ເຈົ້າໜ້າທີ່ລັດລົງກວດກາສານເຈືອປົນ Formalin ຢູ່ຕະຫຼາດໃໝ່ປາກເຊ

ເຈົ້າໜ້າທີ່ຂະແໜງການຄ້າພາຍໃນພະແນກອຸດສາຫະກໍາ ແລະການຄ້າແຂວງຈໍາປາສັກ ຮ່ວມກັບຂະແໜງອາຫານ ແລະຢາ ພະແນກສາທາລະນະສຸກແຂວງ ໄດ້ລົງຕິດຕາມກວດກາເບິ່ງຄວາມສະອາດຂອງອາຫານປະເພດຕ່າງໆ ເຊິ່ງອາດມີສານເຈືອປົນ Formalin ທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ.
 
ການລົງກວດກາສານເຈືອປົນໃນອາຫານມີຂຶ້ນໃນວັນທີ 9 ຕຸລາ 2024 ໂດຍການກວດກາຂອງເຈົ້າໜ້າທີ່ແມ່ນເນັ້ນໃສ່ອາຫານທະເລແຊ່ແຂງ, ລູກຊີ້ນ, ຫ໋ອດດອກ, ປະເພດຊີ້ນສັດແຊ່ແຂງທີ່ນໍາເຂົ້າຈາກຕ່າງປະເທດ ແລະສໍາລັບຈຸດທີ່ລົງກວດມີ: ຮ້ານແມ່ໃຫຍ່ສີ ອາຫານທະເລສົດ, ຮ້ານປູໄຂ່ດອງ ແລະຮ້ານຂາຍລູກຊີນ, ຫ໋ອດດອກ, ຮ້ານຂາຍອາຫານທະເລແຊ່ແຂງ, ຮ້ານຂາຍປະເພດຊີ້ນສັດແຊ່ແຂງຢູ່ທີ່ຕະຫຼາດໃໝ່ປາກເຊ.
 
ທ່ານ ເກດສະໜາ ວົງສີທອນ ວິຊາການຂະແໜງອາຫານ ແລະຢາ ພະແນກສາທາລະນະສຸກແຂວງ ໃຫ້ຮູ້ວ່າ: ການກວດຫາສານເຈືອປົນໃນອາຫານສົດ ແມ່ນໄດ້ນໍາໃຊ້ນໍ້າຢາທົດລອງ Formalin ແລະຜ່ານການກວດກາສໍາລັບຢູ່ຮ້ານແມ່ໃຫຍ່ສີ ອາຫານທະເລສົດ, ຮ້ານປູໄຂ່ດອງ ແມ່ນບໍ່ພົບສານເຈືອປົນ Formalin ໃນອາຫານ, ສ່ວນຢູ່ຕະຫຼາດໃໝ່ປາກເຊແມ່ນກວດພົບສານເຈືອປົນ Formalin ໃນຫາງປາມືກໃຫ່ຍ ຈຳນວນ 11 ກິໂລ, ທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ, ເຈົ້າໜ້າທີ່ໄດ້ນໍາໄປທໍາລາຍຖິ້ມ.
 
ໂອກາດລົງກວດກາສານເຈືອປົນໃນອາຫານຄັ້ງນີ້ເຈົ້າໜ້າທີ່ໄດ້ແນະໃຫ້ຜູ້ຄ້າ-ຂ້າຍເອົາໃຈໃສ່ໃນເລື່ອງຂອງການແຊ່ສິນຄ້າໃຫ້ຢູ່ໃນອຸ່ນຫະພູມທີ່ມີຄວາມເຢັນພຽງພໍ ເພື່ອຮັບປະກັນບໍ່ໃຫ້ອາຫານບູດເນົ່າ, ຫຼີກລ້ຽງການນໍາເອົາອາຫານທີ່ບໍ່ສະອາດມາວາງຂາຍເດັດຂາດ.
ຂ່າວ: ຈັນທະວີສັກ