 1 ແລວ 1 ເສັ້ນທາງ. ໃນການສໍາພາດ ກ່ຽວກັບຄວາມສໍາຄັນການຮ່ວມມື ຂອງສື່ມວນຊົນ ໃນການສົ່ງເສີມເສັ້ນທາງສາຍໄໝສີຂຽວນັ້ນສື່ມວນຊົນ ໃນທຸກພູມີພາກກໍ່ ຕ້ອງເພີ່ມທະວີການຮ່ວມມືໃນການເຜີຍແຜ່ຜົນສໍາເລັດການຜັນຂະຫຍາຍ ນະໂຍບາຍ 1 ແລວ 1 ເສັ້ນທາງ ທີ່ໄດ້ສ້າງຜົນປະໂຫຍດ ໃຫ້ກັບປະຊາຊົນບັນດາປະເທດເຫລົ່ານັ້ນ ໃນການຍົກສູງຄຸນນະພາບຊີວິດ, ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລກປ່ຽນວັດທະນະທໍາ ແລະ ອື່ນໆ. ຢ້ຽມຢາມ ສະຖາບັນຄົ້ນຄ້ວາ ເຜາະພັນ ຫມີແພນດ້າໃຫຍ່ ເສິງຕູ; ປັດຈຸບັນ ສະຖາບັນແຫ່ງນີ້ ມີ ຫມີແພນດ້າ ປະມານ 200 ໂຕ, ຊິ່ງແຕ່ລະມື້ ສະຖາບັນ ແຫ່ງນີ້ ໄດ້ເປີດໃຫ້ບໍລິການນັກທ່ອງທ່ຽວ ເຂົາມາຊົມ, ມາສໍາຜັດກັບຄວາມໜ້າຮັກຂອງ ຫມີແພນດ້າ ພ້ອມທັງຮັບຟັງຂໍ້ມູນຈາກ ນັກຄົ້ນຄ້ວາ ປະຈໍາສູນ. ໃນຂະນະທີ່ຢ້ຽມຢາມ ບັນດາສື່ມວນຊົນ ຈີນ ທີ່ຕິດຕາມຄະນະ ກໍ່ໄດ້ສໍາພາດ ສື່ມວນຊົນລາວ ລວມເຖິງ ສື່ມວນຊົນຕ່າງປະເທດ ເຖິງຄວາມປະທັບໃຈ, ຄວາມຮູ້ສຶກ ທີ່ໄດ້ເຫັນຄວາມໜ້າຮັກຂອງ ຫມີແພນດ້າ.

ຢ້ຽມຢາມ ສູນວາງສະແດງ ພຶກສາ ສາກົນ ເສິງຕູ. ສວນແຫ່ງນີ້ ມີເນື້ອທີ່ 200 ກ່ວາເຮັກຕາ, ອອກແບບໂດຍ ວິສະວະກອນຈີນ ພາຍໃຕ້ຄວາມຄິດ: ຕົວເມືອງທັນສະໄໝ ສ້າງສວນສາທາລະນະ ທີ່ປະຊາຊົນດໍາລົງຊີວິດຢູ່ເຢັນເປັນສຸກ ໂດຍຖືເອົາ ສີຂຽວຂອງພັນພືດ ປະສົມປະສານກັບການຈໍາລອງອາຄານ ແບບເກົ່າແກ່ ສະໄໝລາດຊະວົງຖັງ, ການຈັດສວນທີ່ເນັ້ນໜັກ ສະເພາະພັນພືດ ແລະ ດອກໄມ້ ທີ່ເປັນເອກະລັກ ຈາກ 21 ຕົວເມືອງ ມາວາງສະແດງ ແລະແບ່ງອອກ ເປັນ 113 ເຂດ ທີ່ມີລັກສະນະແຕກຕ່າງກັນ. ຫລັງຈາກນັ້ນ ຄະນະກໍ່ໄດ້ຮັບຊົມການສະແດງ ສິລະປະ ສະຫລັບໜ້າກາກ, ການສະແດງຕ່າງໆ ພ້ອມທັງ ສໍາຜັດກັບບັນຍາກາດການດື່ມຊາແບບຈີນ ຊິ່ງໄດ້ສ້າງຄວາມປະທັບໃຈໃຫ້ກັບທຸກຄົນ.

