ສໍາເລັດງານມະຫາກໍາ ໂລຈິດສະຕິກ ລາວ ຄັ້ງປະຖົມມະລືກ ຕິດພັນກອງປະຊຸມເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງອາຊຽນ

ງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລືກ ໄດ້ຈັດຂຶ້ນລະຫວ່າງວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ເຊິ່ງຈັດຂຶ້ນຕໍ່ເນື່ອງຈາກກອງປະຊຸມ ສໍາມະນາກ່ຽວກັບການເຊື່ອມໂຍງເຊື່ອມຈອດ ທາງດ້ານການຂົນສົ່ງອາຊຽນ.

ກອງປະຊຸມສາກົນກ່ຽວກັບການເຊື່ອມຕໍ່ການຂົນສົ່ງອາຊຽນ ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເຊິ່ງເປັນກອງປະຊຸມປິ່ນອ້ອມຂອບກອງປະຊຸມສຸດຍອດນັກທຸລະກິດ ແລະ ການລົງທຶນອາຊຽນ ປະຈໍາປີ 2024 ໃນໂອກາດລາວເຮົາເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45.
ກອງປະຊຸມດັ່ງກ່າວມີຄວາມສໍາຄັນຍິ່ງ ເພື່ອສົ່ງເສີມບົດບາດຂອງການຂົນສົ່ງກໍຄືການຮ່ວມມືດ້ານຕ່າງໆຂອງອາຊຽນ ໂດຍຕິດພັນກັບບັນດາຍຸດທະສາດການພັດທະນາແຫ່ງຊາດລາວ ໃນຖານະເປັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເຊິ່ງລາວເຮົາເຂົ້າໃຈເຖິງຄວາມສໍາຄັນຂອງການການເຊື່ອມໂຍງເຊື່ອມຈອດເຖິງວ່າມີຂໍ້ຈໍາກັດທາງພູມສາດ. ແຕ່ໄດ້ວາງຍຸດທະສາດຫັນເອົາປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນສູນກາງການເຊື່ອມໂຍງເຊື່ອມຈອດ ຫຼືໂລຊິດສະຕິກກັບບັນດາປະເທດພາກພື້ນອາຊຽນກໍຄືໃນໂລກ.

ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ກ່າວວ່າ: ປະເທດລາວເຮົາມີຈຸດພິເສດເປັນຂົວຕໍ່ ລະຫວ່າງເສດຖະກິດໃຫຍ່ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງມີຊາຍແດນຕິດຈິດກັບປະເທດຈີນ, ໄທ, ຫວຽດນາມ, ກໍາປູເຈຍ ແລະ ມຽນມາ ເປັນຜົນດີທາງຍຸດທະສາດໃນການອໍານວຍຄວາມສະດວກການຂົນສົ່ງສິນຄ້າ, ສົ່ງເສີມການຄ້າການລົງທຶນ ແລະ ການເຕີບໂຕທາງເສດຖະກິດໃນພາກພື້ນ. ໃນບໍ່ພໍເທົ່າໃດປີມານີ້ ລາວເຮົາໄດ້ກາຍເປັນພາກສ່ວນໜຶ່ງທີ່ສໍາຄັນ ໃນແຜນການເຊື່ອມໂຍງຂອງອາຊຽນ ພາຍຫຼັງເສັ້ນທາງລົດໄຟລາວ-ຈີນໄດ້ກໍ່ສ້າງສໍາເລັດໃນປີ 2021 ໄດ້ກາຍເປັນບາດກ້າວໜຶ່ງທີ່ສໍາຄັນ ຕໍ່ການເພີ່ມຂີດຄວາມສາມາດດ້ານການຂົນສົ່ງຂອງປະເທດເຮົາ.

