ຖໍ້າທ່ານຜູ້ນໍາ ອີກແຫຼ່ງທ່ອງທ່ຽວ ທາງປະຫວັດສາດ

ໃນວັນພັກຜ່ອນນີ້ທ່ານຈະໄປ ທ່ຽວໃສເພື່ອໃຫ້ໄດ້ບັນຍາກາດອັນ ລຽບງ່າຍໃນຮູບແບບຂອງທຳມະ ຊາດທີ່ເຕັມໄປດ້ວຍຄວາມງົດງາມ, ໜ້າປະທັບໃຈ.ຖ້າທ່ານຍັງຄິດບໍ່ອອກ ວ່າຈະໄປໃສຂໍແນະນຳໄປທ່ຽວຊົມ ສຳພັດອາກາດສົດຢູ່ຖໍ້າທ່ານຜູ້ນໍາ”ເມືອງວຽງໄຊ ແຂວງຫົວພັນ ຊຶ່ງ ເປັນເຂດທີ່ໝັ້ນຂອງການປະຕິວັດລາວອັນຂຶ້ນຊື່ລືຊາ, ມີບັນດາຖໍ້າປະຫວັດສາດອັນສໍາຄັນຂອງອະດີດ ທ່ານຜູ້ນໍາຂອງລາວຫຼາຍທ່ານໃນສະໄໝຕໍ່ສູ້ກູ້ຊາດເຊັ່ນ: ຖໍ້າທ່ານ ໄກ ສອນ ພົມວິຫານ, ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ຄໍາໄຕ ສີພັນດອນ, ທ່ານສີສະຫວາດ ແກ້ວບຸນພັນ, ທ່ານ ສີທົນ ກົມມະດໍາ, ທ່ານ ໄຟ ດ່າງ ລໍເບຣຍຢາວ ແລະທ່ານ ພູນ ສີປະເສີດ, ຊຶ່ງທັງໝົດເຫຼົ່ານີ້ມາຮອດ ປະຈຸບັນໄດ້ກາຍເປັນສະຖານທີ່ມີ ຄວາມໝາຍສໍາຄັນທາງປະຫວັດ ສາດໃນການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານຂອງການປະຕິວັດລາວ.

ດັ່ງທີ່ເຮົາຮູ້ແລ້ວວ່າ, ບັນດາຖໍ້າ ອະດີດຂອງທ່ານຜູ້ນໍາແຫ່ງນີ້, ທັງ ເປັນເຮືອນຢູ່, ທັງເປັນບ່ອນວາງແຜນ ຍຸດທະສາດເພື່ອນໍາພາປະຊາຊົນໃນ ການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງ ຂຶ້ນແບບເກົ່າ ແລະໃໝ່, ຊຶ່ງພັກເຮົາກໍໄດ້ວາງແນວທາງການປະຕິວັດ ລາວຕໍ່ຕ້ານຍືດເຍື້ອຍາວນານ, ແບບປວງຊົນແລະຮອບດ້ານ. ພຽງໄລ ຍະສັ້ນໆຖານທີ່ໝັ້ນການປະຕິວັດໄດ້ ເກີດຂຶ້ນຢູ່ໃນແຕ່ລະເຂດ, ແຂວງ ຕ່າງໆ, ກໍາລັງປະກອບອາວຸດກໍໄດ້ ຮັບການສ້າງຕັ້ງຂຶ້ນເປັນກອງຮ້ອຍ ເຊັ່ນ: ກອງໄຊຈັກກະພັດ,ກອງສາມ ແສນໄທ, ກອງຟ້າງຸ່ມ, ກອງປັດໄຈ ແລະອື່ນໆ. ມາຮອດປະຈຸບັນ, ສະຖານທີ່ແຫ່ງນີ້ຈຶ່ງກາຍເປັນແຫຼ່ງທ່ອທ່ຽວທີ່ມີຄວາມໝາຍສໍາຄັນທາງປະ ຫວັດສາດຊຶ່ງໄດ້ຈາລຶກໄວ້ໃນຄວາມຊົງຈໍາຂອງທົ່ວປວງຊົນລາວ.

ຖ້າທ່ານໃດໄດ້ໄປແຂວງຫົວພັນ ເມື່ອໃດທ່ານກໍສາມາດເລືອກສະ ຖານທີ່ທ່ຽວຊົມໄດ້ຕາມໃຈມັກແລະທຸກໆສະຖານທີ່ທ່ອງທ່ຽວລ້ວນແລ້ວ ແຕ່ມີຄວາມສວຍສົດງົດງາມອັນເປັນ ເອກະລັກສະເພາະທີ່ແຕກຕ່າງກັນໄປແລະເຮັດໃຫ້ທ່ານມີຄວາມປະທັບໃຈ ໄປຫຼາຍເກີນກວ່າທີ່ຄາດຄິດໄວ້.

ໂດຍ: ວົງມະນີ