ຄະນະພວກເຮົາຍັງໄດ້ໄປຕໍ່ ເບີ່ງຫໍພິພິທະພັນ ຊານຊິງຕຸຍ; ສະຖານທີ່ Sanxingdui ໄດ້ຖືກຄົ້ນພົບໃນທ້າຍຊຸມປີ 1920, ຕັ້ງຢູ່ເທິງຝັ່ງພາກໃຕ້ຂອງແມ່ນໍ້າ ຢາງຊີ (Yangtzi) ໃນເມືອງ ກວນຫານ ຕູຢາງ ເສວນ ( Guanghan, Deyang, Sichuan) ເມືອງເກົ່າແກ່ທີ່ສຸດ ແລະອານາຈັກເກົ່າແກ່ ສ້າງກ່ອນສະໄໝ ຈິນ ( Qin) ມີປະຫວັດສາດອັນຍາວນານທີ່ສຸດໃນພາກພື້ນຕາເວັນຕົກສຽງໃຕ້ຂອງຈີນ. ຫໍພິພິທະພັນແຫ່ງນີ້ ໄດ້ນໍາເອົາ ວັດຖຸບູຮານ ທີ່ສະແດງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງ ຂອງ ຈີນໃນສະໄໜດັ່ງກ່າວ ຈໍານວນຫຼາຍ. ການຄົ້ນພົບ ຊານຊິງຕຸຍ ໄດ້ກາຍເປັນຫຼັກຖານຢັ້ງຢືນວ່າ ທົ່ງພຽງເສິງຕູ ເຄີຍເປັນສູນກາງຂອງອາລະຍະທໍາທີ່ຮຸ່ງເຮືອງທີ່ສຸດອີກສະໄໝໜຶ່ງຂອງ ຈີນ ໃນເຂດເທິງຂອງແມ່ນ້ໍາ ຢາງຊີ ແລະ ຍັງຕິດພັນກັບ​ປະ​ຫວັດ​ສາດ​ຂອງ​ອະ​ລິ​ຍະ​ທໍາ ໃນສະໄໝ​ທອງ ຂອງ ​​ໂລກ​.  ຢ້ຽມຢາມ ໝູ່ບ້ານ ມຽນຊູ ແຕ້ມຮູບ ປີໃໝ່ ( Mianzhu); ຄວາມພິເສດແມ່ນຝາເຮືອນແຕ່ລະຫລັງຈະຖືກ​ຕົບ​ແຕ່ງ​ດ້ວຍ​ຮູບ​ແຕ້ມ​ບຸນ​ປີ​ໃໝ່​ ທີ່​ສ້າງ​ສີສັນ​ເພີ່ມ​ຄວາມ​ມີ​ຊີວິດ​ຊີວາ​ໃຫ້​ແກ່​ໝູ່​ບ້ານ ຢູ່ທີ່ນີ້ ບັນດາສື່ມວນຊົນ ໄດ້ຮ່ວມກິດຈະກໍາ ພິມຮູບພາບ ປີໃໝ່ ຊິ່ງເປັນສິລະປະການພິມຮູບພາບແບບບູຮານຂອງຈີນ ພ້ອມທັງໄດ້ເລົ່າເຖິງຄວາມປະທັບໃຈຕໍ່ ຫມູ່ບ້ານແຫ່ງນີ້ ຜ່ານການສໍາພາດຂອງ ສື່ມວນຊົນຈີນ.

