ຢາກສ້າງຊາດ ຕ້ອງສ້າງຄົນ-ຄູ ຄືແມ່ພິມ

ເນື່ອງໃນໂອກາດວັນຄູ ແຫ່ງຊາດ ຄົບຮອບ 30 ປີ (07 ຕຸລາ 1994-07 ຕຸລາ 2024).

ຊາດລາວເປັນຊາດທີ່ມີອະຣິຍະທຳ, ມີວັດທະນະທໍາ ແລະ ຄິດຄອງປະເພນີອັນດີງາມຕັ້ງແຕ່ດົນນານມາແລ້ວ; ການສຶກສາໄດ້ເປັນໜໍ່ແໜງເກີດຂຶ້ນໃນສະຕະວັດທີ XIV ໂດຍເຈົ້າຟ້າງຸ່ມກະສັດອົງທໍາອິດໄດ້ນຳເອົາສາສະໜາພຸດເຂົ້າມາເຜີຍແຜ່ຕາມວັດວາອາຣາມ ໄດ້ກາຍເປັນໂຮງຮຽນແຫ່ງທໍາອິດຂອງຄົນລາວ ແລະກໍ່ໄດ້ຮັບການພັດທະນາພາສາລາວເລື້ອຍມາ.

ໃນປີ 1905 ປະເທດລາວ ມີໂຮງຮຽນຢູ່ຫຼວງພະບາງ ແລະວຽງຈັນ; ຄົນລາວເຂົ້າຮຽນມີ ແຕ່ລູກຫຼານຄືນຕ່າງປະເທດທີ່ມາຮຸກຮານບວກກັບລູກເຈົ້າຮຸ່ນ ມູນພາຍ, ແຕ່ກໍ່ມີລູກຊາວນາລາວຜູ້ໜຶ່ງຊື່: ທ້າວໃດໄດ້ຮຽນຈົບ ຫ້ອງທີ: ໃຫຍ່ (ປ.6) ໃນປີ 1907. ຈາກນັ້ນ ກໍເຂົ້າຝຶກອົບ ຮົມສຳເລັດວິຊາຄູ ແລະ ຮັບຣາຊ ການຄູລາວ ເປັນຜູ້ທໍາອິດໃນປະຫວັດສາດຂອງຊາດລາວ ໃນວັນ ທີ 7 ຕຸລາ 1907 ແລະ ນັບແຕ່ນັ້ນ ມານາຍຄູຄໍາ ໄດ້ຕັ້ງໜ້າ, ນໍາພາ ສິດສອນ, ສຶກສາອົບຮົມພະສົງ-ສາມະເນນທີ່ຈະເປັນຄູໃຫ້ມີຈິດໃຈຮັກເຊື້ອແພງຊາດ, ຮັກວັດທະນະທໍາ ແລະ ວິຖີຊີວິດຂອງຄົນ ລາວ; ສຳຄັນມີຈິດໃຈຄຽດແຄ້ນ ແລະ ລຸກຂຶ້ນຕໍ່ສູ້ກັບຜູ້ຮຸກຮານ ຕ່າງຊາດ ແລະກາຍເປັນໜໍ່ແໜງ ແຫ່ງຄວາມຮັກຊາດເກີດຂຶ້ນອີກຂະບວນໜຶ່ງໃນອົງການພຸດທະສາສນາລາວ ແລະ ພັກ-ລັດ ຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ນັບແຕ່ປີ 1994 ເປັນຕົ້ນມາ.

ໃນປະຫວັດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະການປົກ ປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປະຈຸບັນກໍ່ລ້ວນແຕ່ຮຽກຮ້ອງໃຫ້ມີຊັບພະຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດໍາລົງ ຊີວິດທີ່ປອດໄສ, ມີຄຸນສົມບັດສິນ ທຳປະຕິວັດທີ່ໜັກແໜ້ນ; ເປັນ ເວລາຫຼາຍປີຜ່ານມາ ຂະແໜງການສຶກສາຂອງປະເທດເຮົາມີການຂະຫຍາຍຕົວນັບທັງປະລິມານ ແລະຄຸນນະພາບເປັນລໍາດັບມາ, ການສຶກສາມີການຫັນປ່ຽນ ແລະປັບຕົວມາໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາດ້ານຕ່າງໆ ຂອງປະເທດເຮົາ ແລະຄ່ອຍໆຫັນໃຫ້ ເຂົ້າກັບມາດຕະຖານບັນດາປະເທດໃນພາກພື້ນ ແລະໃນໂລກ.

ພັກ ແລະລັດຖະບານຍາມໃດກໍ່ໄດ້ໃຫ້ຄວາມສໍາຄັນ ແລະເອົາໃຈໃສ່ຕໍ່ວຽກງານການສຶກ ສາຄູ ແລະຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍ່ຄືການພັດທະນາຊັບພະຍາກອນມະນຸດ. ຄູໄດ້ມີບົດບາດສໍາຄັນໃນການສ້າງສະນາຄົດໃຫ້ຄົນແຕ່ລະຄຸນ ແລະໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຈົນຖືກສັງຄົມສະໜານນາມວ່າ: ຄູແມ່ນຄົນຂອງພັກ, ຕຸແມ່ນວິສະ ວະກອນແຫ່ງດວງວິນຍານ, ຄູ ແມ່ນແມ່ພິມຂອງຊາດ, ຕຸແມ່ນພໍ່ ແມ່ຜູ້ທີ່ສອງຂອງເດັກ, ຕູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ. ທົບທວນເບິ່ງແລ້ວ ຈະເຫັນວ່າພາລະໜ້າທີ່ຂອງຄູມີຄວາມສໍາຄັນ, ໜັກໜ່ວງ ແລະມີຂອບເຂດກວ້າງຂວາງຫຼາຍໃນການດໍາເນີນພາລະກິດການສຶກສາຂອງພັກ ແລະລັດຖະບານກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ, ວິທະຍາສາດ ແລະກີລາໂດຍສະເພາະການຮັບປະກັນການສະໜອງການສຶກສາໃຫ້ມີຄຸນນະພາບ ແລະສາມາດເຂົ້າເຖິງປະຊາຊົນບັນ ດາເຜົ່າໃນທົ່ວປະເທດ.

