ໂຮງແຮມເມີກຽວ ປ່ຽນຊື່ເປັນໂຮງແຮມລາວເທວ

ວັນທີ່ 24  ເມສາ 2019 ທີ່ກົມທະບຽນສານກະຊວງຍຸຕິທຳ ໄດ້ມີພິທີເຊັນສັນຍາມອບ-ຮັບໜ້າ ທີ່ຄະນະບໍລິຫານງານໂຮງແຮມເມີກຽວເກົ່າ ແລະປ່ຽນມາເປັນຄະນະບໍລິຫານໃໝ່ ໂດຍພາຍໃຕ້ຊື່ວ່າ: ໂຮງແຮມລາວເທວ ໂຮເທວແອນຣີສອດ” ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄິດສໂຕເຟີ້ໂຍ້ ຜູ້ຈັດການທົ່ວ   ໄປບໍລິສັດ GTS DETICO CO., LTD ເປັນຜູ້ບໍລິຫານຄົນເກົ່າ, ທ່ານສົມນຶກ ອິນທະວົງ ປະທານບໍລິສັດສນອ ກໍ່ສ້າງໃນນາມຜູ້ບໍລິຫານຄົນໃໝ່ ຫຼື ເຈົ້າຂອງຊັບເດີມພ້ອມດ້ວຍ ທ່ານຫົວໜ້າກົມທະບຽນສານ ແລະ ແຂກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມນຶກ ອິນທະວົງ ໄດ້ ກ່າວວ່າ: ໂຮງແຮມແຫ່ງນີ້ໃນເມື່ອ ກ່ອນແມ່ນຊື່ວ່າໂຮງແຮມສົມບູນ ໂດຍແມ່ນຍາພໍ່ສົມບູນ ອິນທະວົງ ຊຶ່ງເປັນບິດາຂອງຂ້າພະເຈົ້າເອງ ເປັນຜູ້ສ້າງຕັ້ງຂຶ້ນໃນປີ 1957 ຈາກນັ້ນມາໃນວັນທີ 19 ຕຸລາ 1991 ບໍລິສັດ GTS DETICO CO.,LTD ໄດ້ມາເຊົ່າກິດຈະການ ໂດຍໄດ້ປ່ຽນ ຊື່ເປັນໂຮງແຮມເມີກຽວພ້ອມບໍລິ ຫານກິດຈະການເປັນໄລຍະເວລາ 30 ປີ ມາຮອດວັນທີ 24 ເມສາ 2019 ນີ້ແມ່ນໄດ້ຮອດກຳນົດທີ່ຕົກ ລົງສັນຍາກັນໄວ້ບໍລິສັດດັ່ງກ່າວ ໄດ້ເຫັນດີເປັນເອກະພາບມອບການບໍລິຫານກິດຈະການໂຮງແຮມດັ່ງ ກ່າວນີ້ຄືນໃຫ້ກັບຄອບຄົວຂອງພວກ ຂ້າພະເຈົ້າຢ່າງເປັນທາງການປະຈຸ ບັນໂຮງແຮມດັ່ງກ່າວແມ່ນຢູ່ຊ່ວງໄລ ຍະການປັບປຸງ ໂດຍດັດແປງໃຫ້ມີ ຄວາມເໝາະສົມກັບສະພາບເສດຖະ ກິດ-ສັງຄົມໃນປະຈຸບັນເພື່ອດຶງດູດ ໃຫ້ບັນດານັກລົງທຶນ,ນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດເຂົ້າມາ ໃຊ້ບໍລິການຫຼາຍຂື້ນ.

ທ່ານ ສົມນຶກ ອິນທະວົງ ໄດ້ກ່າວອີກວ່າ:ຂ້າພະເຈົ້າຂໍຖືໂອກາດນີ້ ສະແດງຄວາມຂອບໃຈມາຍັງໄມຕີ ຈິດມິດຕະພາບອັນດີງາມລະຫວ່າງ ຄະນະບໍລິຫານງານຊຸດເກົ່າທີ່ສ້າງ ໃຫ້ບໍລິເວນສະຖານທີ່ໂຮງແຮມແຫ່ງນີ້ມີຊື່ສຽງອັນພົ້ນເດັ່ນໃນສັງ ຄົມຕະຫຼອດໄລຍະເວລາທີ່ຜ່ານມາ ພ້ອມດຽວກັນນີ້ຂ້າພະເຈົ້າໃນນາມ ເປັນປະທານພ້ອມດ້ວຍຄະນະບໍລິ ຫານງານຊຸດໃໝ່ຈະສືບຕໍ່ຜັນຂະ ຫຍາຍ ແລະຖືໂອກາດແຈ້ງໃຫ້ສັງ ຄົມຮັບຊາບວ່ານັບຈາກນີ້ເປັນຕົ້ນ ໄປສະຖານທີ່ໂຮງແຮມເມີກຽວແຫ່ງ ນີ້ຈະໄດ້ປ່ຽນຊື່ເປັນໂຮງແຮມລາວ ເທວ ໂຮເທວ ແອນ ຣີສອດ ແລະມີຄວາມພ້ອມຈະເປີດບໍລິການສັງຄົມໃນຕົ້ນເດືອນມິຖຸນາ 2019.

ນສພ ເສດຖະກິດ-ສັງຄົມ