ຢ້ຽມຢາມເມືອງບູຮານ ຊາວຮວາ ( Zhaohua) ເມືອງກວາງຢວນ ຊົມເມືອງບູຮານ, ດື່ມຊາຟັງການເລົ່າເລື່ອງ ແບບຈີນ, ຊົມລະຄອນ, ຊີມອາຫານ ແລະ ເຂົ້າໜົມທ້ອງຖິ່ນ. ເມືອງບູຮານ ຊາວຮວາ Zhaohua ເປັນບ່ອນກໍາເນີດທີ່ສໍາຄັນຂອງ ສາມ ອານາຈັກ, ມີອາຍຸເກົ່າແກ່ກວ່າ 4 ພັນປີ; ມີຄວາມຈະເລີນທາງດ້ານ ວັດທະນະທໍາ, ເປັນສູນກາງ ​ສໍາ​ຄັນ​ທາງດ້ານ​ການ​ສຶກ​ສາ, ​ການ​ເມືອງ​, ການ​ທະ​ຫານ​, ເສດ​ຖະ​ກິດ ​ແລະ ​ວັດ​ທະ​ນະ​ທໍາ​ຂອງ​ ອານາຈັກ ຊູ ຮັນ  (Shu Han)​. ພ້ອມນັ້ນ ຊາວຮວາ ຍັງເປັນ​ໜຶ່ງ​ໃນ​ບັນ​ດາ​ແຂວງ​​ທຳ​ອິດ​ໃນ​ປະ​ເທດ​ຈີນ​ ທີ່ໄດ້​​ປະ​ຕິ​ບັດ​ລະ​ບົບ​ການ​ປົກ​ຄອງ ​ກໍຄືເຂດ​ປົກຄອງ​ຕົນ​ເອງ ແລະ ​ໄດ້​ຮັບ​ຊື່​ສຽງ​ວ່າ ເປັນ " ເມືອງ​ທຳ​ອິດ​ໃນ​ເຂດ ບາຊູ ( Ba-Shu)" ແລະ "ເມືອງ​ຫຼວງ​ທີ​ສອງ​ຂອງ ຊູ ( Shu)". ເມືອງບູຮານແຫ່ງນີ້ ຍັງມີສະຖາປັດຖະຍາກໍາເກົ່າແກ່, ມີທິວທັດທໍາມະຊາດທີ່ສວຍງາມ ເນື່ອງຈາກມີທີ່ຕັ້ງຢູ່ຈຸດເຊື່ອມຕໍ່ຂອງແມ່ນ້ໍາ ຈຽງລິງ ( Jialing) ແລະ ແມ່ນ້ໍາ ໄປ໋ຫລົງ( Bailong), ກາຍເປັນທິວທັດທໍາມະຊາດທີ່ສວຍງາມ ປະກອບດ້ວຍສາຍພູ ແລະ ແມ່ນໍ້າ ທີ່ຖືກເອີ້ນວ່າ " ໄທຈີ (Tai Chi) ທໍາມະຊາດທີ່ຍິ່ງໃຫຍ່ທີ່ສຸດໃນໂລກ".

ອອກຈາກເມືອງບູຮານ ຊາວຮວາ, ຄະນະໄດ້ເດີນທາງຢ້ຽມຢາມ ວັດຮວາງຊີ ( Huangze) ແລະ ຖະໜົນ ເຟິງ ( Feng Street). ວັດຮວາງຊີ ເປັນໜຶ່ງ​ໃນ​ບັນ​ດາ​ວັດ​ທະ​ນະ​ທຳ​ທີ່​ສຳ​ຄັນ​ແຫ່ງ​ທຳ​ອິດ​ທີ່​ໄດ້​ຮັບ​ການ​​ປົກ​ປັກ​ຮັກ​ສາ ແລະ ຄຸ້ມຄອງຂອງ​ລັດ, ແລະ ປັດຈູຸບັນ ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຊາດ. ສ້າງ​ຂຶ້ນ​ເມື່ອ 1500 ກວ່າ​ປີ​ກ່ອນ, ເປັນ​ວັດ​ແຫ່ງ​ດຽວ​ໃນ​ປະ​ເທດ​ຈີນ​ທີ່​ລະ​ນຶກ​ເຖິງ​ເຈົ້າ​ຊີວິດ ວູ ຊີທຽນ ຫລື ບູ ເຊັກທຽນ Wu Zetian, ​ເຈົ້າ​ຈັກ​ກະພັດຍິງອົງ​ດຽວໃນ​ປະຫວັດສາດ​ຂອງ​ຈີນ,ຊິ່ງຢູ່ໃນ ວິຫານ ໄດ້ເກັບຮັກສາຮູບປັ້ນຫີນແກະສະຫຼັກ ອັນດຽວຂອງພະອົງຢູ່ໃນປະເທດຈີນ.

ຜາພະພຸດທະຮູບ ເປັນໜຶ່ງໃນສະຖານທີ່ ທີ່ ຄະນະສື່ມວນຊົນ ໄດ້ເດີນທາງຢ້ຽມຢາມ ໃນວັນ ທີ 2 ກັນຍາ. ໜ້າຜາ ມີຮູບແກະສະຫລັກ ພະພຸດທະຮູບ ຍາວປະມານ 420 ແມັດ ແລະ ສູງປະມານ 40 ແມັດ, ຕັ້ງຢູ່ລຽບຕາມແມ່ນໍ້າເຈຍລິງ ( Jialing) ເປັນໜຶ່ງໃນຮ່ອງຮອຍທີ່ສະແດງໃຫ້ເຫັນເຖິງຄວາມເກົ່າແກ່ ຂອງແຂວງເສສວນ ທີ່ມີມາແຕ່ສະໄໝ ຂອງ​ ລາຊະວົງ​ຖັງ, ສົງ, ຢວນ, ໝິງ, ຊິງ.

