ແຂວງວຽງຈັນ ປະກາດດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ຂຶ້ນເປັນດ່ານສາກົນ.

ພິທີປະກາດຍົກລະດັບດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 15 ຕຸລາ 2024 ໂດຍການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ເຂົ້າແຂວງວຽງຈັນ, ມີທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ, ທ່ານ ນ. ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ໄທປະຈໍາ ສປປ ລາວ, ບັນດາ ຜູ້ຕາງຫນ້າຈາກບັນດາກະຊວງ, ແຂວງ, , ອະດີດການນໍາແຂວງ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍາຂອນແກ່ນ, ພະແນກການ, ອົງການ, ເມືອງ, ບ້ານ, ຂະແຫນງການທີ່ກ່ຽວຂ້ອງຂອງແຂວງວຽງຈັນ. ທ່ານ ກິດຕິຄຸນ ບຸດຄຸນ ຮອງຜູ້ວ່າຣາຊະການຈັງຫວັດ, ນາຍອໍາເພີປາກຊົມ, ອໍາເພີຊຽງຄານ ແລະ ອໍາເພີ ໃກ້ຄຽງຈັງຫວັດເລີຍ ເຂົ້າຮ່ວມ.

ການເປີດດ່ານສາກົນບ້ານວັງມື້ນີ້ຈະສ້າງໂອກາດອັນດີເພື່ອບໍລິການຮັບໃຊ້ ນັກທຸລະກິດຜູ້ປະກອບການປະຊາຊົນ ຂອງສອງປະເທດລາວໄທ-ໄທລາວເວົ້າສະເພາະແຂວງວຽງຈັນ ກັບຈັງຫວັດເລີຍ ໃຫ້ມີຄວາມໃກ້ຊິດ, ມີຄວາມສໍາພັນຮ່ວມມືກັນຢ່າງແຫນ້ນແຟ້ນຍິ່ງຂຶ້ນ, ສ້າງຄວາມ ສະດວກສະບາຍກວ່າເກົ່າໃນການໄປມາຫາສູ່ພົບປະຢ້ຽມຢາມທ້ອງທ່ຽວ ແລກປ່ຽນຊື້ຂາຍສິນຄ້ານາໆພັນ, ກາຍເປັນທ່າແຮງບົ່ມຊ້ອນ ແລະ ສ້າງຜົນປະໂຫຍດ ອັນໃຫຍ່ຫຼວງຫຼາຍດ້ານ ປະກອບສ່ວນເຂົ້າ ໃນການພັດທະນາເສດຖະກິດສັງຄົມຂອງແຂວງວຽງຈັນ, ເມືອງໝື່ນ ໂດຍທາງກົງ ແລະ ທາງອ້ອມມີ ບາດກ້າວຂະຫຍາຍຕົວໃຫມ່ດີກວ່າເກົ່າ.
ແຂວງວຽງຈັນ ມີສິ່ງດຸດດຶງຄວາມສົນໃຈຂອງນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດເວົ້າສະເພາະນັກທ່ອງທ່ຽວ ເປັນຈໍານວນຫຼາຍ, ໃຜໆກໍຢາກມາຢ້ຽມຢາມເຮັດການບໍລິການ, ການຄ້າ, ການລົງທຶນ ການບໍລິການຂົນສົ່ງ ມາທ່ອງທ່ຽວ ເຮັດໃຫ້ຊື່ສຽງຂອງແຂວງວຽງຈັນ ປະເທດລາວ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ, ເມື່ອເຫັນໄດ້ເຖິງບົດບາດ ແລະ ຄວາມສໍາຄັນດັ່ງກ່າວ, ແຂວງວຽງຈັນ ຈຶ່ງໄດ້ສະເຫນີຫາ ລັດຖະບານ ແລະ ສຸມທຸກຄວາມພະຍາຍາມ ເພື່ອປັບປຸງເສັ້ນທາງ, ສິ່ງເອື້ອອໍານວຍຄວາມສະດວກ ຕ່າງໆ ແລະ ຍົກລະດັບດ່ານທ້ອງຖິ່ນບ້ານວັງ ຂື້ນເປັນດ່ານສາກົນ. ມາຮອດມື້ນີ້ ລັດຖະບານ ສປປ ລາວ ໄດ້ເຫັນດີອະນຸມັດການຍົກລະດັບດ່ານທ້ອງຖິ່ນບ້ານວັງ, ເມືອງຫມື່ນ, ແຂວງວຽງຈັນ ຂຶ້ນເປັນດ່ານສາກົນຢ່າງເປັນທາງການ ເພື່ອສ້າງຂີດຄວາມສາມາດໃນການອໍານວຍຄວາມສະດວກ, ຊ່ວຍ ກະຕຸກຊຸກຍູ້ການພັດທະນາເສດຖະສິດ-ສັງຄົມຂອງປະເທດຊາດ.