ຮອງລັດຖະມົນຕີກະຊວງ ອຄ ເຄື່ອນໄຫວເຮັດວຽກ ຢູ່ແຂວງຄໍາມ່ວນ

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍຄະນະເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ ໃນວັນທີ 14 ຕຸລາ 2024 ໂດຍການຕ້ອນຮັບຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ.

ຈຸດປະສົງການລົງເຄື່ອນໄຫວວຽກງານໃນຄັ້ງນີ້ເພື່ອຕິດຕາມ, ຊຸກຍູ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິ 04/ກມສພ ແລະມະຕິ 05/ລບ ທີ່ພົວພັນເຖິງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ມະຕິ 19/ກມສພ ວ່າດ້ວຍການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະນິຕິກຳຕ່າງໆ ທີ່ກ່ຽວຂ້ອງເພື່ອຮ່ວມກັນປຶກສາຫາລືໃນການສືບຕໍ່ຍູ້ແຮງ ການຈັດຕັ້ງປະຕິບັດເນື້ອໃນມະຕິ ດັ່ງກ່າວຕິດພັນກັບການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນ 4 ເດືອນ ທ້າຍປີ 2024 ຂອງຄະນະສະເພາະກິດ 19/ກມສພ ທັງນີ້ກໍເພື່ອເຮັດໃຫ້ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິ ແລະ ນິຕິກຳຕ່າງໆ ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ທັງຮັບປະກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ສາມາດປະກອບສ່ວນຢ່າງສໍາຄັນເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຕາມການຕົກລົງຂອງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ. ພ້ອມນີ້, ໄດ້ລົງເລິກຄົ້ນຄວ້າ ປຶກສາຫາລື ໃນ 4 ກຸ່ມວຽກຄື: ກຸ່ມວຽກການຜະລິດ, ການປຸງແຕ່ງຜະລິດຕະພັນກະສິກຳ-ປ່າໄມ້; ກຸ່ມວຽກການນໍາເຂົ້າ-ສົ່ງອອກ; ກຸ່ມວຽກບໍລິການທ່ອງທ່ຽວ ແລະ ກຸ່ມວຽກການພັດທະນາ ພະລັງງານ ແລະ ບໍ່ແຮ່.

ສໍາລັບແຂວງຄໍາມ່ວນຜ່ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມແຜນແມ່ນມີທັງໝົດ 13 ຂະແໜງການ, 111 ໜ້າວຽກ ທີ່ໄດ້ມອບໝາຍໃຫ້ທຸກຂະແໜງການອ້ອມຂ້າງແຂວງ ແລະ ເມືອງນໍາໄປຈັດຕັ້ງປະຕິບັດ ຕະຫລອດໄລຍະ 3 ປີຜ່ານມາ ສາມາດປະເມີນໄດ້ວ່າ ມີຜົນສໍາເລັດແລ້ວ 86 ໜ້າວຽກ, ເທົ່າກັບ 77,47% ຂອງໜ້າວຽກທັງໝົດ ແລະ ຍັງບໍ່ທັນສຳເລັດຕາມກໍານົດເວລາຈໍານວນ 25 ໜ້າວຽກ ເທົ່າກັບ 22,52% ຂອງໜ້າວຽກທັງໝົດ, ດ້ານພົ້ນເດັ່ນ ອັນທີ່ຢັ້ງຢືນ ແມ່ນລາຍຮັບຂອງແຂວງເກີນແຜນ ປີ 2021 ເກີນແຜນ 84 ຕື້ກີບ, ປີ 2022 ເກີນແຜນ 154 ຕື້ກີບ, ປີ 2023 ເກີນແຜນ 790 ຕື້ກີບ ແລະ ສໍາລັບ 9 ເດືອນປີ 2024 ໄດ້ສຸມໃສ່ສົ່ງເສີມການຜະລິດ-ການບໍລິການ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ການສ້າງຄວາມເຂັ້ມແຂງ ດ້ານການເກັບລາຍຮັບງົບປະມານ, ສົ່ງເສີມການປະຢັດ ຕ້ານການຟຸມເຟືອຍ ແລະ ການແກ້ໄຂໜີ້ສິນ, ສ້າງສະຖຽນລະພາບດ້ານເງິນຕາ ແລະ ຍົກສູງປະສິດທິພາບການຄຸ້ມຄອງລັັດ ດ້ວຍກົດໝາຍ.

ໂອກາດດຽວກັນ, ທ່ານ ຮອງລັດຖະມົນຕີ ພ້ອມຄະນະຍັງໄດ້ລົງເລິກຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດຢູ່ດ່ານສາກົນຂົວມິດຕະພາບ 3 ຄໍາມ່ວນ-ນະຄອນພະນົມ ແລະ ບາງໂຄງການໃນຂົງເຂດເສດຖະກິດ-ສັງຄົມ ຂອງແຂວງຕື່ມອີກ.
ຂ່າວ: ມະນີວັນ
.
#ຂ່າວເສດຖະກິດສັງຄົມ #ໜັງສືພິມເສດຖະກິດສັງຄົມ