ຂະແໜງກະສິກຳ ແລະ ພັດທະນາຊົນນະບົດ ສປປ ລາວ ແລະ ສ. ເກົາຫຼີ ຮັດແໜ້ນການຮ່ວມມື ໃນໄລຍະໃໝ່

ໃນວັນທີ 30 ກັນຍາ 2024, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ທ່ານ ນາງ Song Miryung ລັດຖະມົນຕີ ກະຊວງກະສິກໍາ, ອາຫານ ແລະ ກິດຈະການຊົນນະບົດ ສ. ເກົາຫຼີ ໄດ້ພົບປະປຶກສາຫາລື ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືໃນຂົງເຂດ ກະສິກຳ ແລະ ພັດທະນາຊົນນະບົດ, ໃນໂອກາດທີ່ ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທີ່ ສ. ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 27 ກັນຍາ ຫາ 03 ຕຸລາ 2024 ນີ້.

ການເຊັນບົດບັນທຶກ ແມ່ນເປັນການຜັນຂະຫຍາຍ ແລະ ປັບປຸງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ກະ ຊວງ ທີ່ໄດ້ເຊັນຮ່ວມກັນໃນປີ 2019 (ຄັ້ງທໍາອິດ) ທີ່ຜ່ານມາ ເພື່ອໃຫ້ເນື້ອໃນບົດບັນທຶກດັ່ງກ່າວ ມີຄວາມສອດ ຄ່ອງກັບສະພາບຕົວຈິງໃນປັດຈຸບັນ ແລະ ເພີ່ມປະສິດທິພາບ-ປະສິດທິຜົນ ຂອງການຮ່ວມມືຂອງທັງສອງພາກ ສ່ວນ. ໃນບົດບັນທຶກຄວາມເຂົ້າໃຈ ແມ່ນເນັ້ນໜັກໃສ່ ການແລກປ່ຽນບົດຮຽນ ທາງດ້ານເຕັກນິກວິຊາການ, ຂໍ້ມູນຂ່າວສານ ແລະ ການຈັດຕັ້ງປະຕິບັດກິດຈະກຳການພັດທະນາ ຂອງຂະແໜງການທີ່ມີປະສິດທິພາບ ແລະ ປະສິດທິຜົນ ຮ່ວມກັນ ເປັນຕົ້ນ: ການພັດທະນາພື້ນຖານໂຄງລ່າງດ້ານກະສິກຳ; ການຍົກສູງສະມັດຕະພາບການຜະລິດ ໂດຍສະເພາະ ຜະລິດຕະພັນກະສິກຳ; ການພັດທະນາຄວາມອາດສາມາດໃຫ້ແກ່ພະນັກງານວິຊາການ; ການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີທີ່ທັນສະໄໝ; ການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ; ການສົ່ງເສີມອົງການຈັດຕັ້ງຊາວກະສິກອນ ແລະ ຊຸມຊົນ; ການສົ່ງເສີມການຮ່ວມມືຂອງພາກລັດ; ເອກະຊົນ ແລະ ການຮ່ວມມືອື່ນໆ.