ລາວ-ຣັດເຊຍ ເພີ່ມທະວີການຮ່ວມມືວຽກງານນິຕິບັນຍັດ

ໃນວັນທີ 18 ຕຸລາ 2024 ທີ່ສະພາແຫ່ງຊາດລາວ, ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດລາວ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ໂຊລບັນ ກາຣາ-ໂອລ (Sholban Kara-ool) ຮອງປະທານສະພາດຸມາ ແຫ່ງ ສະຫະພັນຣັດເຊຍ ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ທີ່ລາວເປັນເຈົ້າພາບໃນວັນທີ 17-23 ຕຸລາ 2024.

ປະທານ ສະພາແຫ່ງຊາດລາວ ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ຂອງທ່ານ ຕໍ່ສາຍພົວພັນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະ ເທດ ກໍຄື ສອງອົງການນິຕິບັດຍັດ ຂອງພວກເຮົາ ແລະ ຕີລາຄາສູງຕໍ່ ສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສອງປະເທດ ລາວ- ຣັດເຊຍ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ເຊິ່ງສະແດງ ອອກ ໃນການ ແລກປ່ຽນຢ້ຽມຢາມ ຂອງຄະນະຜູ້ແທນໃນລະ ດັບຕ່າງໆ ໄດ້ດໍາ ເນີນມາຢ່າງເປັນປົກກະຕິ ການຮ່ວມມື ທາງດ້ານການທະຫານ ການສຶກສາ ທະນາຄານ ໂທລະ ຄົມມະນາ ຄົມ ແລະ ການບໍລິການວຽກງານກົງສູນ ໄດ້ດໍາເນີນເປັນປົກະຕິ ແລະ ມີໝາກຮັບຜົນດີ ການຮ່ວມມືດ້ານເສດຖະ ກິດ ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ສືບຕໍ່ໄດ້ຮັບການ ເສີມຂະຫຍາຍ ໃຫ້ສົມກັບທ່າແຮງທີ່ມີຂອງສອງປະເທດ. ທ່ານຍັງໄດ້ ຕີລາຄາສູງຕໍ່ການຊ່ວຍເຫຼືອດ້ານຊັບ ພະ ຍາກອນມະນຸດຂອງ ຣັດເຊຍໃຫ້ແກ່ ສປປ ລາວ ຕັ້ງແຕ່ໃນອາດິດ ແລະ ປັດຈຸບັນ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາ ແລະ ສ້າງສາ ສປປ ລາວ. ການນໍາຂັ້ນສູງ ຂອງ ສປປ ລາວ ສ່ວນໃຫຍ່ ກໍເປັນອາດີດນັກສຶກສາຈາກ ອາດີດິດສະຫາພາບໂຊ ຫວຽດ ກໍ່ຄື ສະຫະພັນຣັດເຊຍ ໃນປັດຈຸບັນ ມາໄລຍະໃໝ່ນີ້ ນັກສຶກສາລາວ ຈໍານວນຫຼາຍຮ້ອຍຄົນ ພວມ ສຶກສາຮໍ່າຮຽນ ຢູ່ ຣັດເຊຍ ເຊິ່ງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ພິເສດ ທ່ານ ທອງລຸນ ສີສຸລິດ, ປະທານ ປະເທດແຫ່ງ ສປປ ລາວ ຈະເດີນທາງໄປ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມປະເທດບຣົດ (BRICS) ລະຫວ່າງ ວັນທີ 23-24 ຕຸລາ 2024.
ສໍາລັບການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາສູງ ແຫ່ງ ສະຫະພັນຣັດເຊຍໃນໄລຍະຜ່ານມາເຫັນວ່າ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ແລະ ຕໍ່ ເນື່ອງ ໄດ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນຢ່າງເປັນປົກກະ ຕິ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງນໍາກັນ ເຊັ່ນ: ໃນທ້າຍປີ 2021 ຜ່ານມານີ້ ເຊິ່ງທ່ານ ໄດ້ພົບປະກັບທ່ານ ນາງ ວາເລັນຕີນາ ມັດວຽນໂກ ປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ຜ່ານລະບົບທາງໄກ ໂດຍໄດ້ປຶກສາຫາລືທິດທາງຮ່ວມ ມືໃນຕໍ່ໜ້າ ແລະ ພວມລໍຖ້າ ການຢ້ຽມຢາມ ສປປ ລາວ ຂອງທ່ານ ນາງ ວາເລັນຕີນາ ມັດວຽນໂກ ປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ໃນເວລາ ທີ່ ເຫັນວ່າສະດວກສໍາລັບທ່ານ. ນອກນັ້ນ ຍັງມີການແລກປ່ຽນຄະນະຜູ້ແທນ ລະດັບຮອງປະທານສະພາ ກຳມາທິ ການ ຄະນະ ມິດຕະພາບລັດຖະ ສະພາຂອງສອງປະເທດ .
ສອງສະພາຂອງສອງປະເທດ ໄດ້ເປັນ ເອກະພາບ ໃນການ ປັບປຸງບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການຮ່ວມມື (MOU) ນໍາກັນແລ້ວ ແລະ ຫວັງວ່າຈະໄດ້ມີໂອກາດລົງ ນາມຮ່ວມກັນໃໝ່ໃນຕໍ່ໜ້າ ນອກຈາກນີ້ ສອງອົງການນິຕິ ບັນຍັດ ກໍ່ໄດ້ມີການຮ່ວມມື ແລະ ສະໜັບ ສະໜູນ ເຊິ່ງ ກັນ ແລະ ກັນ ຢູ່ໃນເວທີລັດຖະສະພາ ພາກ ພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນຂອບຂອງ AIPA IPU APPF ASEP EURASIA ແລະ ເວທີປຶກສາຫາລືລັດຖະສະພາອື່ນໆ.
ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງອົງການນິຕິບັນ ຍັດໃນຕໍ່ໜ້າ, ປະທານສະພາແຫ່ງຊາດລາວ ຂໍສະເໜີແລກປ່ຽນບາງຄໍາຄິດເຫັນຄື ດັ່ງນີ້: 1) ສະເໜີໃຫ້ສືບຕໍ່ ແລກປ່ຽນການຢ້ຽມຢາມ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ຂັ້ນກຳມາທິການ ແລະ ຄະນະມິດ ຕະພາບລັດຖະສະພາ ຢ່າງເປັນປົກກະຕິ ທີ່ຕິດພັນກັບການແລກປ່ຽນບົດຮຽນ ກ່ຽວ ກັບການປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ; 2) ສະເໜີຊຸກຍູ້ໃຫ້ສອງລັດຖະບານສືບຕໍ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ ຕົກລົງ ທີ່ລັດຖະ ບານ ຂອງສອງປະເທດ ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບ ປະທໍາຂື້ນກວ່າເກົ່າ ແລະ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ຂອງຣັດເຊຍ ທີ່ມາລົງທຶນຢູ່ ສປປ ລາວ ໃຫ້ສໍາເລັດຕາມແຜນການ ແລະ ນໍາເອົາ ຜົນປະໂຫຍດມາ ສູ່ ປະຊາຊົນຢ່າງແທ້ຈິງ; 3) ສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.