ກອງປະຊຸມທຸລະກິດ ແລະການລົງທຶນສຸດຍອດອາຊຽນສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລາວ-ຈີນ

ວັນທີ 10 ຕຸລານີ້, ໄດ້ມີພິທີເຊັນສັນຍາຮ່ວມມືດ້ານການຊຸກຍູ້ການຮ່ວມມື ອຸດສາຫະກໍາການຂົນສົ່ງ, ເສດຖະກິດ-ການຄ້າ ແລະຍຸດທະສາດ ລະຫວ່າງ ພາກລັດຖະບານ ກັບວິສາຫະກິດຂອງສອງປະເທດລາວ-ຈີນ ໂດຍຜ່ານກອງປະຊຸມທຸລະກິດ ແລະການລົງທຶນສຸດຍອດອາຊຽນ ທີ່ຈັດຂຶ້ນໃນນະຄອນຫຼວງວຽງຈັນ ລະຫວ່າງ ວັນທີ 8-11 ຕຸລາ 2024 ແນໃສ່ຈຸດປະສົງເພື່ອສ້າງເງື່ອນໄຂ ໃຫ້ແກ່ການຮວ່ມມືລາວ-ຈີນກ້າວສູ່ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ໃນເວທີດັ່ງກ່າວ, ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ໄດ້ເຊັນສັນຍາຮ່ວມມື ກັບຕາແສງມາຝາງ ເມືອງຜິງກູ່ ນະຄອນຫຼວງປັກກິ່ງ ວ່າດ້ວຍການສົ່ງເສີມການຮ່ວມມືທາງດ້ານອຸດສາຫະກໍາ ແລະ ໂລຈິດຕິກ.

ຫຼັງຈາກນັ້ນ, ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວຍັງໄດ້ເຊັນສັນຍາຮ່ວມມືເຂດພັດທະນາໂລຈິສຕິກຈິ່ງຜິງ ນະຄອນຫຼວງປັກກິ່ງ ກ່ຽວກັບການສົ່ງເສີມການຮ່ວມມືທາງດ້ານການຄ້າລະຫວ່າງ ລາວ-ຈີນ.

ນອກນັ້ນ, ຍັງມີພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງ ສະຖາບັນຄົ້ນຄວ້າການຢາສາກົນຂອງອາຊຽນ-ຮົງກົງ ກັບສະມາຄົມທຸລະກິດຜະລິຕະພັນການແພດ ແລະ ການຢາລາວ ແລະກຸ່ມບໍລິສັດລາວເນເຊັນນໍດິຈິຕ໋ອນເທັກໂນໂລຢີ ຮ່ວມກັບບໍລິສັດ E-gets ເພື່ອຮ່ວມມືກັນເຊື່ອມໂຍງສະຖານະການ ຊີວິດດິຈິຕອລໃນທົ່ວພາກພື້ນອາຊຽນ

ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ແລະທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກຳມະທິການຮ່ວມມື ລາວ-ຈີນ.