ທາງລົດໄຟບໍ່ພຽງແຕ່ເຊື່ອມຕໍ່ຈາກລາວໄປຫາປະເທດຈີນເທົ່ານັ້ນ ແຕ່ຍັງສາມາດເຊື່ອມຕໍ່ກັບເສັ້ນທາງອື່ນໆ ໄດ້ຢ່າງກວ້າງຂວາງຫຼຸດຜ່ອນເວລາ, ໄລຍະທາງ ພ້ອມທັງຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງທີ່ພົ້ນເດັ່ນໃນປັດຈຸບັນ ທ່າບົກທ່ານາແລ້ງໄດ້ກາຍເປັນດ່ານສາກົນທາງດ້ານສິນຄ້າຂອງລາວ ນັບແຕ່ທ້າຍປີ 2021 ເປັນຕົ້ນມາ ເຊິ່ງໃນໂຄງການນີ້ໄດ້ແບ່ງອອກເປັນຫຼາຍເຂດເປັນຕົ້ນທ່າບົກທ່ານາແລ້ງ, ເຂດໂລຈິດສະຕິກພາກ,ເຂດສິນຄ້າສົ່ງອອກ, ສາງນໍ້າມັນ ແລະສະບົບຕ່າງໆທີ່ຈະໄດ້ສືບຕໍ່ພັດທະນາຕໍ່ໆໄປ, ທ່ານ ລິດຕາ ຂັດຕິຍະ ກ່າວ.

ຕິດພັນກອງປະຊຸມດັ່ງກ່າວ ໃນວັນທີ 10-11 ຕຸລາ 2024 ທີ່ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ກໍໄດ້ມີການຈັດງານມະຫະກໍາ ໂລຊິດສະຕິກ ລາວ ຄັ້ງປະຖົມມະລືກ ມີແຂກຮັບເຊີນທັງພາກລັດ-ເອກະຊົນ ແລະ ບັນດາຜູ້ສະໝັກລົງທະບຽນເຂົ້າຮ່ວມເປັນຈໍານວນຫຼາຍ.

ມະຫະກໍາ ໂລຊິດສະຕິກ ລາວ 2024 ເປັນງານແຫ່ງການຫັນປ່ຽນໃນການບໍລິການຂົນສົ່ງສິນຄ້າ ເຊື່ອມໂຍງເຊື່ອມຈອດປະເທດລາວ ກັບສາກົນ; ເປັນໂອກາດອັນດີໃນການດໍາເນີນທຸລະກິດ, ສ້າງມາດຕະຖານໃໝ່, ສ້າງເຄືອຂ່າຍໃນການຮ່ວມມືໄລຍະຍາວ, ຍົກສູງເສີມຂະຫຍາຍທຸລະກິດໄປພ້ອມໆກັນ.

ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກທ່ານາແລ້ງ ກ່າວວ່າ: ງານມະຫາກໍາ ໂລຊິດສະຕິກ ລາວ ( Laos logistics fair) ເປັນເກມຫັນປ່ຽນສູ່ໂອກາດອັນໃໝ່ໃຫ້ພວກເຮົາສາມາດຮູ້ໄດ້ໃນການຂົນສົ່ງຜ່ານແດນ-ຂ້າມແດນທາງບົກ, ທາງລົດໄຟຫຼາຍຮູບແບບທັງເພີ່ມພູນມິດຕະພາບການສ້າງເຄືອຂ່າຍ ການເຊື່ອມໂຍງເຊື່ອມຈອດລາວສູ່ສາກົນພາຍໃນງານດັ່ງກ່າວ,ມີທັງການສໍາມະນາເຜີຍແຜ່ສາລະຄວາມຮູ້ ດ້ານທຸລະກິດການຂົນສົ່ງ, ງານວາງສະແດງສິນຄ້າ, ສາທິດການບໍລິການພາກສະໜາມ ແລະ ກິດຈະກໍາຕ່າງໆຢ່າງມີຄວາມຄຶກຄື້ນຕະຫຼອດໄລຍະການຈັດງານ.