ຢືນຢູ່ຕໍ່ໜ້າສະພາບການໃໝ່ໃນທ່າມກາງຄວາມຫຍຸ້ງຍາກດ້ານເສດຖະກິດຢູ່ປະເທດພວກເຮົາຊຶ່ງໄດ້ສົ່ງຜົນກະທົບໄປທຸກທັງເຂດລວມທັງຂະແໜງການສຶກສາວິທະຍາສາດ ແລະ ກີລາ ໂດຍສະເພາະຕໍ່ການດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງຄູ, ພໍ່ແມ່ ຜູ້ປົກຄອງຮັບຄວາມຫຍຸ້ງຍາກ ໃນການຊຸກຍູ້ສົ່ງເສີມໃຫ້ລູກຫຼານ ໄດ້ເຂົ້າຮຽນຢ່າງເປັນປົກກະຕິ ແລະ ເຂົ້າຮຽນຕໍ່ໃນສາຍອາຊີບ. ແຕ່ເຖິງແນວໃດກໍ່ຕາມຈົ່ງພ້ອມ ພາກັນຜ່ານວ່າວິກິດ ແລະ ຄວາມ ຫຍຸ້ງຍາກນີ້ໄປໃຫ້ໄດ້, ພັກ ແລະ ລັດຖະບານ ຍາມໃດກໍ່ເຊື່ອໝັ້ນຕໍ່ ອຸດົມການຂອງຄູ ທີ່ໄດ້ອຸທິດສະ ຕິບັນຍາ-ເຫື່ອແຮງ ເຂົ້າໃນການ ປະຕິບັດໜ້າທີ່ການສອນຂອງຕົນ ດ້ວຍຄວາມພາກພຽນ ແລະ ມາ ນະອົດທົນອັນໄດ້ເຮັດໃຫ້ວຽກ ງານພັດທະນາການສຶກສາຂະຫຍາຍຕົວນັບແຕ່ສູນກາງຮອດທ້ອງຖິ່ນ. ຕາໜ່າງການສຶກສາ ໄດ້ຂະຫຍາຍໄປທົ່ວປະເທດ, ເຂດ ຫ່າງໄກສອກຫຼີກທຸກແຫ່ງລ້ວນ ແຕ່ເຂົ້າເຖິງການຮຽນ-ການສອນ. ຄູ-ອາຈານຫຼາຍໆຄົນກາຍເປັນ ຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານຄູປະສົບການ, ຄູຊຳ ນານງານ, ຜູ້ຊ່ວຍອາຈານ, ອາຈານ, ຮອງສາດສະດາຈານ ແລະສາດສະດາຈານທັງມີສະຖານະພາບ ແລະມີບົດບາດສູງຂຶ້ນໃນສັງຄົມ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະກີລາປະຈຳສົກຮຽນ 2023- 2024 ໃນວັນທີ 9 ສິງຫາ 2024 ຜ່ານມານີ້ວ່າ: “ຮຽນໜັງສືແມ່ນ ຮັກຊາດ”, “ຄູ ເປັນຄົນຂອງ ພັກ”, “ຮຽນໜັງສືແມ່ນການຕໍ່ສູ້ ເອົາຊະນະກັບສັດຕູ ໂຕໂງ່ຈ້າ ຫຼ້າຫຼັງ”, “ເປັນນັກຮຽນຕ້ອງຮຽນໃຫ້ເກັ່ງເສັງໃຫ້ໄດ້, ນຳໃຊ້ໃຫ້ເປັນ” ແລະອື່ນໆ.

ໃນຂະນະດຽວກັນນັ້ນ, ທ່ານປະທານປະເທດ ຍັງເນັ້ນໜັກຕື່ມ 5 ບັນຫາ ຄື: 1. ມີຄົນທີ່ມີຄວາມຮັກຊາດຢ່າງດູດຕື່ມເບີນຈຳນວນຫຼາຍ; 2. ມີຄົນຫຼວງຫຼາຍໃນພົນ ລະເມືອງທີ່ສະແຫວງຫາຄວາມ ຮູ້ອາດເວົ້າໄດ້ວ່າກະຕືລືລົ້ນຮຽນ, ຮຽນຮູ້ສິ່ງໃໝ່ໆ; 3. ມີຄົນທີ່ຮູ້ ເບິ່ງຕົວເອງ ແລະ ສົມທຽບໃສ່ ຄົນອື່ນ, ຮູ້ຊອກຫາຈຸດທີ່ຍັງອ່ອນ ແລະ ແກ້ໄຂຕົວເອງ ເພື່ອໃຫ້ເທົ່າ ຄົນອື່ນ ຫຼື ລື່ນຄົນອື່ນຍິ່ງດີ ຫຼື ອາດເວົ້າແນວໜຶ່ງວ່າເປັນຄົນທີ່ຢູ່ ໃນບັນຍາກາດແຫ່ງການແຂ່ງຂັນ ຢູ່ຕະຫຼອດເວລາ; 4. ມີຄົນທີ່ດຸ ໝັ່ນ, ຂະຫຍັນພຽນເປັນຈໍານວນ ຫຼວງຫຼາຍເປັນສ່ວນໃຫຍ່ຂອງປະ ເທດ ແລະ 5. ມີດິນ ທີ່ຮູ້ຈັກປະ ຢັດ, ອົດອອມ, ບໍ່ຊຸມເຟືອຍ, ບໍ່ ໂລດໂຜນ, ໃຊ້ຊີວິດລຽບງ່າຍ ພໍດີ...ຢູ່ກັບຕົນເປັນສ່ວນໃຫຍ່ ຫຼືມີລັກສະນະແຜ່ຫຼາຍເທົ່າໃດ... ປະເທດນັ້ນ, ສັງຄົມນັ້ນຈະຣັ່ງມື, ເຂັ້ມແຂງໄດ້ອີກວ່າ.

ກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ດຳເນີນ ມາແຕ່ວັນທີ 13-17 ພຶດສະພາ 2024 ໄດ້ໃຫ້ທິດຊີ້ນໍາການປັບ ປຸງຄຸນນະພາບການສຶກສາ ແລະການແກ້ໄຂບັນຫາການປະລະ ການຮຽນ ໂດຍຖືເປັນບັນຫາສໍາ ຄັນຍຸດທະສາດ ແລະ ເປັນບັນຫາ ຮີບດ່ວນຕ້ອງໄດ້ຮັບການແກ້ໄຂ ໃຫ້ວ່ອງໄວ ໂດຍໃຫ້ສຸມໃສ່ສ້າງຖັນແຖວຄູ, ອາຈານໃຫ້ໄດ້ມາດ ຕະຖານດ້ານວິຊາການ ແລະຈັນ ຍາບັນທີ່ໜັກແໜ້ນເພື່ອສະໜອງໃຫ້ການສຶກສາທຸກລະດັບ;ຮັບປະກັນການຄັດເລືອກ, ເລືອກເຟັ້ນສອບບັນຈຸຄູໃຫ້ໄດ້ມາດຕະຖານ; ທົບທວນຄືນລະບອບເງິນເດືອນ, ເງິນອຸດໜູນ, ຄ່າສະຫວັດດີການ, ສິດທິປະໂຫຍດຕ່າງໆ ຕໍ່ຄູ, ສືບຕໍ່ປັບປຸງເນື້ອໃນຫຼັກສູດໃນລະບົບ ການສຶກສາທຸກລະດັບ. ແກ້ໄຂຊ່ອງຫວ່າງຄວາມແຕກໂຕນການສຶກສາລະຫວ່າງຕົວເມືອງກັບຊົນນະບົດ; ເພີ່ມທະວີການນໍາພາ ຊີ້ນຳຢ່າງໃກ້ຊິດຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ການມີສ່ວນຮ່ວມຂອງຄອບຄົວ, ຂອງສັງຄົມຕໍ່ວຽກງານພັດທະນາການສຶກສາໃຫ້ສູງຂຶ້ນກວ່າເກົ່າ: ຄົ້ນຄວ້ານະໂຍບາຍສະເພາະຕໍ່ນັກຮຽນຜູ້ທຸກຍາກ, ຜູ້ດ້ອຍໂອກາດກໍຄືເດັກນ້ອຍຢູ່ເຂດທຸລະກັນດານ, ຫ່າງໄກສອກຫຼີກ, ເຂດພູດອຍຊົນເຜົ່າ, ເສີມຂະຫຍາຍຄຸນປະໂຫຍດ ແລະ ບົດຮຽນຂອງໂຮງຮຽນກິນ ນອນຊົນເຜົ່າ, ສ້າງຄວາມເຊື່ອ ໝັ້ນໃຫ້ແກ່ປະຊາຊົນໃນການຍົກ ລະດັບຄວາມຮູ້, ການສ້າງເຮັດວຽກງານທໍາ, ການປະກອບອາຊີບປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງປະເທດຊາດ, ມອບໃຫ້ລັດຖະບານເອົາໃຈໃສ່ເພີ່ມງົບປະມານໃສ່ວຽກງານການສຶກສາຂຶ້ນຕື່ມ.
ໂດຍ: ຣັດສະໝີ ດວງສັດຈະ