ສະມາຄົມຊີ້ແຈ້ງຫາງສຽງລູກຄ້າກ່ຽວກັບການໃຊ້ບໍລິການລົດຕຸກໆ - ຈໍາໂບ້

    ຜ່ານມາໄດ້ເກີດມີຫາງສຽງວິພາກວິຈານບໍ່ໜ້ອຍກ່ຽວກັບບັນຫາການໃຫ້ບໍລິການຂອງລົດຕຸກໆແລະຈຳໂບ້ໃນນະຄອນຫຼວງວຽງຈັນເປັນຕົ້ນແມ່ນບັນຫາລາຄາທີ່ວ່າແພງເກີນຄວາມເປັນຈິງເຮັດໃຫ້ຜູ້ໃຊ້ບໍລິການຈຳນວນໜື່ງຫັນໄປເລືອກທາງອື່ນສະນັ້ນເພື່ອເປັນການຫຼຸດຜ່ອນບັນຫາສະມາຄົມຮຽກຮ້ອງໃຫ້ຜູ້ທີ່ມີຈຸດປະສົງໃຊ້ບໍລິການກ່ອນຂຶ້ນລົດຕ້ອງຕົກລົງລາຄາກັບເຈົ້າຂອງກ່ອນເພື່ອຄວາມບໍລິສຸດໃຈທັງສອງຝ່າຍຂະນະທີ່ປະຈຸບັນມີລົດເຖື່ອນເຖິງ 15% ອາດເປັນຕົ້ນເຫດຂອງບັນຫານີ້.

   ທ່ານບົວແຊງພິຊະລາດຮອງປະທານສະມາຄົມລົດຂົນສົ່ງໂດຍສານຕຸກໆ - ຈຳໂບ້ ນະຄອນຫຼວງວຽງຈັນໃຫ້ສຳພາດຕໍ່ນັກຂ່າວໜັງສືພິມເສດຖະກິດ-ສັງຄົມວ່າ: ສຳລັບວຽກງານການໃຫ້ບໍລິການລົດຕຸກໆ-ຈຳໂບ້ຢູ່ນະຄອນຫຼວງວຽງຈັນ ໃນປີ 2018 ຖືວ່າພໍໄປໄດ້ດີແຕ່ບໍ່ຄຶກຄື້ນປານໃດຖ້າທ່ຽບໃສ່ເມື່ອກ່ອນໂດຍປະຈຸບັນຍັງມີລົດບໍລິການມີ 900 ຄັນທຽບໃສ່ເມື່ອກ່ອນມີ 2 ພັນກວ່າຄັນ ຊຶ່ງຕຸກໆ-ຈຳໂບ້ທີ່ຂຶ້ນກັບສະມາຄົມໃຫ້ບໍລິການຮ່ວມ 4 ຕົວເມືອງຄື ສີສັດຕະນາກ, ຈັນທະບູລີ, ໄຊເສດຖາ ແລະສີໂຄດຕະບອງ, ມີຄີວຈອດທັງໝົດ 50 ຄິວ ໂດຍຜ່ານການ ບໍລິການປີ 2018 ທ່ຽບໃຊ້ການບໍລິການ 2017 ແມ່ນຢູ່ໂຕ.

   ສຳລັບການຈັດຕັ້ງປະຕິດບັດໃຫ້ບໍລິການຜ່ານມາລົດຕຸກໆ-ຈຳໂບ້ຖືວ່າປະເຊີນກັບຫຼາຍບັນຫາໂດຍໃນປະຈຸບັນມີ 15% ແມ່ນລົດເຖື່ອນທີ່ບໍ່ຕໍ່ທະບຽນແລະບໍ່ເຂົ້າເປັນສະມາຊິກສາມາຄົມໄດ້ສວຍໂອກາດແລ່ນຍາມກາງຄືນ, ຈອດຊະຊາຍແລະໂກງລາຄາລູກຄ້າອັນໄດ້ສ້າງຄວາມ ສັບສົນແກ່ສັງຄົມແລະອີກສ່ວນໜຶ່ງລູກຄ້າຍັງບໍ່ທັເຂົ້າໃຈເນື່ອງຈາກວ່າລັດໄດ້ມີແຈ້ງການປີ 2008 ຈາກພະແນກໂຍທາທິການແລະຂົນສົ່ງນະຄອນຫຼວງວຽງຈັນ 0605 ບໍ່ໃຫ້ລົດຈຳໂບ້ແລະຕຸກໆແລ່ນຕາເສັ້ນທາງສາຍຫຼັກຄື: ແຕ່ໄຟແດງສີຫອມຫາທາດຂາວ, ທາດຂາວຫາຫໍພະແກ້ວແລະປະຕູໄຊບັນຫານີ້ກໍ່ເປັນສ່ວນໜຶ່ງພາຜູ້ໃຊ້ບໍລິການເກີດຄວາມບໍ່ເຂົ້າໃຈຍ້ອນໄດ້ຂີ່ໂຄ້ງຫາຈຸດໝາຍ ສະນັ້ນຮຽກຮ້ອງຜູ້ຊົມຊົມສັງເກດເບິ່ງລົດຂອງສະມາຄົມຈະມີກາໝາຍປະຈຳແຕ່ລະຄີວ, ປະຈຳປີແລະຕົກລົງລາຄາໃຫ້ຄັກແນ່ກ່ອນຂຶ້ນລົດເພື່ອຄວາມໂປ່ງໃສ່ແລະຍຸດຕິທຳສອງຝ່າຍ.

   ແນວໃດກໍຕາມແຜນການຕໍ່ໜ້າປີ 2019 ທ່ານບົວແຊງພິຊະລາດກ່າວຕື່ມວ່າ: ຈະໄດ້ປະສານສົມທົບນຳໜ່ວຍງານພາກລັດໃນການຕິດຕາມກວດກາການຂົນສົ່ງໂດຍລົດປ້າຍເຫຼືອງທີ່ບໍ່ຕໍ່ທະບຽນບໍ່ເຂົ້າສະມາຄົມແຕ່ຍັງເຄື່ອນໄຫວບໍ່ຖືກຕ້ອງແລ່ນບໍລິການລູກຄ້າແມ່ນຈະຕ້ອງຖືກດຳເນີນຕາມລະບຽບກົດໝາຍພ້ອມແຕ່ງຕັ້ງໜ່ວຍກວດກາການຮ່ວມກັບລັດໂດຍຈະມີປ້າຍບອກຈະແຈ້ງລະຫວ່າງລົດໃຊ້ຄົວເຮືອນແລະລົດບໍລິການສັງຄົມນອກຈາກນີ້ກໍຍັງຈະມີການຄົ້ນຄວ້ານຳໃຊ້ແອັບທີ່ທັນສະໄໝເຂົ້າໃນການບໍລິການ.