.

ການຝຶກອົບຮົມຄູຝຶກ-ກຳມະການຕັດສິນກິລາບານເຕະຄົນພິການຕາລະດັບອາຊຽນ ຈະສາມາດຊ່ວຍພັດທະນານັກກິລາລາວ
.

ກອງປະຊຸມຝຶກອົບຮົມຄູຝຶກ ແລະກຳມະການຕັດສິນກິລາບານເຕະຄົນພິການຕາ ລະດັບອາຊຽນ ( 2024 IPC - IBSA Blind Football Southeast Asia Seminar ) ໄດ້ປິດລົງເປັນທີ່ຮຽບຮ້ອຍ ເມື່ອຕອນແລງຂອງວັນທີ 7 ຕຸລາ 2024 ທີ່ຫ້ອງປະຊຸມໃນສະໜາມບານເຕະ ເບສະຫວັນ ເອັບຊີ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ, ທ່ານ ບຸນມີ ໄຊຍະວົງ ຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ແລະ ທ່ານ MARIANO travaglino ຜູ້ບໍລິຫານງານສະມາຄົມກິລາຄົນພິການຕາສາກົນ ພ້ອມດ້ວຍຄະນະພິເສດພິທີດັ່ງກ່າວທາງສະມາຄົມກິລາຄົນພິການຕາສາກົນຍັງໄດ້ມອບໃບຢັ້ງຢືນ ແລະອຸປະກອບກີລາບານເຕະຄົນພິການໂດຍສະເພາະແມ່ນໝາກບານ ພ້ອມກັບຄວາມຮູ້ທີ່ຈະເປັນປະໂຫຍດໃຫ້ກັບວົງການບານເຕະຄົນພິການຕາລາວ.

ໂອກາດນີ້, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ໄດ້ໃຫ້ສໍາພາດວ່າ: ຂໍຂອບໃຈທາງສະມາຄົມກິລາຄົນພິການຕາສາກົນທີ່ໄດ້ໄວ້ວາງໃຈ ແລະມອບໃຫ້ ສປປ ລາວ ເປັນເຈົ້າພາບຈັດງານຄັ້ງນີ້ ເພາະຈະເປັນປະໂຫຍດອັນໃຫຍ່ຫຼວງໃຫ້ກັບພວກເຮົາ ເນື່ອງຈາກການຝຶກອົບຮົມຄັ້ງນີ້ເປັນຄັ້ງທໍາອິດ ແລະ ມີຄວາມສໍາຄັນຫຼາຍ ໃຫ້ກັບຄູຝຶກ, ກໍາມະການຕັດສິນ ແລະ ນັກກິລາບານເຕະຄົນພິການລາວ ກໍຄື ນັກກິລາຈາກ 7 ຊາດອາຊຽນ ໄດ້ຮູ້ເຖິງກົດລະບຽບ ແລະ ຄວາມຮູ້ໃໝ່ໆ ເພື່ອເປັນບົດຮຽນໄປໃຊ້ໃນການພັດທະນາ ແລະ ຖ່າຍທອດໃຫ້ກັບບຸກຄະລະກອນຮຸ່ນຕໍ່ໆໄປ. ເຖິງຢ່າງໃດກໍດີ, ພວກເຮົາຈະສືບຕໍ່ນໍາເອົາບົດຮຽນນີ້ໄປພັດທະນາຕໍ່ໄປ ແລະ ວາງແຜນໄປຈັດການແຂ່ງຂັນໃນກິລາຄົນພິການແຫ່ງຊາດລາວ ໃນປີ 2025 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ແລະ ລາຍການໃຫຍ່ອື່ນໆ ໂດຍສະເພາະລາຍການຊີງແຊ໋ມອາຊີທີ່ ປະເທດອິນເດຍ ໃນປີ 2025 ເພາະພວກເຮົາຫວັງສ້າງຜົນງານໃຫ້ດີຂຶ້ນ ເພື່ອໃຫ້ອັນດັບໂລກຂອງທີມບານເຕະຄົນພິການຕາລາວດີຍິ່ງໃຫຍ່ເພາະປັດຈຸບັນຢູ່ອັນດັບທີ 30 ຕົ້ນໆຂອງໂລກຈະໃຫ້ຫຍັບລົງມາຢູ່ອັນດັບທີ່ດີຂຶ້ນໄປເລື້ອຍໆ.

ສໍາລັບການຝຶກອົບຮົມແມ່ນໄດ້ດໍາເນີນຢ່າງເປັນທາງການລະຫວ່າງວັນທີ 5-7 ຕຸລາ 2024 ທີ່ເດີ່ນບານເຕະ ເບສະຫວັນ ເອັບຊີ ເມືອງໄຊເສດຖາ ນະຄອນຫຼວງຫຼວງ ມີວິທະຍາກອນ ທີ່ມີຄວາມຊ່ຽວຊານດ້ານນີ້ໂດຍສະເພາະມາສອນ, ມີສໍາມະນາກອນ ຕະຫຼອດຮອດຄູຝຶກ ແລະກິລາຄົນພິການຕາ ຈາກ 7 ປະເທດ 7 ເຂົ້າຮ່ວມເກືອບ 30 ທ່ານ ໂດຍຈະໄດ້ຮຽນທັງທິດສະດີ ແລະລົງທົບສອບຕົວຈິງທີ່ສະໜາມດັ່ງກ່າວອີກດ້ວຍເຊິ່ງທັງນັກສໍາມະການກອນ ແລະນັກກີລາ ໄດ້ບົດຮຽນຫຼາຍໆຢ່າງຜ່ານງານຄັ້ງນີ້.

ຂ່າວ: ສົງການ ພັນແພງດີ