ທີ່ ແລວທາງ ກຸ້ຍຢວນ ( Cuiyun); ບັນດາສື່ມວນຊົນ ໄດ້ເດີນທາງຜ່ານເສັ້ນທາງບູຮານທີ່ເຄີຍເປັນ​ເປັນ​ແລວ​ເສດ​ຖະ​ກິດທີ່ເກົ່າແກ່ ສ້າງແຕ່​ສັດ​ຕະ​ວັດ​ທີ 4 ກ່ອນຄຣິດຕະສັກກະລາດ ແລະ ເປັນສ່ວນສໍາຄັນທີ່ສຸດ ຂອງ​ຖະ​ຫນົນ​ ຊູ ( Shu)​ ທີ່ຕັດຜ່ານ ​ພູ​ບູ​ຮານ​ ລະຫວ່າງ ຊານຊີ ( Shaanxi) ແລະເສສວນ (Sichuan). ​ໂດຍ​ມີ​ຕົ້ນ​ໄມ້​​ທີ່​ປູກ​ໃນ​ສະ​ໄໝ​ລາຊະວົງ ຈິນ ( Qin), ຜ່ານປະຕູປ້ອມເມືອງ ຫລືປະຕູດ່ານ. ຍ້ອນປະຕູດ່ານແຫ່ງນີ້ ມີຄວາມສໍາຄັນ ເນື່ອງຈາກ​ເປັນ​ເສັ້ນທາງ​ຄົມມະນາຄົມ​ທາງບົກ​ທີ່​ສໍາຄັນ ເຮັດໃຫ້ແຕ່ລະສະໄໝລາດຊະວົງ ຈະມີກອງທະຫານທີ່ເກັ່ງ ແລະ ມີຄວາມເຂັ້ມແຂງທີ່ສຸດ ປະຈໍາການປ້ອງກັນ; ນະສະຖານທີ່ແຫ່ງນີ້ ນັກທ່ອງທ່ຽວ ຈະໄດ້ຮັບຊົມການສະແດງເກົ່າ​ແກ່​ທີ່​ສຸດ ​ແລະ ຮັກສາ​ໄວ້​ໄດ້​ດີ​ທີ່​ສຸດ​ໃນ​ໂລກ ​ແລະ ​ໄດ້​ຮັບ​ການ​ຂຶ້ນ​ຊື່​ເປັນ​ຖະໜົນ​ບູຮານ​ອັນ​ດັບ 1 ​ໃນ​ໂລກ ທີ່ສະແດງໃຫ້ເຫັນເຖິງລະບົບການຂົນສົ່ງທາງບົກ, ແລວທາງ​ເສດ​ຖະ​ກິດ​ປະ​ກອບ​ດ້ວຍທາງ ​ສາມ​ເສັ້ນທີ່ເຊື່ອມລະຫວ່າງ ​ເມືອງ​ເກົ່າ ຈຽງຈີ ( Jiange) ກັບ ຊີຕົງ ( Zitong) ທິດຕາ​ເວັນ​ຕົກ​, ຂາວຮວາ ( Zhaohua) ຢູ່ພາກ​ເຫນືອ ​ແລະ ລານຊົງ ( Langzhong) ຢູ່​ພາກ​ໃຕ້​. ຈຽນເມັນ ພາສ ( Jianmen Pass) ໄດ້ຮັບການຍ້ອງຍໍວ່າເປັນ ປ່າສະຫງວນແຫ່ງຊາດ ບູຮານທີ່ເກົ່າແກ່, ງຽບສະຫງົບ, ຄວາມສວຍງາມ ແຕ່ສະໄໝ ສາມອານາຈັກ ຫລື 3 ກົກ; ນະສະຖານທີ່ແຫ່ງນີ້, ຄະນະສື່ມວນຊົນໄດ້ຢ່າງຜ່ານຖະໜົນບູຮານ ມີ ປາຍ ຫລື ຕົ້ນສົນ ອາຍຸຫລາຍກວ່າ 2 ພັນປີ ຢືນຕົ້ນ ຢູ່ 2 ຟາກທາງ; ປ່າແຫ່ງນີ້ເປັນມໍລະດົກທາງທໍາມະຊາດ, ວັດທະນະທໍາແຫ່ງຊາດ ສໍາລັບສະຖານທີ່ປະຫວັດສາດ ແລະ ຍັງຖືກຈັດຢູ່ ໃນຈຸດຊົມວິວທີ່ດີທີ່ສຸດອີກດ້ວຍ.

