ກວດພົບສິນຄ້າໝົດອາຍຸຢູ່ຕະຫລາດນັດເທສະການບຸນອອກພັນສາ

ວັນທີ 14 ຕຸລາ 2024 ຜ່ານມາ, ເຈົ້າໜ້າທີ່ກວດກາ ການຄ້າເມືອງໄຊຍະບູລີ ແຂວງໄຊຍະບູລີ ສົມທົບກັບອະນຸກຳມະການເສດຖະກິດ ເທສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2024 ລົງກວດກາສິນຄ້າໝົດອາຍຸຢູ່ຕະຫລາດນັດ ໃນເທສະການດັ່ງກ່າວ.

ເຈົ້າໜ້າທີ່ໄດ້ລົງກວດກາສິນຄ້າທີ່ໝົດອາຍຸ ຢູ່ຕາມຮ້ານທີ່ຂາຍໃນບຸນອອກພັນສາ, ຜ່ານການກວດກາສິນຄ້າ ໄດ້ພົບເຫັນສິນຄ້າໝົດອາຍຸ ເປັນຕົ້ນ ເຂົ້າໜົມ ແລະ ເຄື່ອງດື່ມ ໂດຍເຈົ້າໜ້າທີ່ກໍໄດ້ເກັບມາທຳລາຍຖິ້ມ. ພ້ອມນີ້, ທີມງານອະນຸກຳມະການເສດຖະກິດ ແລະ ເຈົ້າໜ້າທີ່ ການຄ້າເມືອງ ຍັງໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານທີ່ຂາຍເຄື່ອງ ເຊິ່ງໄດ້ຕົກລົງເຫັນດີເປັນເອກະພາບ ກັບເຈົ້າຂອງຮ້ານປະຕິບັດດັ່ງນີ້: ເລີ່ມແຕ່ຫລັກມ້າລາຍລົງຮອດນ້ຳຮຸ່ງ ແມ່ນບໍ່ອານຸຍາດໃຫ້ເຈົ້າຂອງຮ້ານປູສາດ, ຈັດໂຕະ, ຕັ່ງໄວ້ເດັດຂາດ ເພາະບໍລິເວນດັ່ງກ່າວ ແມ່ນໄດ້ສະຫງວນໄວ້ໃຫ້ມວນຊົນນັ່ງຊົມ, ນັ່ງເຊຍໃນການແຂ່ງຂັນເຮືອຊ່ວງ; ໃນລະຫວ່າງວັນທີ 17-18 ຕຸລາ 2024 ເປັນມື້ແຂ່ງຂັນເຮືອຊ່ວງເພດຍິງ ແລະ ເພດຊາຍ ຖ້າຫາກເຫັນເຈົ້າຂອງຮ້ານ ເອົາສາດໄປປູ ແລະ ຈັດໂຕະຕັ່ງ ເພື່ອເອົາອາຫານ ແລະ ເຄື່ອງດື່ມ ໄປວາງຂາຍຢູ່ໃນພື້ນທີ່ສະຫງວນໃຫ້ຜູ້ຊົມ ຜູ້ເຊຍຕາມແຄມນ້ຳ 2 ຟາກຟັ່ງ ແມ່ນຈະໄດ້ຢຶດເອົາອຸປະກອນຕ່າງໆ, ພ້ອມທັງອາຫານ ແລະ ເຄື່ອງດື່ມທັງໝົດທີ່ ວາງຂາຍຢູ່ສະຖານທີ່ດັ່ງກ່າວ ແລະ ຈະຖືກປັບໃໝ ແຕ່ 2,000,000 ຫາ 5,000,000 ກີບ, ຖ້າຫາກເຈົ້າຂອງຮ້ານຍັງລະເມີດຄັ້ງຕໍ່ໄປແມ່ນຈະໃຫ້ຢຸດເຊົາຂາຍເຄື່ອງທັນທີ ແລະ ມອບໃຫ້ເຈົ້າໜ້າທີ່ ປກສ ເມືອງດຳເນີນ ຕາມກົດໝາຍ.
ຂ່າວ-ພາບ: ສົມພົງ ສີສະຫວັດ