ມອບ-ຮັບ ໜ້າທີ່ ຜູ້ອຳນວຍການໃຫຍ່ ຂປລ ຜູ້ໃໝ່

ໃນວັນທີ 16 ຕຸລາ 2024 ນີ້, ສຳນັກຂ່າວສານປະເທດລາວ (ຂປລ) ຈັດພິທີມອບ-ຮັບ ໜ້າທີ ລະຫວ່າງ ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວຜູ້ເກົ່າ ແລະ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວຜູ້ໃໝ່, ພ້ອມທັງມອບຂໍ້ຕົກລົງວ່າດ້ວຍການອະນຸມັດພະນັກງານ-ລັດຖະກອນ ຮັບອຸດໜູນບຳນານໃຫ້ ທ່ານ ວິໄລ ມະນີລັດ ອະດີດຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ໂດຍມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີຄະນະພັກ, ຄະນະນຳພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສຳນັກຂ່າວສານປະເທດລາວ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຄຳເຜີຍ ພິລາພາ ໄດ້ລາຍງານກ່ຽວກັບສະພາບລວມຂອງສຳນັກຂ່າວ ສານປະເທດລາວ, ພ້ອມທັງລາຍງານສະພາບການເຄື່ອນໄຫວນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຂອງສຳນັກຂ່າວສານປະເທດລາວຕະຫລອດໄລຍະເວລາ 4 ປີກວ່າຜ່ານມາ ເຊິ່ງໄດ້ມີຜົນສຳເລັດໃນຫລາຍດ້ານເປັນຕົ້ນໄດ້ພ້ອມກັບຄະນະ ແລະ ອ້າຍນ້ອງພະນັກງານ ສູ້ຊົນຢ່າງສຸດຄວາມສາມາດໃນການປະຕິບັດໜ້າທີ່ການເມືອງອັນມີກຽດ ຕາມທີ່ຕັ້ງ-ພາລະບົດບາດ, ໄດ້ຮັບໃຊ້ວຽກງານສໍາຄັນຕ່າງໆ ສໍາເລັດຜົນ ເປັນຕົ້ນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ, ບັ້ນເລືອກຕັ້ງ ສສຊ ຊຸດທີ 9, ສສຂ ຊຸດທີ 2; ການເຄື່ອນໄຫວຂອງການນໍາຂັ້ນສູງຢູ່ພາຍໃນ ແລະ ຕ່າງປະເທດ, ລວມເຖິງວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ບັນດາກອງປະຊຸມໃຫຍ່ໆທີ່ລາວເປັນເຈົ້າພາບ ໂດຍສະເພາະໃນປີ 2024 ທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ແລະ ບັ້ນສໍາຄັນຕ່າງໆ ຢ່າງສໍາເລັດຜົນ. ນອກນັ້ນ, ຍັງໄດ້ຮ່ວມກັບໝູ່ຄະນະ ແລະອ້າຍເອື້ອຍນ້ອງເຮັດສຳເລັດປື້ມ 45 ປີ ສປປ ລາວ, ໂປສເຕີ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ 5 ອົງຄະນະພັກກະຊວງ ຖວທ, ປື້ມຮູບຊີວິດ-ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະປະທານ ຄຳໄຕ ສີພັນດອນ ໂອກາດ ຄົບຮອບ 100 ປີ ແລະ ອື່ນໆ.

ໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ໃນການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຂອງທ່ານ ຄຳເຜີຍ ພິລາພາ ທີ່ໄດ້ອຸທິດສະຕິປັນຍາ ແລະເຫື່ອແຮງ ເຂົ້າສູ່ວຽກງານຢ່າງມີແບບແຜນ ແລະມີຄວາມຮັບຜິດຊອບສູງ ເຮັດໃຫ້ໃຫ້ວຽກງານຂອງສຳນັກຂ່າວສານປະເທດລາວ ໄດ້ຮັບການພັດທະນາຢ່າງຮອບດ້ານໂດຍສະເພາະບັນດາແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍ,ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດໄດ້ຖືກເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງຖືກຕ້ອງ ແລະທັນການຜ່ານຫລາຍຊ່ອງທາງ. ພ້ອມນີ້,ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ວັນນະສິນ ສິມມະວົງ ທີ່ໄດ້ຮັບຕໍາແໜ່ງຜູ້ອຳນວຍການໃຫຍ່ສໍານັກຂ່າວສານປະເທດລາວຄົນໃໝ່, ພ້ອມທັງ ເນັ້ນໃຫ້ ສືບຕໍ່ນໍາພາ-ຊີ້ນຳ ພະນັກງານ ທົ່ວສຳນັກຂ່າວສານປະເທດລາວ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການວຽກງານໃນໄລຍະໃໝ່. ພ້ອມທັງ ເນັ້ນໃຫ້ພ້ອມກັນເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສູ້ຊົນປະຕິບັດໜ້າທີ່ວຽກງານຂອງຕົນ,ອັນໃດຍັງຊັກຊ້າຍັງເປັນຈຸດອ່ອນ ແລະຂໍ້ຄົງຄ້າງແມ່ນໃຫ້ພ້ອມກັນປັບປຸງແກ້ໄຂໃຫ້ໄວທີ່ສຸດແນໃສ່ຮັບປະກັບການເຄື່ອນໄຫວວຽກງານໃຫ້ມີປະສິດທິພາບ, ວ່ອງໄວ ແລະ ທັນເຫດການ, ທັງຍົກລະດັບໃຫ້ດີກວ່າເກົ່າ ແລະ ມີປະສິດທິພາບ. ພ້ອມທັງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ-ໜ້າທີ່ວຽກງານ, ສຸມສະຕິປັນຍາ ແລະ ຄວາມຮູ້ຄວາມສາມາດຂອງຕົນປະຕິບັດໜ້າທີ່ ທີ່ພັກ-ລັດ ມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ ແລະມອບ-ຮັບວຽກໃຫ້ກັນ ແລະກັນ ເປັນລາຍລັກອັກສອນ, ມີການປຶກສາຫາລື ແລະປະສານງານກັນຄັກແນ່, ສືບຕໍ່ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດກັບພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງຕໍ່ວຽກງານ, ມີຄວາມສາມັກຄີກັນແໜ້ນແຟ້ນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງຂອງພັກ, ນະໂຍບາຍຂອງລັດ, ຍຶດໜັ້ນແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕ ແລະ ນໍາພາໃນວຽກງານທີ່ຕົນຮັບຜິດຊອບຢ່າງມີຜົນສຳເລັດ ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ມີບາດກ້າວໃໝ່ ຢ່າງໜັກແໜ້ນ. ພ້ອມນີ້, ທ່ານຍັງເນັ້ນໃຫ້ເອົາໃຈໃສ່ວຽກງານວິຊາສະເພາະ, ວຽກງານການສ້າງບຸກຄະລາກອນ ແລະ ໃຫ້ເອົາໃຈໃສ່ ສ້າງຜູ້ສືບທອດປ່ຽນແທນ ໃຫ້ມີຈຸດສຸມ, ມີແບບແຜນວິທີເຮັດວຽກ, ຕ້ອງປຶກສາຫາລືກັນເປັນໝູ່ຄະນະ ເພື່ອຊອກຫາວິທີການພັດທະນາວຽກງານຕ່າງໆຂອງສຳນັກຂ່າວສານປະເທດລາວໃຫ້ໄດ້ຮັບການພັດທະນາ-ສຳເລັດຕາມເປົ້າໝາຍ ແລະ ໃຫ້ເພີ່ມທະວີພົວພັນປະສານການ ກັບບັນດາກະຊວງຕ່າງໆອ້ອມຂ້າງສູນກາງ ເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆເຊິ່ງກັນ ແລະ ກັນ. ພ້ອມທັງພົວພັນຮ່ວມມືກັບເພື່ອມິດຍຸດທະສາດກໍຄືບັນດາສຳນັກງານອົງການສື່ຕ່າງປະເທດ ປະຈຳ ລາວ ເພື່ອແລກປ່ຽນຂໍ້ມູນຂ່າວສານຕ່າງໆເຊິ່ງກັນ ແລະ ກັນ.

ທ່ານ ໂພສີ ແກ້ວມະນີວົງ ຍັງໄດ້ຕີລາຄາສູງຕໍ່ຜົນງານຂອງທ່ານ ວິໄລ ມະນີລັດ ພະນັກງານ ອາວຸໂສ ທີ່ໄດ້ຮັບນະໂຍບາຍຮັບອຸດໜູນບຳນານ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານຢ່າງສຸດກົກສຸດປາຍ ແລະມີຜົນສຳເລັດອັນໃຫຍ່ຫລວງ, ປະກອບສ່ວນເຮັດໃຫ້ວຽກງານ ຂປລ ແລະ ວຽກງານຖະແຫລງຂ່າວຂອງກະຊວງ ຖວທ ໄດ້ຮັບການພັດທະນາເປັນກ້າວໆມາ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