ບໍລິສັດ ນິວຈິບເຊັງ ລົງກວດເຊັກສະພາບລົດຈັກ ປະຊາຊົນຫລັງຖືກນໍ້າຖ້ວມ

ແຫລ່ງຂ່າວຈາກ ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ວັນທີ 9-11 ຕຸລາ 2024 ຜ່ານມາ, ບໍລິສັດນິວຈິບເຊັງ ຈໍາກັດ ຮ່ວມກັບ ຕົວແທນຈໍາໜ່າຍລົດຈັກຮອນດາ ຫລວງນໍ້າທາ ຊ່ວຍຟື້ນຟູກວດເຊັກສະພາບລົດຈັກຂອງປະຊາຊົນ ພາຍໃນແຂວງັລວງນໍ້າທາ ພາຍຫລັງທີ່ຖືກນໍ້າຖ້ວມ ໂດຍມີ ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫລວງນໍ້າທາ, ທ່ານ ໄຊຢຸດ ຣຸດຈະນະພອນ ຜູ້ຈັດການໃຫຍ່ທົ່ວໄປ ບໍລິສັດ ນິວຈິບເຊັງ ຈໍາກັດ, ມີຊ່າງຈາກບໍລິສັດ ນີວຈິບເຊັງ ຈໍາກັດ, ຊ່າງຈາກຮ້ານ ຮອນດ້າ ຫລວງນໍ້າທາ, ຄູອາຈານ ແລະ ນັກຮຽນຈາກໂຮງຮຽນ ເຕັກນິກວິຊາຊີບແບບປະສົມ ແຂວງຫລວງນໍ້າທາ ເຂົ້າຮ່ວມ.

ການມາບໍລິການຊ່ວຍຟື້ນຟູກວດເຊັກສະພາບລົດຈັກໃນຄັ້ງນີ້, ເພື່ອເປັນການຟື້ນຟູສະພາບລົດທີ່ຖືກນໍ້າຖ້ວມ ໂດຍ ບໍລິສັດ ນິວຈິບເຊັງ ຈໍາກັດ ຮ່ວມກັບຕົວແທນຈໍາໜ່າຍລົດຈັກຮອນດ້າຫລວງ ນໍ້າທາ ໄດ້ນໍາເອົາຊ່າງ ແລະ ອຸປະກອນອາໄລລົດຈັກມາປ່ຽນຖ່າຍໃຫ້ຟຣີ ເຊິ່ງປະກອບມີ: ນໍ້າມັນເຄື່ອງ, ກ່ອງອາກາດ ແລະ ຫົວທຽນ ແລະ ອາໄຫລອື່ນໆ, ຖ້າຫາກໄດ້ສ້ອມປ່ຽນແມ່ນຄິດໄລ່ສ່ວນຫລຸດ 30% ຂອງມູນຄ່າ ເຊິ່ງໄລຍະ3 ວັນ ມີຜູ້ເອົາລົດຈັກເຂົ້າມາສ້ອງແປງ ປະມານ 500 ກ່ວາຄັນ ລວມມູນຄ່າອາໄຫລ 160 ລ້ານກີບ.

ພ້ອມນີ້, ບໍລິສັດດັ່ງກ່າວຍັງໄດ້ມອບເງິນ ຈໍານວນ 40 ລ້ານກີບ ໃຫ້ແຂວງຫລວງນໍ້າທາ ເພື່ອນໍາໄປປະກອບສ່ວນເຟື້ນຟູແຂວງຫລວງນໍ້າທາ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມນີ້, ທາງບໍລິສັດຍັງໄດ້ນໍາເອົາ ເສື້ອກັນຝົນ 100 ຝືນ, ຜ້າເຊັດລົດ 200 ຜືນ, ເສື້ອຍືດ 50 ຜືນ ແລະ ໝວກ 50 ໜ່ວຍ ເຮັດເປັນກິດຈະກໍາ ໃຫ້ຜູ້ມາໃຊ້ບໍລິການລົດມາສ້ອມແປ່ງ ຈົກສະຫລາກເອົາລາງວັນຕື່ມອີກ.
ຂ່າວ: ມຸນຕີ