ເຈົ້າແຂວງຈຳປາສັກ ລົງຊຸກຍູ້ການປະຕິບັດໂຄງການຊົນລະປະທານ ອ່າງເກັບນໍ້າຕາດແຊຄໍາຫວາຍ

ວັນທີ 9 ກັນຍາ 2024 ຜ່ານມາ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາພະແນກການທີ່ກ່ຽວຂ້ອງເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ໂຄງການຊົນລະປະທານ ອ່າງເກັບນໍ້າຕາດແຊຄໍາຫວາຍ ບ້ານນາຈຽງ ນະຄອນປາກເຊ ໂດຍມີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ພ້ອມດ້ວຍການນໍານະຄອນ, ຜູ້ປະສານງານໂຄງການຂັ້ນແຂວງ ແລະບໍລິສັດຜູ້ຮັບເໝົາກໍ່ສ້າງໂຄງການເຂົ້າຮ່ວມເຊິ່ງຈຸດປະສົງຂອງໂຄງການ ເພື່ອສ້າງເຂດພັດທະນາດ້ານກະສິກຳແບບຍືນຍົງເພື່ອຄໍ້າປະກັນສະບຽງອາຫານ, ແກ້ໄຂຄວາມທຸກຍາກ, ຈັດສັນອາຊີບຄົງທີ່ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ນອກນີ້ກໍເພື່ອສະໜອງນໍ້າໃຫ້ແກ່ການຜະລິດກະສິກຳແບບໄຫລເອງ ຈຳນວນ 1.200 ເຮັກຕາໄດ້ທັງສອງລະດູ ...

ໂອກາດນີ້, ທ່ານ ສົມຫວັງ ຈັນທະຈັກວົງສາ ຜູ້ປະສານໂຄງການຂັ້ນແຂວງ ຕາງໜ້າເຈົ້າຂອງໂຄງການ ໃຫ້ຮູ້ວ່າ: ໂຄງການຊົນລະປະທານ ອ່າງເກັບນໍ້າ ຕາດແຊຄຳຫວາຍ ມີມູນຄ່າລວມທັງໝົດຂອງແຜນເບື້ອງຕົ້ນ 168,5 ຕື້ກວ່າກີບ ໂດຍແມ່ນບໍລິສັດເປັນຜູ້ລົງທຶນກ່ອນ, ມີຄອງເໝືອງແມ່ 3 ເສັ້ນ, ມີຄວາມຍາວ 8.731 ແມັດ, ຄອງເໝືອງຂັ້ນສອງ ມີ 14 ເສັ້ນ, ມີຄວາມຍາວ 9.912 ແມັດ, ຄອງຊອຍ 7 ເສັ້ນ, ມີຄວາມຍາວ 5.118 ແມັດ, ບໍລິມາດນໍ້າເກັບກັກ 16.712.586 ແມັດກ້ອນ, ເນື້ອທີ່ອ່າງໂຕ່ງ 38,71 ກິໂລຕາແມັດ, ລວງຍາວສາຍຫ້ວຍ 19,15 ກິໂລແມັດ ແລະ ລວງຍາວລວມຂອງສາຂາຫ້ວຍ 8,59 ກິໂລແມັດ. ໂຄງການດັ່ງກ່າວໄດ້ແບ່ງການຈັດຕັ້ງປະຕິບັດ ອອກເປັນ II ໄລຍະ ຄື: ໄລຍະ I ມີ 2 ສັນຍາ ມູນຄ່າ 72,1 ຕື້ກວ່າກີບ ປະກອບມີໜ້າວຽກກໍ່ສ້າງລະບົບຫົວງານເຂື່ອນດິນ, ກໍ່ສ້າງອາຄານລະບາຍນໍ້າລົ້ນ, ກໍ່ສ້າງທໍ່ເອົານໍ້າເຂົ້າຄອງເໝືອງ, ກໍ່ສ້າງເຂື່ອນສໍາຮອງ ແລະ ກໍ່ສ້າງເສັ້ນທາງທີ 1 ຈາກ 3 ແຍກຂົວຂ້າມຫ້ວຍຈຽງ ເຂົ້າຫາຫົວງານ ມີຄວາມຍາວ 5.700 ແມັດ, ກໍ່ສ້າງເສັ້ນທາງທີ 2 ຈາກບ້ານຈັດສັນ ເຂົ້າຫາຫົວງານ ມີຄວາມຍາວ 1.621 ແມັດ, ກໍ່ສ້າງເຮືອນຄຸ້ມຄອງໂຄງການ-ເຮືອນພັກພະນັກງານ ແລະ ກໍ່ສ້າງຕະຂ່າຍໄຟຟ້າ 22 kv ຍາວ 495 ແມັດ. ນັບແຕ່ເລີ່ມລົງມືຈັດຕັ້ງປະຕິບັດໂຄງການ ແລະ ໄດ້ສືບຕໍ່ສັນຍາ ຄັ້ງທີ I ປະຕິບັດໜ້າວຽກຕ່າງໆ ໄດ້ 34,83%, ມີມູນຄ່າ 25,1 ລ້ານກວ່າກີບ(ໂຄງການບໍ່ສໍາເລັດຕາມແຜນການ ຍ້ອມມີການປັບປຸງແບບກໍ່ສ້າງຄືນໃໝ່, ການລະບາດພະຍາດໂຄວວິດ-19 ແລະ ບັນຫາຫຍຸ້ງຍາກດ້ານເສດຖະກິດ).
ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ໄລຍະທີ II ມູນຄ່າ 95,9 ຕື້ ວ່າກີບ, ມາຮອດວັນທີ 15 ສິງຫາ 2024 ບໍລິສັດຜູ້ຮັບເໝົາໂຄງການ ຈຶ່ງໄດ້ຂໍເຊັນສັນຍາສືບຕໍ່ຈັດຕັ້ງປະຕິບັດໂຄງການ, ປະກອບມີໜ້າວຽກລະອຽດ ຄື: ສືບຕໍ່ປູຢາງດໍາ ເສັ້ນທາງທີ 1 ຈາກ 3 ແຍກຂົວຂ້າມຫ້ວຍຈຽງ ເຂົ້າຫາຫົວງານທີ່ມີໄລຍະຍາວ 5.700 ແມັດ; ສືບຕໍ່ປູຢາງດໍາ ເສັ້ນທາງທີ 2 ຈາກບ້ານຈັດສັນ ເຂົ້າຫາຫົວງານທີ່ມີໄລຍະຍາວ 1.621 ແມັດ; ກໍ່ສ້າງຄອງເໝືອງແມ່ 2 ເສັ້ນ, ຄອງຂັ້ນສອງ 14 ເສັ້ນ ແລະ ຄອງຊອຍ 5 ເສັ້ນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກໍມີຄໍາເຫັນຊີ້ນໍາໃຫ້ເຈົ້າຂອງໂຄງການ ແລະ ຜູ້ປະສານງານໂຄງການຂັ້ນແຂວງ ເອົາໃຈໃສ່ປະສານສົມທົບ, ປຶກສາຫາລື ກັບ ບໍລິສັດ ຜູ້ຮັບເໝົາກໍ່ສ້າງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ໂຄງການຊົນລະປະທານ ອ່າງເກັບນໍ້າ ຕາດແຊຄຳຫວາຍ ມີເນື້ອທີ່ລຽບຕາມຝັ່ງຊ້າຍສາຍນໍ້າເຊໂດນ ກວມເຂດເນື້ອທີ່ 4 ບ້ານ ຄື: ບ້ານຊຶ້ງໃຫຍ່, ບ້ານນາຈຽງ, ບ້ານແຮ່ ແລະ ບ້ານໂພຕາກ, ມີ 679 ຄອບຄົວ, ຈໍານວນພົນ 3.775 ຄົນ, ສາມາດຫົດເນື້ອທີ່ການຜະລິດ ໄດ້ 1.200 ເຮັກຕາ.
ຂ່າວ-ພາບ: ທູນທອງໃຈ