ໄຊສົມບູນ ກວດພົບແຮງງານຕ່າງປະເທດເຂົ້າມາບໍ່ຖືກລະບຽບ

ອີງຕາມຂໍ້ມູນທີ່ເປີດເຜີຍໃນກອງປະຊຸມຮ່ວມກັບຄູ່ຮ່ວມງານ ເພື່ອປືກສາຫາລືແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ໃນວັນທີ 15 ຕຸລາ 2024 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 15 ຕຸລາ 2024 ໂດຍການເປັນປະທານຂອງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໃຫ້ຮູ້ວ່າ: ໃນໄລຍະ 10 ເດືອນຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ໃນໄລຍະຜ່ານມາ ພະແນກແຮງງານ ແລະ ສະຫວັດດີການສັງຄົມໄດ້ຈັດຕັ້ງສຳເລັດຫລາຍດ້ານ ເປັນຕົ້ນ ວຽກງານກວດກາ- ຄຸ້ມຄອງແຮງງານ ຊຶ່ງມີແຮງງານທັງໝົດ 6,812 ຄົນຍິງ, 1,210 ຄົນ. ໃນນີ້, ແຮງງານຕ່າງປະເທດ 954 ຄົນ, ຍິງ 72 ຄົນ, ແຮງງານຈີນ 485 ຄົນ, ຍິງ 43 ຄົນ, ແຮງງານຫວຽດນາມ 13 ຄົນ, ແຮງງານໄທ 31 ຄົນ, ແລະ ແຮງງານອື່ນໆ 319 ຄົນ, ຍິງ 29 ຄົນ.

ຜ່ານການກວດກາໃນຄັ້ງນີ້, ພົບເຫັນແຮງງານຈີນ ຈຳນວນ 38 ຄົນ, ຍິງ 1 ຄົນ ແລະ ແຮງງານຫວຽດ 39 ຄົນ, ຍິງ 3 ຄົນ ແມ່ນບໍ່ມີເອກະສານຖືກຕ້ອງຕາມລະບຽບການ, ແຮງງານຈີນ 27 ຄົນ, ຍິງ 1 ຄົນ ອອກແຮງງານຜິດສະ ຖານທີ່ໄດ້ແນະນໍາ ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງໄດ້ເຮັດບົດບັນທຶກໃຫ້ຫົວໜ່ວຍແຮງງານດໍາເນີນເອກະສານໃຫ້ຖືກຕ້ອງຕາມລະບຽບການ ໄດ້ແນະນໍາສ້າງບົດບັນທຶກກັບຫົວໜ່ວຍແຮງງານແລ້ວ. ທັງນີ້, ກໍເພື່ອຮັບປະກັນຜູ້ຕ້ອງການຊອກວຽກເຮັດງານທໍາ ໄດ້ເຂົ້າເຖິງຕຳ ແໜ່ງງານ ແລະ ມີວຽກເຮັດງານທຳ, ໄດ້ປະກອບອາຊີບອິດສະລະ ແລະ ຜູ້ໃຊ້ແຮງ ງານ ມີແຮງງານບັນຈຸເຂົ້າຕຳແໜ່ງງານ ຕາມຄວາມຕ້ອງການ ຂອງການຈັດຫາງານພາຍໃນປະເທດ ຊຶ່ງພາກສ່ວນທີ່ຂາດເຂີນແຮງງານຕ້ອງໃຫ້ມີການປະກາດຮັບສະໝັກ, ສໍາພາດ ແລະ ຄັດເລືອກ ເອົາຜູ້ອອກແຮງງານ ທີ່ມີຄຸນນະພາບ ເຂົ້າໃນຕໍາແໜ່ງງານ, ພ້ອມທັງຮັບຜິດຊອບໃນການຝຶກຜູ້ອອກແຮງງານ ໃຫ້ມີສີມືກ່ອນເຂົ້າເຮັດວຽກ ແລະ ຍົກລະດັບສີມືແຮງງານໃຫ້ມີຄວາມສາມາດໃນການເຮັດວຽກ ຢ່າງຍາວນານ.
ຂ່າວ: ແກ່ນຈັນ ທໍາມະນີ