ໂຮມຊຸມນຸມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ

ກະຊວງສຶກສາທິການ ແລະກິລາ ຫຼື ສສກ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ໃນຕອນເຊົ້າວັນທີ 16 ຕຸລາ 2024 ທີ່ຫ້ອງປະຊຸມ ICTC ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍການນຳຂັ້ນສູງພັກ-ລັດ, ອະດີດພະນັກງານອາວຸໂສບຳນານ, ບັນດາຫົວໜ້າກົມ-ຮອງກົມ, ສະຖາບັນ, ສູນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາຂັ້ນແຂວງ/ນະຄອນຫຼວງ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະອອນລາຍຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ ໃນມື້ນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ໃນນາມສ່ວນຕົວຂໍສົ່ງຄວາມຮັກແພງ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງບັນດາທ່ານອະດີດພະນັກງານຄູ, ພະນັກງານສຶກສາ, ຄູ-ອາຈານທຸກຖ້ວນໜ້າ. ຂ້າພະເຈົ້າ ຮັບຮູ້ວ່າ ໃນໄລຍະນີ້ ຜູ້ບໍລິຫານການສຶກສາ ແລະ ຄູລາວໃນທົ່ວປະເທດ ບໍ່ວ່າຢູ່ໃນຕົວເມືອງກໍຄືຢູ່ໃນຊົນນະບົດ, ຢູ່ໃນເຂດທົ່ງພຽງ ຫຼື ພູດອຍ ຫຼື ວ່າຢູ່ໃນສະຖານການສຶກສາແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍລ້ວນແຕ່ພາກັນຈົດຈໍ່ໃສ່ການສະເຫຼີມສະຫຼອງວັນຄູແຫ່ງຊາດລາວ ດ້ວຍຮູບການຕ່າງໆ ເພາະວັນນີ້ແມ່ນວັນບຸນຂອງຜູ້ບໍລິຫານການສຶກສາ, ຄູ-ອາຈານ, ນັກຮຽນ, ນັັກສຶກສາ ແລະ ປວງຊົນລາວທັງຊາດ. ດັ່ງທີ່ພວກເຮົາຮັບຊາບນຳກັນແລ້ວ່າ ການທີ່ພັກ-ລັດ ໄດ້ກໍານົດເອົາວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດນັ້ນ ແມ່ນເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ເສຍສະຫຼະ ແລະປະຕິບັດໜ້າທີ່ອັນມີກຽດເພື່ອໃຫ້ຄວາມຮູ້ ແລະແສງສະຫວ່າງ ໃຫ້ແກ່ລູກຫຼານຂອງປະຊາຊົນລາວບັນດາເຜົ່າ.

ໃນຕະຫຼອດໄລຍະຜ່ານມາຄູໄດ້ມີຄວາມຫ້າວຫັນອຸທິດຕົນແກ່ການສິດສອນໃຫ້ລູກຫຼານຊາວລາວບັນດາເຜົ່າໃຫ້ກາຍເປັນຜູ້ມີຄວາມຮູ້, ເປັນນັກຮຽນຮູ້ປັນຍາຊົນ, ເປັນຜູ້ຊ່ຽວຊານ ແລະ ເປັນການນຳຂັ້ນຕ່າງໆ; ຄູລາວຍັງໄດ້ປະກອບສ່ວນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ກູ້ຊາດ; ເຮັດການປະຕິວັດຊາດ ປະຊາທິປະໄຕ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຍ້ອນແນວນັ້ນການນຳພັກ-ລັດ ແລະ ສັງຄົມ ຈຶ່ງຂະໜານນາມໃຫ້ຄູວ່າ: “ຄູເປັນຄົນຂອງພັກ”, “ຄູເປັນແມ່ພິມຂອງຊາດ”, “ຄູເປັນວິສະວະກອນແຫ່ງດວງວິນຍານ” ເຫຼົ່ານີ້ເປັນຕົ້ນ. ໃນໄລຍະທີ່ມີຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ-19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ໄພທໍາມະຊາດ ຄູພວກເຮົາກໍໄດ້ພ້ອມກັນອົດທົນຜ່ານຜ່າ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຕາງໜ້າໃຫ້ຄະນະນຳຂອງກະຊວງ ສສກ ຂໍປະກາດໄຂພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.
ພ້ອມນັ້ນໃນພິທີບັນດາແຂກທີ່ເຂົ້າຮ່ວມຍັງໄດ້ຮັບຊົມ-ຮັບຟັງການສະແດງບົດຟ້ອມອວຍພອນຄູຈາກນ້ອງນັກຮຽນ-ນັກສຶກສາ, ບົດເພງອວຍພອນວັນຄູແຫ່ງຊາດ, ຮອງເພງລວມໝູ່ ໂດຍພະນັກງານບໍານານ, ຮັບຊົມວິດີໂອສັງລວມຜົນງານຂອງຄູ ແລະ ສັນລະເສີນວັນຄູແຫ່ງຊາດ ຄົບຮອບ 30 ປີ, ມອບ-ຮັບນາມມະຍົດພັດທະນາດີເດັ່ນ ພ້ອມທັງຢ້ຽມຊົມການວາງສະແດງຜົນງານຂອງຄູ (ຜົນການຄົ້ນຄວ້າ, ຮູບພາບ, ຕໍາລາການສອນ ແລະ ອື່ນໆ).

ພາບໂດຍ: ສົງການ ພັນແພງດີ
ຂ່າວໂດຍ: ລູກນໍ້າເຊ ອິນທະດາລິນ