ລາວ-ຍີ່ປຸ່ນ ເຫັນດີຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”

ໂດຍຕອບສະໜອງຕາ ມການເຊີນຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອິຊິບະ ຊິເງະຣຸ (ISHIBA Shigeru) ນາຍົກລັດຖະມົນຕີແຫ່ງຍີ່ປຸ່ນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງໃນລະຫວ່າງວັນທີ 10-11 ຕຸລາ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະການຮ່ວມມືອັນດີງາມພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ຕຸລາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍຫຼັງສໍາເລັດພິທີ ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ອິຊິບະ ຊິເງະຣຸ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ. ການພົບປະຄັ້ງນີ້ ຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ຄູ່ຮ່ວມຕຳແໜ່ງຝ່າຍຍີ່ປຸ່ນ ທີ່ໄດ້ຮັບເລືອກຕັ້ງເປັນປະທານພັກເສລີປະຊາທິປະໄຕ (Liberal Democratic Party) ແລະ ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນຄົນໃໝ່ໃນວັນທີ 1 ຕຸລາ 2024 ຜ່ານມາ, ຊຶ່ງການມາຢ້ຽມຢາມຄັ້ງນີ້ ໄດ້ເປັນຂີດໝາຍສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ. ສອງຝ່າຍ ເຫັນດີຈະສືບຕໍ່ແລກປ່ຽນການຢ້ຽມຢາມ ພົບປະຂອງການນຳຂັ້ນສູງຂອງສອງປະເທດ ລາວ-ຍີ່ປຸ່ນຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນທີ່ຈະຍົກລະດັບການພົວພັນຮ່ວມມືຈາກຄູ່ຮ່ວມຍຸດທະສາດຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ແລະ ເຫັນດີຕໍ່ແບບໂລໂກ້ 70 ປີ ໂດຍມີສັນຍາລັກຊ້າງ ແລະ ດອກສະກຸຣະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີປຸ່ນໃນປີ 2025 ທີ່ຈະມາເຖິງນີ້. ພ້ອມນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ຕອບຮັບການເຊື້ອເຊີນ ແລະ ມີຄວາມຍິນດີທີ່ຈະເດີນທາງໄປຢ້ຽມຢາມເຮັດວຽກທາງການ (Official Working Visit) ທີ່ຍີ່ປຸ່ນໃນຕົ້ນປີ 2025 ເພື່ອເປີດປີແຫ່ງການສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 60 ປີທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາຊ່ວຍເຫຼືອລາວ. ພ້ອມດຽວກັນນີ້, ຝ່າຍຍີ່ປຸ່ນຍັງເຫັນດີສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອແກ້ໄຂເສດຖະກິດ-ການເງິນຂອງລາວ ແລະ ສືບຕໍ່ເພີ່ມທະວີວຽກງານການເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ໂດຍຈະພິຈາລະນາໃຫ້ການຊ່ວຍເຫຼືອບັນດາໂຄງການບຸລິມະສິດຂອງ ສປປ ລາວ ເພື່ອຊຸກຍູ້ໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍໄດ້ສະແດງຄວາມຍິນດີຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນຂອບການຮ່ວມມືອາຊຽນ-ຍີ່ປຸ່ນ, ການຮ່ວມມືຂອບແມ່ນ້ຳຂອງ-ຍີ່ປຸ່ນ, ສປຊ ແລະ ອື່ນໆ; ຝ່າຍລາວໄດ້ສະແດງຄວາມຊົມເຊີຍຕໍ່ພາລະບົດບາດຂອງຍີ່ປຸ່ນ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດຂອງປະຊາຄົມອາຊີ ເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ (ASIA Zero Emission Community – AZEC) ຄັ້ງທີ 2 ໃນໂອກາດກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບປີ 2024 ຊຶ່ງເປັນການຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານພະລັງງານໃນຕໍ່ໜ້າ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນໃນໄລຍະຜ່ານມາ, ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ, ການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການສົ່ງຊ່ຽວຊານ ແລະ ອາສາສະໝັກຂອງອົງການ JICA ມາຊ່ວຍເຫຼືອ ສປປ ລາວ, ພິເສດ ໂຄງການຊ່ວຍເຫຼືອປັບປຸງສະໜາມກິລາເຈົ້າອານຸວົງ, ໂຄງການປັບປຸງສະໜາມບິນສາກົນວັດໄຕ ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນປີ 2024.


ຂໍ້ມູນ: ກົມການຂ່າວ, ກະຊວງການຕ່າງປະເທດ