ສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໃນການເປັນຄູຝຶກນັກຂ່າວທີ່ມີຄຸນນະພາບ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນໃນການເປັນຄູຝຶກນັກຂ່າວ ພາຍໃຕ້ຫົວຂໍ້: ການລາຍງານຂ່າວບັນຫາສີຂຽວຂຶ້ນໃນວັນທີ 14 ຕຸລາຜ່ານມາ ທີ່ໜັງສືພິມພາສາຕ່າງປະເທດ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ມີທ່ານ ທອງຫຼໍ່ ດວງສະຫວັນ ຜູ້ອຳນວຍການໃຫຍ່ໜັງສືພິມພາສາຕ່າງປະເທດ ຫົວໜ້າໂຄງການແກມຊິວ, ມີທ່ານນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມເພື່ອການພັດທະນາສີຂຽວໃນ ສປປ ລາວ ຈາກອົງການແຄຣ ນານາຊາດປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ, ວິທະຍາກອນ ແລະ ສື່ມວນຊົນທັງສູນກາງ-ແຂວງເຂົ້າຮ່ວມ.

ໂຄງການແກມຊິວ ໄດ້ຖືກອະນຸມັດ ແລະ ເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງກະຊວງ ຖວທ ຕາງໜ້າໂດຍ ກົມສື່ມວນຊົນ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ສະບັບລົງວັນທີ 14 ກັນຍາ 2023 ຊຶ່ງໄດ້ມອບໝາຍໃຫ້ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ເປັນຜູ້ດຳເນີນການປະຕິບັດກິດຈະກຳຂອງໂຄງການ ຊຶ່ງມີ 2 ເປົ້າໝາຍຫຼັກຄື: (1) ສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະດັບທັກສະດ້ານວິຊາຊີບ ລວມທັງການນຳໃຊ້ເຕັກໂນໂລຊີແບບດີຈີຕອນ ແລະ ສື່ແບບໃໝ່ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານທີ່ມີຄຸນນະພາບ ໂດຍຜ່ານການລາຍງານທີ່ມີຄວາມຮັບຜິດຊອບ ແລະ ເປັນມືອາຊີບກ່ຽວກັບການພັດທະນາສີຂຽວ. (2) ບັນດາຜູ້ເຂົ້າຮ່ວມຈາກອົງການຈັດຕັ້ງທາງສັງຄົມທີ່ເຮັດວຽກກ່ຽວກັບການພັດທະນາສີຂຽວ ຊຶ່ງລະບຸຢູ່ໃນກິດຈະກຳ, ຜູ້ນໍາໃຊ້ສື່ສັງຄົມອອນລາຍທົ່ວໄປ, ຜູ້ສ້າງວິດີໂອ ແລະ ຮູບເງົາໄດ້ຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງຕົນໃນການປະກອບສ່ວນສ້າງນະໂຍບາຍ, ຕິດຕາມ ແລະ ຊຸກຍູ້ວຽກງານການພັດທະນາສີຂຽວທີ່ມີຜົນກະທົບຕໍ່ຊຸມຊົນ ລວມທັງການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ສື່ແບບໃໝ່ຢ່າງສ້າງສັນ.

ຊຸດຝຶກອົບຮົມໃນຄັ້ງນີ້ແມ່ນໜຶ່ງໃນກິດຈະກຳຫຼັກຂອງໂຄງການ, ຈຸດປະສົງຂອງຊຸດຝຶກອົບຮົມຄູຝຶກໃນຄັ້ງນີ້ຈັດຂຶ້ນ ເພື່ອບັນລຸຕາມແຜນຍຸດທະສາດຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ແຜນການດຳເນີນ ກິດຈະກຳຂອງໂຄງການແກມຊິວໃນການສ້າງຄວາມອາດສາມາດໃຫ້ແກ່ຜູ້ທີ່ເຮັດວຽກງານຂະແໜງຖະ ແຫຼງຂ່າວສື່ມວນຊົນໃນຂົງເຂດທົ່ວປະເທດໃຫ້ກາຍເປັນຄູຝຶກນັກຂ່າວໃນອະນາຄົດ ແລະ ພ້ອມກັນນັ້ນ ກໍຍັງຈະໄດ້ສືບຕໍ່ເຂົ້າຮ່ວມການເຄື່ອນໄຫວກິດຈະກຳ ການຝຶກອົບຮົມຕ່າງໆທີ່ຈະໄດ້ຈັດຂຶ້ນໂດຍສະມາ ຄົມນັກຂ່າວແຫ່ງ ສປປ ລາວ ຕະຫຼອດໄລຍະຂອງໂຄງການ. ການຝຶກອົບຮົມຈະດໍາເນີນໄປເປັນເວລາ 5 ວັນຈຶ່ງຈະສຳເລັດ, ສິດສອນໂດຍຊ່ຽວຊານຂອງໂຄງການ ຊຶ່ງຈະເນັ້ນໜັກທັງພາກທິດສະດີ, ພາກປະຕິບັດ ແລະ ດ້ານເຕັກນິກຕ່າງໆທີ່ກ່ຽວຂ້ອງກັບວຽກງານສື່.
ຂ່າວ-ພາບ: ພູວັນ