ຮອງລັດຖະມົນຕີ ກະຊວງ ພບ ຕິດຕາມຊຸກຍູ້ວຽກງານ ຢູ່ແຂວງເຊກອງ

ວັນທີ 18 ຕຸລານີ້, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະບໍ່ແຮ່ (ພບ) ພ້ອມຄະນະໄດ້ຕິດຕາມ, ຊຸກຍູ້ວຽກງານ ແລະຮ່ວມເຮັດວຽກກັບຄະນະຊ່ວຍວຽກ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 116/ນຍ, ວ່າດ້ວຍການແຕ່ງຕັ້ງຄະນະຊ່ວຍວຽກທ່ານນາຍົກລັດຖະມົນຕີ ເພື່ອຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດມະຕິ 04,19/ກມສພ, ມະຕິ 05/ລບ, 2 ວາລະແຫ່ງຊາດ ແລະວຽກງານຈຸດສຸມເຄັ່ງຮ້ອນຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດຖະບານ ຢູ່ແຂວງເຊກອງ, ໂດຍມີ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນແຂວງ, ພ້ອມດ້ວຍຂະແຫນງການກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຂັນຕີ ສີລະວົງສາ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍ ແລະປະຕິບັດບັນດາມະຕິຂອງສູນກາງພັກ, ລັດຖະບານ ກ່ຽວກັບການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ແລະ ບັນຫາເຄັ່ງຮ້ອນ ເປັນຕົ້ນແມ່ນການຜະລິດ, ການປຸງແຕ່ງ ເພື່ອຊົດເຊີຍການນໍາເຂົ້າ-ສົ່ງອອກສິນຄ້າ, ການຄົມມະນາຄົມຂົນສົ່ງ, ການພັດທະນາ ແລະການຄຸ້ມຄອງແຮ່ທາດ ຊຶ່ງທ່ານໃຫ້ຮູ້ວ່າ: ການນຊາແຂວງ ໄດ້ເປັນເຈົ້າການແຕ່ຫົວທີຊີ້ນໍາການຜັນຂະຫຍາຍ-ເຜີຍແຜ່ເຊື່ອມຊຶມແລະຈັດຕັ້ງປະຕິບັດບັນດາມະຕິຕ່າງໆ ແລະສອງວາລະແຫ່ງຊາດຢ່າງເປັນເຈົ້າການ, ພ້ອມນີ້ຄະນະປະຈໍາພັກແຂວງ, ອົງການປົກຄອງແຂວງ ໄດ້ອອກເປັນມະຕິຕົກລົງ ແລະຂໍ້ຕົກລົງຂອງທ້ອງຖິ່ນເພື່ອແຕ່ງຕັ້ງຄະນະຮັບຜິດຊອບ ແລະມອບຫມາຍໃຫ້ບັນດາຂະແຫນງການ ແລະ 4 ເມືອງ ຈັດຕັ້ງຜັນຂະຫຍາຍ ແລະປະຕິບັດຕົວຈິງໃນແຕ່ລະຫນ້າວຽກຄື: ໄດ້ສຸມໃສ່ການຜະລິດ ເພື່ອທົດແທນການນໍາເຂົ້າ, ໂດຍໄດ້ສົ່ງເສີມ, ດຶງດູດທຸລະກິດເອກະຊົນ ລົງທຶນ ສ້າງຕັ້ງຟາມໄຂ່ 3 ແຫ່ງ, ຟາມໝູ 3 ແຫ່ງ, ຊຶ່ງສາມາດສະໜອງໄຂ່ ແລະ ຊີ້ນໝູ ໃຫ້ຕະຫຼາດພາຍໃນແຂວງ ພຽງພໍກັບຄວາມຕ້ອງການ; ພ້ອມນີ້ກໍໄດ້ຜະລິດພືດຜັກ (ເຊິ່ງເປັນທ່າແຮງ ແລະ ມູນເຊື້ອຂອງປະຊາຊົນເມືອງທ່າແຕງ) ສົ່ງອອກຂາຍພານໃນ ແລະຕ່າງປະເທດຈຳນວນໜຶ່ງ; ການນໍາເຂົ້າ-ສົ່ງອອກ ເຫັນວ່າມີລັກສະນະກ້າວກະໂດດ ເປັນຕົ້ນ: ການສົ່ງອອກຫຼາຍກວ່າການນໍາເຂົ້າ, ແມ່ນການສົ່ງອອກ ກະແສໄຟຟ້າ, ແປ້ງມັນຕົ້ນ, ມັນຕົ້ນແຫ້ງ, ຢາງພາລາ, ກາເຟ, ຜະລິດຕະພັນໄມ້, ຖ່ານຫີນ ແລະ ສິນຄ້າ ອື່ນໆ, ພ້ອມນີ້ ກໍໄດ້ເອົາໃຈໃສ່ປະຕິບັດການຄົ້ນຄວ້າ, ກັ່ນກອງຫົວໜ່ວຍທຸລະກິດ, ເຊິ່ງສາມາດອະນຸມັດປ່ອຍສິນເຊື່ອແລ້ວ ມີ 12 ຫົວໜ່ວຍ, ລວມມູນຄ່າ 13,50 ຕື້ກີບ, ກວມເອົາ 16,87% ຂອງແຜນປີ; ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າໃນທ້ອງຕະຫຼາດ ປະຈໍາວັນເປັນປົກກະຕິຕິດພັນກັບການກວດກາສິນຄ້າປອມແປງ, ສິນຄ້າໝົດອາຍຸ ແລະ ໄດ້ຈັດຕັ້ງບຸດຈຳໜ່າຍສິນຄ້າກະທົບໄວ ບໍລິການສັງຄົມໄດ້ 2 ຄັ້ງ; ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ເອກະຊົນ ໃຫ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ, ໂດຍສຸມໃສ່ການຈັດສັນງົບປະມານລົງທຶນຂອງລັດ ຕາມເພດານລັດຖະບານອະນຸມັດ, ເຊິ່ງໄດ້ສຸມທຶນໃສ່ໂຄງການ ສໍາເລັດ 100%, ໂຄງການໃກ້ຈະສຳເລັດ, ໂຄງການສືບຕໍ່ ແລະ ໂຄງການສະເໜີໃໝ່ (ແມ່ນໄດ້ເນັ້ນໃສ່ການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນຕົ້ນຕໍ); ພ້ອມນີ້ ກໄດ້ຕິດຕາມ, ຊຸກຍູ້ ແລະ ຊ່ວຍເອື້ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການກໍ່ສ້າງພະລັງງານລົມ ຂອງບໍລິສັດ ມອນຊຸນວິນ, ໂຄງການກໍ່ສ້າງໂຮງງານປຸງແຕ່ແຮ່ບົກຊິດ ຂອງບໍລິສັດ ຫວຽດເຟືອງ, ໂຄງການກໍ່ສ້າງສາຍສົ່ງເຂື່ອນໄຟຟ້າອີມູນ-ເຂື່ອນຫວ້ຍລະແງ, ການສົ່ງອອກຖ່ານຫີນໄປຂາຍ ສສ ຫວຽດນາມ ຂອງ ບໍລິສັດ ພອນສັກ ແມ່ນມີຄວາມຄືບໜ້າດີ; ການຂຸດຄົ້ນລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ແມ່ນສຸມໃສ່ການຈັດເກັບລາຍຮັບ ຕາມຖານທີ່ສູນກາງໄດ້ມອບໃຫ້ແຂວງ ຄົບຖ້ວນ, ການປະຕິບັດລາຍຮັບ 9 ເດືອນ ປີ 2024 ລວມພູດສູນກາງ ແລະ ທ້ອງຖິ່ນ 298,426 ຕື້ກີບ ເທົ່າກັບ 134%, ໃນນັ້ນ ພູດສູນກາງ 92,202 ຕື້ກີບ, ເທົ່າກັບ 120%, ພູດທ້ອງຖິ່ນ 398,939 ຕື້ກີບ ເທົາກັບ 140%; ໄດ້ເອົາໃຈໃສ່ແຕ່ຫົວທີ ໃນການແກ້ໄຂບັນດາຮ້ານແລກປ່ຽນເງິນຕາໃນທົ່ວແຂວງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ, ເຊິ່ງມາຮອດປະຈຸບັນທົ່ວແຂວງບໍ່ມີຮ້ານແລກປ່ຽນເງິນຕາ, ມີແຕ່ໄປແລກປ່ຽນນໍາທະນາຄານທຸລະກິດເທົ່ານັ້ນ. ພ້ອມນີ້ ທາງເຈົ້າໜ້າທີ່ ປກສ ກໍໄດ້ເຄື່ອນໄຫວຕິດຕາມ, ລາດຕະເວນ ແລະ ກວດກາເປັນປົກກະຕິການເຄື່ອນໄຫວແລກປ່ຽນເງິນຕາຊະຊາຍ.

ໂອກາດນີ້, ຄະນະທີມງານຮັບຜິດຂອບ 116/ລບ ໄດ້ເຜີຍແຜ່ນິຕິກຳຕ່າງໆ ຂອງຄະນະ 116/ນຍ, ມະຕິ 04/ກມສພ, 05/ລບ, 19/ກມສພ ແລະແຜນວຽກຈຸດສຸມ 4 ເດືອນທ້າຍປີ 2024 ຕື່ມອີກ.