ເຈົ້າໜ້າທີ່ອາວຸໂສແອັກແມັກ ທົບທວນ ແລະ ວາງທິດທາງກຽມຮ່າງແຜນແມ່ບົດ

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ (ACMECS) ໄດ້ຈັດຂຶ້ນໃນວັນທີ 14 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ACMECS ຂອງ ສປປ ລາວ, ມີເຈົ້າໜ້າທີ່ອາວຸໂສ ACMECS ຈາກກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນຜົນການຈັດຕັ້ງປະຕິບັດແຜນແມ່ບົດ ACMECS (2019-2023) ແລະ ວາງທິດທາງເພື່ອກະກຽມຮ່າງແຜນແມ່ບົດ ACMECS ໃນຕໍ່ໜ້າຂອງຂອບການຮ່ວມມື ACMECS. ພ້ອມດຽວກັນ, ກໍໄດ້ປຶກສາຫາລື ແລະ ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງບັນດາ 3 ເສົາຄໍ້າຂອງ ACMECS ຄື: 1. ເສົາຄໍ້າການເຊື່ອມຈອດດ້ານພື້ນຖານໂຄງລ່າງທີ່ໂລ່ງລ່ຽນ; 2. ເສົາຄໍ້າການປະສານສົມທົບກັນດ້ານພື້ນຖານໂຄງບົນທີ່ມີຄວາມກົມກຽວ; 3. ເສົາຄໍ້າການພັດທະນາທີ່ຍືນຍົງ ແລະ ທັນສະໄໝ. ນອກນັ້ນ, ໃນທີ່ປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການກະກຽມຄວາມພ້ອມໃນການຈັດກອງປະຊຸມສຸດຍອດ ACMECS ຄັ້ງທີ 10 ທີ່ ສປປ ລາວ ຈະເປັນປະທານໃນເດືອນພະຈິກ 2024 ນີ້, ໂດຍສະເພາະແມ່ນການກະກຽມດ້ານພະລາທິການ, ວາລະກອງປະຊຸມ ແລະທາງດ້ານເນື້ອໃນເປັນຕົ້ນຮ່າງຖະແຫຼງການວຽງຈັນ ທີ່ບັນດາການນໍາຂັ້ນສູງຂອງປະເທດສະມາຊິກທີ່ຈະຮັບຮອງເອົາໃນກອງປະຊຸມສຸດຍອດດັ່ງກ່າວ.

ໃນຕອນບ່າຍຂອງມື້ດຽວກັນ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ CLMV ຂອງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ CLMV ພາຍໃຕ້ການເປັນປະທານຂອງ ສສ ມຽນມາ ຊຶ່ງມີບັນດາເຈົ້າໜ້າທີ່ອາວຸໂສ CLMV ແລະ ບັນດາກະຊວງຂະແໜງການກ່ຽວຂ້ອງ ຂອງປະເທດສະມາຊິກ CLMV ເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ CLMV ຄັ້ງທີ 10 ຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດແຜນວຽກເພື່ອການພັດທະນາ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (Framework for CLMV Development), ພ້ອມທັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດ ຂອງບັນດາ 8 ໜ່ວຍງານພາຍໃຕ້ຂອບການຮ່ວມມື CLMV ໃນໄລຍະຜ່ານມາ ກໍຄືຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ຂໍ້ສະເໜີໃນການແກ້ໄຂສິ່ງທ້າທາຍຮ່ວມກັນໃນຕໍ່ໜ້າ ຊຶ່ງບັນດາ 8 ໜ່ວຍງານປະກອບມີ: 1. ການຮ່ວມມື ດ້ານການຄ້າ ແລະ ການລົງທຶນ; 2. ການຮ່ວມມື ດ້ານການຂົນສົ່ງ; 3. ການຮ່ວມມື ດ້ານອຸດສາຫະກໍາ; 4. ການຮ່ວມມື ດ້ານການທ່ອງທ່ຽວ; 5. ການຮ່ວມມື ດ້ານພະລັງງານ; 6. ການຮ່ວມມື ດ້ານການພັດທະນາຊັບພະຍາກອນມະນຸດ; 7. ການຮ່ວມມື ດ້ານກະສິກໍາ ແລະ 8. ການຮ່ວມມື ດ້ານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ (ICT); ພ້ອມດຽວກັັນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ບັນດາເອກກະສານທີ່ຈະຮັບຮອງໃນກອງປະຊຸມສຸດຍອດ CLMV ຄັ້ງທີ 11.
ຂ່າວ: ກະຊວງການຕ່າງປະເທດ