ທ່ານ ອິນທີ ເດືອນສະຫວັນ ໄດ້ຮັບແຕ່ງຕັ້ງເປັນປະທານ ສະມາຄົມການທ່ອງທ່ຽວ

ການທ່ອງທ່ຽວຂອງລາວຈະກັບມາຄຶກຄື້ນອີກຄັ້ງພາຍຫຼັງທ່ານ ອິນທີ ເດືອນສະຫວັນ, ນັກທຸລະກິດ ຊື່ດັງ ດ້ານການທ່ອງທ່ຽວ ຢູ່ ສປປ ລາວ ໄດ້ຮັບຄັດເລືອກ ໃຫ້ເປັນປະທານສະມາຄົມ ການທ່ອງທ່ຽວ ຂອງລາວ ເປັນໄລຍະເວລາ 3 ປີ.
 
ທ່ານ ອິນທີ ເດືອນສະຫວັນ ຖືເປັນນັກທຸລະກິດບຸກເບີກດ້ານການທ່ອງທ່ຽວ ແບບອະນຸລັກ, ການທ່ອງທ່ຽວແບບພະຈົນໄພ ມາຫຼາຍສິບປີ.
ໃນນາມເປັນປະທານຄົນໃຫມ່, ທ່ານ ອິນທີ ຈະຊຸກຍູ້ ໃຫ້ສາມາດສ້າງຕັ້ງສະພາການສົ່ງເສີມ ຕະຫຼາດການທ່ອງທ່ຽວ (Tourism Marketing Promotion Chamber) ໂດຍຮ່ວມມືລະຫວ່າງ ພາກລັດຖະບານ ແລະ ພາກເອກະຊົນ, ພ້ອມຈະສູ້ຊົນແກ້ໄຂ ຂອດການສົ່ງເສີມການທ່ອງທ່ຽວ ແລະ ສິ່ງທ້າທາຍທີ່ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດບໍ່ຢາກເຂົ້າມາທ່ຽວລາວ.