ບໍລິສັດ ຊີໂນ-ອາກຣີ ໂປຕາສ ເປີດລະດູການເກັບກ່ຽວຜົນຜະລິດເຂົ້ານາປີຊ່ວຍພໍ່ປະຊາຊົນ

ພິທີເປີດລະດູການເກັບກ່ຽວຜົນຜະລິດເຂົ້ານາປີ ຂອງພໍ່ແມ່ປະຊາຊົນ ໂດຍການຊ່ວຍເຫຼືອຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2024 ຢູ່ທີ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ສີຫງວນ ອິນທະລາດ ຮອງເຈົ້າເມືອງທ່າແຂກ, ທ່ານ ຈູ່ ຊຽງ ລີ່ ຮອງຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີ ໂປຕາສ, ມີອຳນາດການປົກຄອງບ້ານດົງໃຕ້, ພໍ່ແມ່ປະຊາຊົນ ແລະພະນັກງານບໍລິສັດຊີໂນ-ອາກຣີ ໂປຕາສ ເຂົ້າຮ່ວມ.

ບໍລິສັດຊີໂນ-ອາກຣີ ໂປຕາສ ໄດ້ຕັ້ງຮາກຖານຢູ່ໃນປະເທດລາວມາເປັນເວລາສິບກວ່າປີແລ້ວ ເຊິ່ງຄຽງຄູ່ກັບການດຳເນີນກິດຈະການ ແລະ ພັດທະນາບໍລິສັດແລ້ວ ຍາມໃດກໍຖືຄວາມສຳຄັນ ໃນການແກ້ໄຂຄວາມຫຍຸ້ງຍາກຂອງຊາວກະສິກອນທ້ອງຖິ່ນ ແລະ ພະນັກງານລາວ ຂອງບໍລິສັດຢ່າງເຕັມທີ່, ບໍລິສັດມີຄວາມເຕັມໃຈ ແລະ ຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງວຽກງານການເກັບກ່ຽວເຂົ້ານາປີຂອງພໍ່ແມ່ປະຊາຊົນ. ເຊິ່ງນັບຕັ້ງແຕ່ບໍລິສັດໄດ້ເລີ່ມຊ່ວຍເຫຼືອຊາວກະສິກອນ ເກັບກ່ຽວເຂົ້າທີ່ບໍ່ຄິດຜົນຕອບແທນ ໂດຍເນັ້ນໃສ່ແກ້ໄຂບັນດາພະນັກງານລາວ ຂອງບໍລິສັດ ແລະ ພື້ນທີ່ເຂດອ້ອມຂ້າງທີ່ຕັ້ງຂອງໂຮງງານ ໂດຍມີຈໍານວນທີ່ລົງທະບຽນເຂົ້າຮ່ວມໂຄງການເກັບກ່ຽວໄດ້ເພີ່ມຂຶ້ນຫຼາຍໃນແຕ່ລະປີ ສະນັ້ນ ໃນປີນີ້ ບໍລິສັດຈຶ່ງໄດ້ເພີ່ມລົດເກັບກ່ຽວໃໝ່ອີກ 1 ຄັນ ລວມເປັນ 4 ຄັນທີ່ມີຢູ່ໃນປະຈຸບັນ ເພື່ອຮັບປະກັນວຽກງານເກັບກ່ຽວໃຫ້ມີປະສິດທິຜົນສູງສຸດ ແລະ ຕອບສະໜອງທັນກັບຄວາມຕ້ອງການຂອງຂອງຊາວກະສິກອນໃຫ້ຫຼາຍທີ່ສຸດ. ພິທີເປີດໂຄງການໃນມື້ນີ້ບໍ່ພຽງແຕ່ເປັນການເລີ່ມຕົ້ນຂອງການເກັບກ່ຽວເທົ່ານັ້ນ, ແຕ່ຍັງເປັນສັນຍາລັກທີ່ສໍາຄັນ ແລະ ສະແດງໃຫ້ເຫັນເຖິງການແບ່ງປັນຄວາມສຳເລັດ ແລະ ການສ້າງອະນາຄົດທີ່ດີກວ່າຮ່ວມກັນຂອງບໍລິສັດ ແລະ ທ້ອງຖິ່ນ ເຊິ່ງໃນອະນາຄົດ ຈະສືບຕໍ່ປະຕິບັດວຽກງານການພັດທະນາແບບປະສານກົມກຽວ, ປະຕິບັດແນວຄວາມຄິດຂອງການ ເຄົາລົບນັບຖື, ປະສານກົມກຽວ, ມີໄຊຊະນະຮ່ວມກັນ ດ້ວຍການປະຕິບັດຕົວຈິງໄປພ້ອມໆກັນ.

ໃນໂອກາດນີ້ຕາງໜ້າຈາກການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານດົງໃຕ້ກໍ່ໄດ້ສະແດງຄວາມດີໃຈ ແລະຂອບໃຈຕໍ່ບໍລິສັດຊີໂນ-ອາກຣີ ໂປຕາສ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການເກັບກ່ຽວເຂົ້ານາປີ ໂດຍບໍ່ຄິດຜົນຕອບແທນເຊິ່ງເປັນການແບ່ງເບົາທາງດ້ານແຮງງານ ແລະຫຼຸດຄ່າສິ້ນເປືອງຕ່າງໃນການເກັບກ່ຽວຜົນຜະລິດຂອງພໍ່ແມ່ປະຊາຊົນ.
ຂ່າວ-ພາບ: ກອງຄໍາ