ສະພາ ລາວ-ໄທ ຮ່ວມມືສະຫນັບສະຫນູນເຊິ່ງກັນ ແລະກັນ

ໃນວັນທີ 21 ຕຸລາ 2024 ນີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ ມັດທາ ປະທານລັດຖະສະພາ, ປະທານສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ລະຫວ່າງຊາດອາຊຽນ(AIPA) ຄັ້ງທີ 45 ທີ່ ສປປ ລາວ ເປັນເຈົ້າພາບ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົບປະກັນຄັ້ງນີ້, ຖືເປັນການພົບປະກັນຄັ້ງທໍາອິດ ພາຍຫລັງທ່ານ ວັນມູຫະມັດນໍ ມັດທາ ໄດ້ຮັບການເລືອກຕັ້ງເປັນ ປະທານລັດຖະສະພາ, ປະທານສະພາຜູ້ແທນຣາຊະດອນໄທ ສະແດງເຖິງຄວາມໄວ້ວາງໃຈ ຂອງຜູ້ມີສິດເລືອກຕັ້ງ. ຫວັງວ່າທ່ານຈະສືບຕໍ່ປະກອບສ່ວນ ອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາແບບຍືນຍົງ ຂອງສອງປະເທດ ລາວ-ໄທ, ໄທ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ຕະຫລອດມາຈົນໄດ້ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນເດືອນມິຖຸນາ ປີ 2022 ຜ່ານມາ; ສອງຝ່າຍມີການແລກປ່ຽນຢ້ຽມຢາມ ແລະ ການໄປມາ ຫາສູ່ກັນຢ່າງເປັນປົກກະຕິ, ມີການຮ່ວມມືກັນໃນຫລາຍຂົງເຂດ ເປັນຕົ້ນແມ່ນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ-ການລົງທຶນ. ຣາຊະອານາຈັກໄທ ເປັນອັນດັນທີ 3 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ໃນດ້ານພະລັງງານ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ ແລະ ການທ່ອງທ່ຽວ. ໃນໄລຍະມໍ່ໆນີ້ ເຫັນວ່າມີນັກທ່ອງທ່ຽວໄທຈໍານວນຫລາຍ ມາທ່ຽວລາວ ຈັດຢູ່ອັນດັບທີໜຶ່ງ ຂອງນັກທ່ອງທ່ຽວຕ່າງປະເທດ. ນອກຈາກນີ້, ສອງຝ່າຍຮ່ວມກັນພັດທະນາພື້ນຖານໂຄງລ່າງ ອັນພົ້ນເດັ່ນແມ່ນ ການສ້າງຂົວຂ້າມແມ່ນໍ້າຂອງ ແລະ ການພັດທະນາເສັ້ນທາງຄົມມະນາຄົມທາງບົກ ຈາກຝັງໄທ ໄປສູ່ຝັງລາວ ເພື່ອເຊື່ອມຕໍ່ໃສ່ເສັ້ນທາງລົດໄຟລາວ-ຈີນ ອັນເປັນທ່າແຮງສຳຄັນ ໃນການຮ່ວມມື ລະຫວ່າງ ສອງປະເທດ. ນອກນີ້, ຍັງໄດ້ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ແລະ ພົວພັນຮ່ວມມືໃນເວທີພາກພື້ນ ແລະ ສາກົນ. ລັດຖະບານ ຂອງສອງປະເທດ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ລົງນາມຮ່ວມກັນ, ຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ໃຫ້ເປັນແຮູບປະທໍາຂຶ້ນກວ່າເກົ່າ.
ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາຜູ້ແທນຣາດຊະດອນໄທ ໃນໄລຍະຜ່ານມາ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ ສະແດງອອກມີການແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນລະດັບສູງ, ແລກປ່ຽນຂໍ້ມູນ-ຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດ ພາລະບົດບາດນິຕິບັນຍັດ, ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມຮ່ວມກັນ ໃນເດືອນທັນວາ ປີ 2022 ເປັນນິມິດໝາຍອັນສໍາຄັນທາງປະຫວັດສາດ ແຫ່ງ ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ທັງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ຂອງສອງປະເທດ ລາວ-ໄທ ໃຫ້ມີປະສິດທິພາບສູງຂຶ້ນ. ສອງອົງການນິຕິບັນຍັດ ຍັງໄດ້ມີ​ການ​ພົວພັນ​​ຮ່ວມມື ​​ແລະ ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ: ​ AIPA, APPF, IPU, ASEP ແລະ ອື່ນໆ.

ສຳລັບທິດທາງການພົວພັນຮ່ວມມືໃນຕໍ່ໜ້າ, ທ່ານ ໄຊສົມພອນ ພົມວິຫານ ສະເໜີສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈ ຂອງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃຫ້ເປັນຮູບປະທໍາ ໂດຍສະເພາະ ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງ; ສືບຕໍ່ແລກປ່ຽນຂໍ້ມູນ-ຂ່າວສານ ໃນການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ; ສະເໜີຕິດຕາມກວດກາການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງລັດຖະບານ ຂອງສອງປະເທດ ລົງນາມຮ່ວມກັນ ໃນດ້ານເສດຖະກິດ, ການຄ້າ-ການລົງທຶນ, ດ້ານພະລັງງານ, ການທ່ອງທ່ຽວ ແລະອື່ນໆ ກໍ່ຄື ການຈັດຕັ້ງປະຕິບັດແຜນປະຕິບັດງານວ່າດ້ວຍການເປັນ ຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ ( 2022-2026); ສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.