ເອັນຊີຈີ ຟາມ ມີແຜນຂະຫຍາຍກຳລັງການຜະລິດສະໜອງໄຂ່ສົດສູ່ຕະຫຼາດພາຍໃນ

ບໍລິສັດ ເອັນຊີຈີ ຟາມ ເນັ້ນໃສ່ລະບົບຟາມທີ່ທັນສະໄໝນໍາໃຊ້ລະບົບຄອກປິດອີເວບ ເພື່ອສະໜອງໄຂ່ສົດໃຫ້ຕະຫຼາດພາຍໃນກວ່າ 80 ພັນໜ່ວຍຕໍ່ວັນ ພ້ອມນັ້ນຍັງມີແຜນຂະຫຍາຍກຳລັງການຜະລິດຕື່ມອີກເພື່ອສາມາດສະໜັງໄດ້ຕາມຄວາມຕ້ອງການຂອງຕະຫຼາດ.

ທ່ານ ນາງ ໄຊທານີ ຈັນທະວົງ ປະທານບໍລິສັດ ເອັນຊີຈີ ຟາມ ທັງເປັນຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ຟາມໄກ່ໄຂ່ ເອັນຊີຈີ ຂອງບໍລິສັດຕັ້ງຢູ່ບ້ານໜອງບົວທອງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເປົ້າໝາຍແມ່ນຜະລິດໄຂ່ໄກ່ສະໜອງໃຫ້ຜູ້ບໍລິໂພກຊາວນະຄອນຫຼວງວຽງຈັນ ແລະ ຕ່າງແຂວງຈຳນວນໜຶ່ງ ເລີ່ມສ້າງຕັ້ງປີ 2022 ເບື້ອງຕົ້ນໄດ້ຕັ້ງຟາມ 1 ຄອກ ມີແມ່ໄກ່ໄຂ່ 50.000 ໂຕ ແລະຕໍ່ມາໄດ້ຂະຫຍາຍເຕີ່ມອີກ 1 ຄອກ 50.000 ໂຕ ປັດຈຸບັນມີໄກ່ໄຂ່ 100.000 ໂຕ ສາມາດລິດໄຂ່ໄດ້ 2.800 ແຕະຕໍ່ວັນ ຟາມໄກ່ໄຂ່ ເອັນຊີຈີ ແມ່ນເປັນຟາມທີ່ທັນສະໄໝນໍາໃຊ້ລະບົບຄອກປິດອີເວບເພື່ອເປັນມິດກັບສິ່ງແວດລ້ອມ ຖືວ່າເປັນຄອກປິດ 100% ຈຸດດີຂອງຟາມປິດຈະເຮັດໃຫ້ໄກ່ໄຂ່ຕໍ່ເນື່ອງ ອີງຕາມຄວາມຕ້ອງການຂອງຕະຫຼາດ ທາງຟາມພວກເຮົາມີແຜນຂະຫຍາຍຄອກຕື່ມ 1 ຄອກ ໃນປີ 2025-2026.

ທ່ານນາງ ໄຊທານີ ຈັນທະວົງ ຍັງກ່າວຕື່ມວ່າ: ຢ່າງໃດກໍຕາມກໍຝາກເຖິງພາກລັດກໍຄືພາກສ່ວນກ່ຽວຂ້ອງກໍຄືຜູ້ບໍລິໂພກໄຂ່ໄກ່ຊ່ວຍຊຸກຍູ້ສົ່ງເສີມສິນຄ້າພາຍໃນທີ່ພວກເຮົາຜະລິດໄດ້ ແລະກຳຈັດການລັກລອບສິນຄ້ານໍາເຂົ້າຈາກຕ່າງປະເທດທີ່ມາຕີຕະຫຼາດບ້ານເຮົາໃນການຂາຍຫຼຸດລາຄາແຂ່ງຂັນກັບສິນຄ້າພາຍໃນເຮັດໃຫ້ທຸລະກິດບ້ານເຮົາບໍ່ສາມາດໄປຕໍ່ໄດ້ ແລະສຸດທ້າຍເຮັດໃຫ້ຫົວໜ່ວຍທຸລະກິດຢຸດກິດຈະການໄປ ໃນເມື່ອທຸລະກິດໄປບໍ່ແນນອນຕ້ອງມີຜົນກະທົບຫຼາຍຢ່າງຕໍ່ພາຍໃນເຮົາ.

ໃນໂອກາດທີ່ນະຄອນຫຼວງວຽງຈັນເກີດສະພາບນໍ້າຖ້ວມໃນຜ່ານມານີ້ບໍລິສັດ ເອັນຊີ ຈີ ຍັງໄດ້ປະກອບ ສ່ວນຊ່ວຍເຫຼືອຕ້ານໄພນໍ້າຖ້ວມຊຸກຍູ້ໄຂ່ໄກ່ 200 ແຕະ ມູນຄ່າ 15 ລ້ານກີບ ໃຫ້ເມືອງໄຊທານີ ແລະເມືອງປາກງື່ມ ແລະຊຸກຍູ້ເປົາຮ່າຍຊາຍ 21.000 ເປົາ ມູນຄ່າ 70 ລ້ານກີບໃຫ້ພະແນກແຮງງານ ແລະສະຫວັດດີການສັງຄົມນະຄອນຫຼວງວຽງຈັນ.

#ວຽງຈັນໃໝ່
#ສົມສະຫວັນ