ລັດຖະມົນຕີກະຊວງຍທຂ ກວດກາສະພາບເສັ້ນທາງ 13 ເໜືອ

ວັນທີ 27-28 ກັນຍາ 2024 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ (ຍທຂ) ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ, ໂດຍມີທ່ານ ບຸນເຫຼືອ ສິນໄຊວໍລະວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ຄະນະນຳພະແນກ ໂຍທາທິການ ແລະຂົນສົ່ງ ແຂວງຫຼວງພະບາງໄດ້ເຂົ້າຮ່ວມຕ້ອນຮັບ.

ການລົງເຄື່ອນໄຫວວຽກງານຂອງທີມງານທ່ານລັດຖະມົນຕີຄັ້ງນີ້ ແມ່ນໄດ້ລົງສຳຫຼວດ, ເກັບກຳຂໍ້ມູນສະພາບການເປ່ເພຂອງເສັ້ນທາງຫຼວງແຫ່ງຊາດທີ່ຜ່ານແຂວງຫຼວງພະບາງ ເປັນຕົ້ນແມ່ນເສັ້ນທາງເລກທີ 13 ເໜືອ ໄລຍະທາງແຕ່ຫຼວງພະບາງ ໄປຫາ ເມືອງຊຽງເງິນ ແລະໄລຍະທາງແຕ່ຫຼວງພະບາງ ຫາ ບ້ານປາກມອງ ແລະກວດກາສະພາບເສັ້ນທາງເວັ້ນຕົວເມືອງ ແຕ່ບ້ານກົກງິ້ວ ຜ່ານສະຖານນີລົດໄຟ ລາວ-ຈີນ ເຂົ້າມາຫາເທດສະບານ ນະຄອນ-ຫຼວງພະບາງ, ສະພາບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງພາຍໃນແຂວງຫຼວງພະບາງ. ມາຮອດປະຈຸບັນ, ແຂວງຫຼວງພະບາງ ມີເສັ້ນທາງບົກຍາວທັງໝົດ 5,261.63 ກິໂລແມັດ, ໃນນັ້ນ: ເສັ້ນທາງຫຼວງແຫ່ງຊາດ ຍາວທັງໝົດ 600,30 ກມ, ເສັ້ນທາງຫຼວງທ້ອງຖິ່ນ (ທາງຫຼວງແຂວງ,ທາງຫຼວງເມືອງ, ທາງຕົວເມືອງ, ທາງຊົນນະບົດ) ມີຄວາມຍາວ 4,661.33 ກມ.ໃນໄລຍະຜ່ານມາ ສະພາບການກໍ່ສ້າງ ແລະສ້ອມແປງປົກປັກຮັກສາເສັ້ນທາງ ຢູ່ພາຍໃນແຂວງຫຼວງພະບາງ, ກໍ່ໄດ້ຈັດຕັ້ງປະຕິບັດວຽກງານປົກປັກຮັກສາ ແລະສ້ອມແປງເສັ້ນທາງ ບົນພື້ນຖານການຂຶ້ນແຜນສະເໜີງົບປະມານ ແລະຕາມການສະໜອງທາງດ້ານງົບປະມານໃນແຕ່ລະປີ, ລວມເຖິງທຶນຮອນການຊ່ວຍຈາກພາຍໃນ ແລະຕ່າງປະເທດ ເຂົ້າໃສ່ການບູລະນະສ້ອມແປງຢ່າງເປັນປົກກະຕິ, ແຕ່ເຖິງຢ່າງໃດກໍ່ຕາມ ໂດຍອີງໃສ່ສະພາບການຕອບສະໜອງທາງດ້ານງົບປະມານ ແລະ ທຶນຮອນທີ່ຈະມານໍາໃຊ້ເຂົ້າວຽກງານດັ່ງກ່າວກໍ່ເຫັນວ່າຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ, ຜ່ານມາເກີດມີສະພາບໄພພິບັດທາງທຳມະຊາດຝົນຕົກຫຼາຍເປັນຜົນກະທົບຢ່າງຫຼວງຫຼາຍ, ສະພາບດ້ານເສດຖະກິດມີການປ່ຽນແປງເຮັດໃຫ້ລາຄາສິນຄ້າ, ນໍ້າມັນເຊື້ອໄຟ,ອັດຕາແລກປ່ຽນເງິນຕາຕ່າງປະເທດທຽບໃສ່ເງິນກີບມີການເພີ່ມຂື້ນສູງ ເຊີ່ງທັງໝົດນີ້ກໍ່ລ້ວນແຕ່ແມ່ນສົ່ງຜົນກະທົບເຮັດໃຫ້ງົບປະມານທີ່ຈະມານຳໃຊ້ເຂົ້າໃນວຽກງານບູລະນະຮັກສາເສັ້ນທາງບໍ່ພຽງພໍ. ຜ່ານການລົງກວດກາຕົວຈິງຂອງສະພາບເສັ້ນທາງໃນປັດຈຸບັນ. ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ທີ່ຜ່ານແຂວງຫຼວງພະບາງ ເກີດມີການເປ່ເພເສຍຫາຍຢ່າງໜັກໜ່ວງ, ສະພາບເສັ້ນທາງເປັນບວກ, ເປັນຂຸມຂະໜາດໃຫ່ຍ ແລະເລິກ, ມີບາງຈຸດລົດຂະໜາດນ້ອຍປະເພດລົດເກງແມ່ນບໍ່ສາມາດໄປໄດ້. ສາເຫດແມ່ນຍ້ອນວ່າ ໃນລະດູຝົນປີ 2024 ນີ້ ເກີດມີພາຍຸຫຼາຍລູກພັດຜ່ານ ເຮັດໃຫ້ຝົນຕົກຫຼາຍ ແລະຕົກຕໍ່ເນື່ອງຫຼາຍວັນ, ເສັ້ນທາງບາງຈຸດເກີດມີນໍ້າຖ້ວມ, ເກີດມີການເປ່ເພເສຍຫາຍຢ່າງໜັກໜ່ວງ, ນອກຈາກນີ້ ຍັງມີການຂົນສົ່ງວັດຖຸ ແລະສິນຄ້າອື່ນ ຮັບໃຊ້ໂຄງການລົງທຶນຂອງລັດ ແລະຂົນສົ່ງສິນຄ້າຂາອອກໄປຕ່າງປະເທດຢ່າງເປັນປົກກະຕິຈື່ງເຮັດໃຫ້ເສັ້ນທາງເກີດມີການເປ່ເພ. ອີກດ້ານໜຶ່ງ ມາດຕະຖານການອອກແບບເສັ້ນທາງຫຼວງແຫ່ງຊາດໃນໄລຍະຜ່ານມາ ແມ່ນບໍ່ໄດ້ອອກແບບເປັນມາດຕະຖານດຽວ. ມາໃນວັນທີ 28 ກັນຍາ 2024ນີ້ທ່ານ ລັດຖະມົນກໍ່ໄດ້ລົງກວດກາເສັ້ນທາງເລກທີ 2501 ແຕ່ຫຼວງພະບາງ ໄປຫາແຫຼ່ງທ່ອງທ່ຽວຕາດກວາງຊີ ແລະກວດກາສະພາບເສັ້ນທາງພາຍໃນເທດສະບານນະຄອນ-ຫຼວງພະບາງ ອີກຈຳນວນໜຶ່ງ. ນອກຈາກນີ້, ຍັງໄດ້ລົງເຮືອເພື່ອສຳຫຼວດເກັບກຳສະພາບການຂົນສົ່ງໂດຍສານທາງນໍ້າ ແລະການບໍລິການລ່ອງເຮືອທ່ອງທ່ຽວຊົມວິວ ຕາມລຳແມ່ນໍ້າຂອງໃນຂອບເຂດ ນະຄອນ-ຫຼວງພະບາງ. ຕໍ່ກັບສະພາບເສັ້ນທາງທີ່ມີຄວາມເປ່ເພ ແລະເສຍຫາຍທີ່ໜັກໜ່ວງຄືໃນສະພາບປັດຈຸບັນ, ໃນນາມພະແນກໂຍທາທິການ ແລະຂົນສົ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ຜູ້ນຳໃຊ້ລົດ-ນຳໃຊ້ຖະໜົນຈົ່ງເພີ່ມສະຕິລະມັດລະວັງໃນການຂັບຂີ່ລົດແຕ່ລະປະເພດເພື່ອການໄປມາຫາສູ່ກັນ, ການນຳໃຊ້ຖະໜົນໃຫ້ມີຄວາມປອດໄພ, ພ້ອມກັນປະຕິບັດຕາມລະບຽບ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ມີສະຕິເພື່ອຮັບປະກັນບໍ່ໃຫ້ເກີດອຸປະຕິເຫດ ເພື່ອບໍ່ໃຫ້ມີການສູນເສຍຊີວິດກໍ່ຄືຊັບສິນຂອງລັດ, ຂອງພໍ່ແມ່ປະຊາຊົນ, ຕໍ່ກັບສະພາບດັ່ງກ່າວກະຊວງໂຍທາທິການ ແລະຂົນສົ່ງຈະໄດ້ຄົ້ນຄວ້າ ແລະສ້າງບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງເພື່ອເປັນມາດຕະການ ແລະບັງຄັງໃຊ້ຕໍ່ກັບລະບຽບການຂົນສົ່ງ ແລະການຄວບຄຸມນໍ້າໜັກຂອງລົດບັນທຸກແຕ່ລະປະເພດໃຫ້ຫັນເຂົ້າສູ່ລະບຽບ-ກົດໝາຍຢ່າງເຂັ້ມງວດ.