ສປປ ລາວ ກຽມຈັດປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45

ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດຫົວໜ້າອະນຸກຳມະການກອງເລຂາແຫ່ງຊາດ, ກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ AIPA ຄັ້ງທີ 45 ໄດ້ຖະແຫຼງຂ່າວ ໃນວັນທີ 14 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ ລັດຖະສະພາສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດ ທະນາຂອງໄອປາ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ ແລະ ຄະນະຜູ້ແທນ ສປປ ລາວ ເຈົ້າພາບລວມທັງໝົດ ປະມານ 500 ທ່ານ ເຂົ້າຮ່ວມ.

ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງນີ້ ຈະມີກອງປະຊຸມຕ່າງໆ ທັງໝົດ 12 ກອງປະຊຸມຄື: ກອງປະຊຸມຄະນະບໍລິຫານງານໄອປາ, ກອງປະຊຸມກຳມາທິການການເມືອງ, ກອງປະຊຸມກຳມາ ທິການເສດຖະກິດ, ກອງປະຊຸມກຳມາທິການວຽກງານສັງຄົມ,​ ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ, ກອງປະຊຸມກຳມາທິການຖະແຫຼງການ ຮ່ວມ, ກອງປະຊຸມພົບປະ ລະຫວ່າງ ກອງເລຂາໄອປາ ແລະ ກອງເລຂາອາຊຽນ, ກອງປະຊຸມພົບປະກັບລັດຖະສະພາສັງເກດການ, ກອງປະຊຸມເວທີຜູ້ນຳການເມືອງເພດຍິງ WAIPA, ກອງປະຊຸມກອງເລຂາແຫ່ງຊາດຂອງບັນດາລັດຖະສະພາປະເທດສະມາຊິກໄອປາ ແລະ ກອງປະຊຸມເລຂາທິການຂອງຄະນະຜູ້ແທນຂອງບັນດາລັດຖະສະພາສັງເກດການໄອປາ.
ກອງປະຊຸມທັງໝົດນີ້ ຈະລົງເລິກຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທັງໝົດ 38 ສະບັບ, ໃນນີ້ ຂົງເຂດການ ເມືອງ ມີ 4 ສະບັບ, ຂົງເຂດເສດຖະກິດ ມີ 8 ສະບັບ, ຂົງເຂດສັງຄົມ 5 ສະບັບ, ວຽກງານເພດຍິງ ມີ 2 ສະບັບ, ວຽກງານຊາວໜຸ່ມ ມີ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນ ມີ 16 ສະບັບ. ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ນີ້ ຈະໄດ້ປຶກສາຫາລື ກ່ຽວກັບບັນຫາທີ່ເປັນຜົນປະ ໂຫຍດຮ່ວມກັນ ຂອງພາກພື້ນ ກໍຄືຂອງໂລກ ເພື່ອເພີ່ມທະວີການເຊື່ອມໂຍງພາຍ ໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ພາກພື້ນອື່ນ ເພື່ອເຮັດ ໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ຮັດແຄບຄວາມແຕກ ໂຕນຂອງລະດັບການພັດທະນາ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.
ທ່ານ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ການກະກຽມຄວາມພ້ອມໃນການເປັນເຈົ້າພາບ ຈັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ໄດ້ມີຄວາມຄືບໜ້າໃນທຸກດ້ານ, ດໍາເນີນໄປຕາມບາດກ້າວ ແລະ ຄາດວ່າຈະສາມາດດໍາເນີນກອງປະຊຸມ ໄດ້ຕາມກຳນົດເວລາ.
ພ້ອມນີ້ທ່ານໄດ້ ຕາງໜ້າ ໃຫ້ຄະນະກຳມະການຊີ້ນຳລະດັບຊາດ, ເຊີນຊວນບັນ ດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳ ຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ ອອກແຮງງານ, ພໍ່ແມ່ພີ່ນ້ອງ, ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນທົ່ວປະເທດ, ຊາວນະຄອນຫຼວງວຽງຈັນ, ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ, ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຈົ່ງຮ່ວມຈິດຮ່ວມໃຈກັນ ຕ້ອນ ຮັບຄະນະຜູ້ແທນ, ແຂກຕ່າງປະເທດ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ດ້ວຍໄມຕີຈິດ, ມິດຕະພາບ, ດ້ວຍຮອຍຍິ້ມອັນແຈ່ມໃສ ເພື່ອສ້າງຄວາມຊົງຈໍາ ແລະ ຄວາມປະທັບໃຈໃຫ້ແກ່ຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ, ພ້ອມທັງຮັບປະກັນໃຫ້ກອງປະຊຸມຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ແລະ ມີຜົນສໍາເລັດຈົບງາມ.