ຢ້ຽມຢາມໂຄງການເຂດພັດທະນາຕົວເມືອງໃໝ່ທີ່ນໍາໃຊ້ພະລັງງານສະອາດ ເປັນຕົ້ນ: ພະລັງງານແສງອາທິດ, ພະລັງງານລົມ ແລະພະລັງງານຄວາມຮ້ອນຈາກພື້ນດິນ.

   ບໍລິສັດການສື່ສານ ກໍ່ສ້າງຄົມມະນາຄົມຈີນ ຈໍາກັດ, ເປັນອີກໜຶ່ງຈຸດທີ່ຄະນະສື່ມວນຊົນ ໄດ້ເດີນທາງຢ້ຽມຢາມ. ບໍລິສັດແຫ່ງນີ້ ເປັນໜຶ່ງໃນບໍລິສັດທີ່ມີປະສົບການ ແລະເປັນຜູ້ນໍາໃນການບໍລິການພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນໃນການຜັນຂະຫຍາຍນະໂຍບາຍ 1 ແລວ 1 ເສັ້ນທາງກໍຄືເສັ້ນທາງສາຍໄໝສີຂຽວ; ໜຶ່ງໃນນັ້ນ ແມ່ນໂຄງການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ. ຢ້ຽມຊົມເມືອງເກົ່າ ແລະຊົມສາທິວິທີການ ປຸງຊາ ແບບຈີນບູຮານ.

 ໂຄງການກໍ່ສ້າງທາງລົດໄຟ ສາຍທີ 30 ເສິງຕູ ເປັນໜຶ່ງໃນໂຄງການພັດທະນາລົດໄຟທີ່ບໍ່ມີຄົນຂັບດ້ວຍຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ເສິງຕູ ທີ່ຈະນໍາໃຊ້ໃນການບໍລິການ. ມື້ສຸດທ້າຍຂອງການທັດສະນະສຶກສາຄະນະສື່ມວນຊົນໄດ້ຢ້ຽມຢາມສູນວາງສະແດງຂອງກຸ່ມ ບໍລິສັດລັດວິສະວະກໍາກໍ່ສ້າງ ເລກ 3 ຈໍາກັດ ແລະຫໍສີລະປະຈີນຊາ.

 ໃນໂອກາດນີ້ ຂ້າພະເຈົ້າກໍ່ແມ່ນຜູ້ໜຶ່ງ ທີ່ໄດ້ໃຫ້ການສໍາພາດຕໍ່ສື່ມວນຊົນຈີນ ໂດຍໄດ້ເນັ້ນ ເຖິງ 1 ແລວ 1 ເສັ້ນທາງ ເປັນແນວທາງອັນກ້ວາງໄກຍາວນານ ທີ່ທາງພັກຄອມມຸຍນິດຈີນ ກໍ່ຄື ລັດຖະບານຈີນ ໄດ້ກຳນົດ ສ້າງເປັນຄວາມຄິດ ຫຼືສ້າງເປັນ ໂຄງການໃຫຍ່ໆເສັ້ນນີ້ ມາແຕ່ປີ 1990  ແລະໄດ້ມີການພັດທະນາຮ່ວມກັບ 160 ກວ່າປະເທດໃນໂລກມາແລ້ວ ອັນໄດ້ເຮັດໃຫ້ປະເທດເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການພັດທະນາທີ່ກ້າວໜ້າທັນສະໄໝຍ້ອນເປັນທີ່ຮັບຮູ້ປະຕິບັດໄປນຳກັນໃນທົ່ວພູມີພາກຂອງໂລກເຮົາທຸກມື້ນີ້.

.

ໝາຍເຫດ :  ບົດທີ່ໃສ່ຫົວຂໍ້ນີ້ ( ຮ່ວມສຳພາດ ໜື່ງ ແລວ ໜຶ່ງ ເສັ້ນທາງ ທີ ສປ ຈີນ ) ຂໍອະນຸຍາດ ເອົາເປັນບົດເຂົ້າປະກວດຕາມແຈ້ງການຂອງເພີ່ນທີ່ວ່າ ບໍ່ກາຍວັນທີ 31 ຕຸລາ 2024 ນີ້ ແລະຂຽນໂດຍ :  ທ. ທອງລິດ ຫຼ່ຽມໄຊຍະຈັກ ທີ່ມີນາມປາກກາວ່າ ແຜນດິນຄໍາ