ຈັດການແຂ່ງຂັນກິລາ ສະຫລອງວັນສ້າງຕັ້ງທະນາຄານ ຄົບຮອບ 56 ປີ

ບັນດາສາຂາທະນາຄານ ແລະສະຖາບັນການເງິນ ທັງພາກລັດ ແລະເອກະຊົນທົ່ວແຂວງເຊກອງ ຈັດການແຂ່ງຂັນກິລາເຕະບານຊາຍ ແລະກິລາເປຕັງຍິງ ມິດຕະພາບ ເພື່ອສ້າງຂະບວນການສະເຫລີມສະຫລອງວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 56 ປີ (7 ຕຸລາ 1968-7 ຕຸລາ 2024). ກິດຈະກຳດັ່ງກ່າວ ຈັດຂຶ້ນເມື່ອວັນທີ 6 ຕຸລາ 2024 ຜ່ານມາ, ທີ່ເດີ່ນກິລາສາຍທາງຫລວງ ເມືອງລະມາມແຂວງເຊກອງ ໂດຍມີທ່ານ ຕຸລາ ວົງໜໍ່ແກ້ວ ເລຂາຄະນະພັກຮາກຖານ ສາຂາທະນາຄານແຂວງເຊກອງ, ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນສາຂາແຂວງເຊກອງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າສາຂາທະນາຄານ ແລະສະຖາບັນການເງິນທົ່ວແຂວງເຊກອງ ແລະພະນັກງານເຂົ້າຮ່ວມ.

ທ່ານ ຕຸລາ ວົງໜໍ່ແກ້ວ ກ່າວວ່າ: ກິດຈະກຳແຂ່ງຂັນກິລາໃນຄັ້ງນີ້, ແມ່ນເພື່ອສ້າງຄວາມສາມັກຄີເປັນປຶກແຜນຂອງຖັນແຖວພະນັກງານຂົງເຂດທະນາຄານ-ສະຖາບັນການເງິນ, ທັງເປັນກາລະໂອກາດອັນດີ ເພື່ອພົບປະໂອ້ລົມແລກປ່ຽນບົດ ຮຽນ, ສ້າງຈິດສໍານຶກ ແລະການປະພຶດຕົວທີ່ດີມີລັກສະນະສ້າງສັນ, ມີລະບຽບວິໃນ, ມີວັດທະນະທຳ ແລະກິລິຍາມາ ລະຍາດທີ່ດີ, ເຄົາລົບນັບຖືຊຶ່ງກັນ ແລະກັນ ໂດຍຖືເອົາຜົນປະໂຫຍດສ່ວນລວມເປັນພື້ນຖານ ຕາມເງື່ອນໄຂທີ່ເສດຖະ ກິດເຄື່ອນເໜັງຕາມກົນໄກການຕະຫລາດ, ປະເທດຊາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມນີ້, ຍັງເປັນການສ້າງຂະບວນການຂໍານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ-ຂອງພັກ ໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍປີ 2024 ໃຫ້ມີບັນຍາກາດຟົດຟື້ນ.

ຜົນການແຂ່ງຂັນກິລາເຕະບານຊາຍອັນດັບທີ 1 ແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ; ອັນດັບ 2 ທິມຮ່ວມ (ທະນາຄານຮ່ວມພັດທະນາ, ທະນາຄານເອຊີລີດ້າ, ທະນາຄານພົງສະຫວັນ, ສະຖາບັນການເງິນຈຸລະພາກເຊກອງ ແລະສະຖາບັນການເງິນຈຸລະພາກຈໍາປາສັກ); ອັນດັບທີ 3 ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ+ທະນາຄານນະໂຍບາຍ. ກິລາເປຕັງຍິງ ອັນດັບທີ 1 ແມ່ນທະນາຄານສົ່ງເສີມກະສິກໍາ+ທະນາຄານນະໂຍບາຍ; ອັນດັບທີ 2 ທິມຮ່ວມ (ທະນາຄານຮ່ວມພັດທະນາ, ທະນາຄານເອຊີລີດ້າ, ທະນາຄານພົງສະຫວັນ, ສະຖາບັນການເງິນຈຸລະພາກເຊກອງ ແລະສະຖາບັນການເງິນຈຸລະພາກຈໍາປາສັກ); ອັນດັບທີ 3 ທະນາຄານການຄ້າຕ່າງ ປະເທດລາວມະຫາຊົນ ແລະທະນາຄານພັດທະນາລາວ.
ຂ່າວ: ສັນຍາ