ງານຕະຫຼາດນັດການຄ້າ ແລະການທ່ອງທ່ຽວ ເຂດຊາຍແດນກິ່ງແຂວງສິບສອງພັ່ນນາ ຄັ້ງທີ 25

ວັນທີ 1-7 ຕຸລານີ້, ງານຕະຫຼາດນັດການຄ້າ ແລະການທ່ອງທ່ຽວເຂດຊາຍແດນສິບສອງພັ່ນນາ ຄັ້ງທີ 25 ໄດ້ຈັດຂຶ້ນຢູ່ສະໜາມຫົດນໍ້າຂອງນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ສິບສອງພັ່ນນາ ແຂວງຢູນນານຂອງຈີນ, ໂດຍໄດ້ມີເຂດວາງສະແດງໃຫຍ່ສອງແຫ່ງ ຄື: ພາຍໃນ ແລະຕ່າງປະເທດ, ມີວິສາຫະກິດພາຍໃນ ແລະຕ່າງປະເທດ 149 ແຫ່ງເຂົ້າຮ່ວມ.
 
ງານຕະຫຼາດນັດຄັ້ງນີ້ແມ່ນຈັດພ້ອມກັນກັບ ເທດສະການສິລະປະວັດທະນະທຳ ປະເທດທີ່ຢູ່ລຽບຕາມແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໃນຍາມພັກວັນຊາດຈີນ, ເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວມີທາງເລືອກທີ່ດີດ້ານການຫຼິ້ນກິນ ແລະທ່ຽວຊົມຫຼາຍກວ່າເກົ່າ.
 
ສຳລັບເຂດວາງສະແດງຕ່າງປະເທດແມ່ນຈັດຮ້ານວາງສະແດງຕາມປະເທດ ຄື: ລາວ, ມຽນມາ ແລະໄທເປັນຕົ້ນ, ເຮັດໃຫ້ຜູ້ເຂົ້າຊົມສາມາດຈັດຊື້ຜະລິດຕະພັນທີ່ມີເອກະລັກຂອງບັນດາປະເທດ ເຊັ່ນ: ກາເຟຫວຽດນາມ, ເຟີນີເຈີໄມ້ແດງ, ເບຍລາວ ແລະອື່ນໆ.
 
ເຂດວາງສະແດງທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດ ແມ່ນເຂດສຳຜັດກັບການແພດແຜນເຜົ່າລື້ ແລະແລກເຄື່ອງໄຟຟ້າໃໝ່ດ້ວຍເຄື່ອງໄຟຟ້າເກົ່າ. ນອກຈາກນີ້, ອາຫານທີ່ມີຄຸນປະໂຫຍດບຳລຸງສຸຂະພາບ ຄື: ນໍ້າຫວານໝາກພລັມດຳ, ຊາບຳລຸງໝາກໄຂ່ຫຼັງແບບເຜົ່າລື້ ແລະເຂົ້າໜົມປັງແບບການແພດເຜົ່າລື້ເປັນຕົ້ນກໍໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງຫຼາຍເຊັ່ນດຽວກັນ.
ທີ່ມາ: CMG FM93