3 ປີ ວນລ ມອບພັນທະແກ່ລັດ 1,7 ຕື້ກີບ

ວັນທີ 24 ເມສາ ທີ່ນະຄອນຫຼວງ ວຽງຈັນລັດວິສາຫະກິດນໍ້າມັນເຊື້ອໄຟ ລາວ (ລນລ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະໜ່ວຍພັກ ພາຍໃຕ້ ການເປັນປະທານຂອງ ທ່ານ ບຸນຍົງ ພົນ ພັກດີ ເລຂາໜ່ວຍພັກ ລນລ ແລະເຂົ້າ ຮ່ວມມີ ທ່ານ ອະນຸສິນ ພົນເສນາ ຮອງ ເລຂາຄະນະພັກຮາກຖານລນລ, ທ່ານ ສີລິສໍາພັນ ວໍລະຈິດຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະການຄ້າ, ມີບັນດາຄະນະພັກ, ຮອງຄະນະພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນຍົງ ພົນພັກດີ ກ່່າວວ່າ: ຜ່ານການຊີ້ນໍາພາວຽກງນທຸລະກິດປີ 2016-2018 ປະສານສົມທົບກັບໜ່ວຍພັກການຜະລິດເອົາໃຈໃສ່ຊີ້ນໍາ-ນໍາພາ ວຽກງານທຸລະກິດ ແລະສໍາເລັດການ ໄຂຄະດີຈໍານວນໜຶ່ງຢ່າງຕັ້ງໜ້າສ້າງ ແຜນການດໍາເນີນທຸລະກິດປະຈໍາປີ, ປະສານສົມທົບກັບຄູ່ຄ້າທັງພາຍໃນ ແລະຕ່າງປະເທດເປັນປົກກະຕິ, ຈັດສໍາ ມະນາລູກຄ້າ ສ້າງຄວາມເຊື່ອໝັ້ນເຊິ່ງ ກັນ ແລະກັນ.ພ້ອມທັງເອົາໃຈໃສ່ການ ຮັບໃຊ້ສັງຄົມຢ່າງຍຸດຕິທໍາ ແລະທົ່ວ  ເຖິງ. ຜ່ານການຊີ້ນໍາ-ນໍາພາວຽກງານທຸລະກິດໃນໄລຍະຜ່ານມາສາມາດປະຕິບັດໄດ້ຄື: 1). ນໍາເອົານໍ້າມັນເຊື້ອໄຟທັງໝົດ 795,35 ລ້ານລິດ ເທົ່າກັບ 98,19% ຂອງແຜນການ, ຈັດຊື້ອຸປະກອນນໍ້າມັນ, ຫົວປໍ້າ, ອາໄລ່ປໍ້າເພື່ອປ່ຽນຖ່າຍ, ລົດເຕີມ ນໍ້າມັນເຮືອບິນ, ນໍາເຂົ້າແກັສຫຸງຕົ້ມອອກ ແລະອຸປະກອນແກັສມາບໍລິການໃຫ້ແກ່ ຜູ້ຊົມໃຊ້ໄດ້ 7.873 ໂຕນ ເອົ່າກັບ 136,36% ຂອງແຜນການ. 2). ຂາຍນໍ້າມັນໄດ້ທັງໝົດ 790,08 ລ້າລິດ ເອົ່າກັບ 97,54% ຂອງແຜນການ, ຂາຍແກັສຫຸງຕົ້ມມາໄດ້ 7.931 ໂຕນ ເອົ່າກັບ 119,26% ຂອງແຜນການ. 3) ສ້າງລາຍຮັບໄດ້ທັງໝົດ 9.891 ຕຶ້ກີບ, ມີຜົນກໍາໄລ 68,58 ຕື້ກີບ ແລະປະຕິບັດພັນທະໃຫ້ແກ່ລັດທັງໝົດ 1.735,53 ຕື້ກີບ.

ນອກນັ້ນໄດ້ອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍເປັນປົກກະຕິທັງເອົາໃຈ ໃສ່ທ່ວງໜີ້ຈາກລູກຄ້າ, ປໍ້າຕົວແທນ ແລະພະຍາຍາມຄວມຄຸມລາຍຈ່າຍ, ຄວບຄຸມ ໜີ້ໃຫ້ຢູ່ໃນກອບນະໂຍບາຍປ່ອຍໜີ້ຂອງ ສໍານັກງານໃຫຍ່ລັດວິສາຫະກິດນໍ້າມັນ ເຊື້ອໄຟລາວ (ລນລ).ພ້ອມທັງສະເໜີລົບລ້າງໜີ້ຈໍານວນໜຶ່ງ ທີ່ບໍ່ມີຕົວຕົນ ແຕ່ ສາມາດຢັ້ງຢືນໄດ້, ເກັບກູ້ໜີ້ແກ່ທວງ ຍາກໄດ້ຫຼາຍຕື້ກີບແລະເອົາໃຈໃສ່ລໍາ ລະໜີ້ຕ້ອງສົ່ງໃຫ້ເຈົ້າໜີ້ທັງພາຍໃນ ແລະຕ່າງປະເທດ ໄດ້ເປັນປົກກະຕິທັນເວ ລາສ້າງຄວາມເຊື່ອໝັ້ນ ແລະໄວ້ວາງໃຈ ໃຫ້ແກ່ລູກຄ້າ.

ໃນກອງປະຊຸມດັ່ງກ່າວຍັງໄດ້ມີການ ເລືອກຕັ້ງຄະນະໜ່ວຍພັກຊຸດໃໝ່ຂອງສໍານັກງານໃຫຍ່ລັດວິສາຫະກິດນໍ້າມັນ ເຊື້ອໄຟລາວ ຊຶ່ງໄດ້ເລືອກເອົາ ສະຫາຍ ຈັນທະກິ່ງ ອິນທະວົງ ເປັນເລຂາໜ່ວຍ ພັກ, ສະຫາຍ ແສງສະຫວາດ ໂສມລັດຕະ ນະ ເປັນຮອງເລຂາ, ສະຫາຍຄໍາເກີດສາຍສຸດທາ ເປັນຜູ້ກວດກາໜ່ວຍພັກ.

ຂ່າວ: ວົງມະນີ