ສະຫລອງວັນເດັກຍິງສາກົນ ແລະວັນສ້າງຕັ້ງແຜນງານ ນາງ ນ້ອຍ

ກະຊວງສຶກສາທິການ ແລະກິລາ ຮ່ວມກັບອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA), ບັນດາຄູ່ຮ່ວມງານທັງພາຍໃນ ແລະຕ່າງປະເທດຈັດສະເຫລີມສະຫລອງວັນເດັກຍິງສາກົນ ແລະວັນສ້າງຕັ້ງແຜນງານນາງນ້ອຍ ຄັ້ງທີ 8 ຄົບຮອບ 18 ປີ ພາຍໃຕ້ຫົວຂໍ້: “ວິໄສທັດຂອງເດັກຍິງເພື່ອອະນາຄົດໃນວັນທີ 15 ຕຸລາ 2024.

ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ປະກາດເອົາວັນທີ 11 ຕຸລາ ເປັນວັນເດັກຍິງສາກົນນັບແຕ່ນັ້ນມາ, ວັນທີ 11 ຕຸລາ ຂອງທຸກໆປີ ຈຶ່ງໄດ້ສະເຫລີມສະຫລອງເປັນວັນເດັກຍິງສາກົນ ເພື່ອຮັບຮູ້ສິດທິ ແລະ ສິ່ງທ້າທາຍທີ່ເດັກຍິງໃນທົ່ວໂລກໄດ້ພົບພໍ້. ໃນປີ 2016 ສປປ ລາວ ໄດ້ເປີດແຜນງານ ນາງນ້ອຍ ແລະ ສ້າງນາງນ້ອຍ (ຂະນະນັ້ນນາງນ້ອຍມີອາຍຸ 10 ປີ) ໃຫ້ເປັນຕົວແທນຂອງເດັກຍິງໄວໜຸ່ມທັງໝົດ 700.000 ກວ່າຄົນ ໃນທົ່ວປະເທດ. ຮູບແບບດັ່ງກ່າວ, ໄດ້ຖືກສ້າງຂຶ້ນ ເພື່ອເປັນຈຸດເລີ່ມຕົ້ນໃນການສົນທະນາ ແລະ ດຶງດູດຄວາມສົນໃຈ ກັບຄວາມຕ້ອງການທີ່ສໍາຄັນ ຂອງເດັກຍິງໄວໜຸ່ມເຊັ່ນດຽວກັນກັບເດັກຊາຍ. ນັບແຕ່ນັ້ນມາ, ວັນທີ 11 ຕຸລາ ກໍເປັນວັນຄົບຮອບວັນເກີດຂອງນາງນ້ອຍ ແລະ ໄດ້ຈັດງານຂຶ້ນໃນທຸກໆປີ ເພື່ອສະຫລອງຄວາມຄືບໜ້າກ່ຽວກັບ ໂຄງການໄວໜຸ່ມ ແລະ ການສ້າງຄູ່ຮ່ວມງານ ແລະ ເສີມຂະ ຫຍາຍຄຳໝັ້ນສັນຍາ ໃນການຊຸກຍູ້ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມຍິງ ແລະຊາຍດ້ວຍວິໄສທັດ “ບໍ່ປ່ອຍປະໃຜໄວ້ຂ້າງຫລັງ”.

ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ແມ່ຍິງໃນຊຸມຊົນມີຄວາມດ້ອຍໂອກາດຫລາຍກວ່າຜູ້ຊາຍ. ສະນັ້ນ, ພວກເຮົາຕ້ອງມີນະ ໂຍບາຍ ແລະ ມີແຜນງານທີ່ຊັດເຈນ ເພື່ອຊ່ວຍເຫລືອເຂົາເຈົ້າ, ນອກຈາກນີ້ພວກເຂົາຍັງຕ້ອງໄດ້ຮັບໂອກາດໃນການມີສ່ວນຮ່ວມ, ການຕັດສິນໃຈໃນຂັ້ນນະໂຍບາຍ ຫລື ມີສ່ວນຮ່ວມໃນການຈັດຕັ້ງປະຕິ ບັດແຜນງານ. ລວມເຖິງການສະໜັບສະໜູນໃນການ ສ້າງຄວາມເຂັ້ມແຂງ, ມີສຸຂະພາບທີ່ດີ, ໄດ້ຮັບການສຶກສາ, ມີວຽກເຮັດງານທໍາ, ໄດ້ຮັບການປົກປ້ອງທາງສັງຄົມ ແລະ ມີສ່ວນຮ່ວມ ເພື່ອບັນລຸຄວາມຝັນຂອງເຂົາເຈົ້າ. ປັດຈຸບັນ, ສປປ ລາວ ປະເຊີນກັບອັດຕາການຖືພາ ໃນໄວໜຸ່ມສູງທີ່ສຸດໃນພາກພື້ນ, ໂດຍອັດຕາການເກີດລູກຂອງໄວໜຸ່ມ ເພີ່ມຂຶ້ນຈາກ 83 ຄົນ ຕໍ່ 1.000 ຄົນ ໃນປີ 2017 ເພີ່ມຂຶ້ນເປັນ 89 ຄົນຕໍ່ 1.000 ຄົນໃນປີ 2023. ນອກນັ້ນ, ອັດຕາສ່ວນຂອງເດັກຍິງອາຍຸ 15-19 ປີ ທີ່ແຕ່ງງານແລ້ວ ຫລື ຢູ່ນຳກັນໂດຍບໍ່ໄດ້ແຕ່ງງານ ເພີ່ມຂຶ້ນຈາກ 23,5% ໃນປີ 2017 ເປັນ 26,5% ໃນປີ 2023. ການໃຫ້ຄວາມສຳຄັນເຖິງການຖືພາຂອງໄວໜຸ່ມ ເປັນຫົວຂໍ້ສຳຄັນຂອງວັນເດັກສາກົນ ໃນປີນີ້ຊ່ວຍໃຫ້ເຂົ້າໃຈເຖິງ ສິ່ງທ້າທາຍລະດັບຊາດທີ່ຍັງຄົງຄ້າງໂດຍເກີດຈາກບັນທັດຖານທາງສັງຄົມ, ຊ່ອງວ່າງຂອງຂໍ້ມູນ, ຄວາມສາມາດ ແລະຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຂອງການລະບາດຂອງພະຍາດ COVID-19. ການຖືພາໃນໄວໜຸ່ມບໍ່ພຽງແຕ່ເປັນອັນຕະລາຍຕໍ່ສຸຂະພາບ, ສະຫວັດດີການຂອງແມ່ໃນໄວເດັກ ແລະ ລູກນ້ອຍເທົ່ານັ້ນ ແຕ່ຍັງເປັນການລ່ວງລະເມີດສິດທິມະນຸດ, ຂັດຂວາງການພັດທະນາຂອງບຸກຄົນ, ການສຶກສາ ແລະ ເສດຖະກິດອີກດ້ວຍ.


ໂອກາດດຽວກັນ, ທ່ານ ດຣ ບາກຕິຢໍ ກາດີເຣີບ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ປະຈຳ ສປປ ລາວ ກໍໄດ້ເນັ້ນເຖິງຄວາມສຳຄັນ ຂອງການລົງທຶນໃສ່ໄວໜຸ່ມ ເພື່ອໝູນໃຊ້ສິດທິ ແລະ ການເຂົ້າເຖິງໂອກາດທີ່ຫລາກຫລາຍ, ການສະຫລອງວັນເກີດຄົບຮອບ 18 ປີຂອງ ນາງນ້ອຍ ຄັ້ງນີ້, ເປັນການສືບຕໍ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ເດັກຍິງໃຫ້ມີທັກສະທີ່ສໍາຄັນໃນຊີວິດ ແລະ ສິດໃນການເລືອກ; ວິໄສທັດ ແລະ ທ່າແຮງຂອງໄວໜຸ່ມຍິງ 700.000 ຄົນໃນ ສປປ ລາວ ສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ ອັນມະຫາສານໃນປັດຈຸບັນ ແລະອະນາຄົດຂອງປະເທດ; ການລົງທຶນໃສ່ສຸຂະພາບ, ສະຫວັດດີພາບ ແລະຄວາມສາມາດຂອງເດັກຍິງ ແລະ ໄວໜຸ່ມບໍ່ພຽງແຕ່ຈະສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ, ແຕ່ຍັງເປັນປະໂຫຍດຕໍ່ຄອບຄົວ ແລະຄົນຮຸ່ນຕໍ່ໄປນຳອີກ; ການສ້າງຄວາມເຂັ້ມແຂງໃຫ້ແກ່ເດັກຍິງ ຈະຊ່ວຍເພີ່ມສັກກາຍະພາບ ໃຫ້ແກ່ປະຊາກອນ ເຊິ່ງຈໍາເປັນເພື່ອການພັດທະນາປະເທດແບບຍືນຍົງ.