ຜູ້ຊ່ຽວຊານ ຊີ້ທະນາຄານຄຳລາວ ເປັນໂຄງການມີອານາຄົດທີ່ຈະຊ່ວຍແກ້ບັນຫາເສດຖະກິດໃຫ້ລາວ

ຜູ້ຊ່ຽວຊານ ດ້ານເສດຖະສາດ ລະຫວ່າງປະເທດ ແລະເສດຖະກິດອາຊຽນ ຊີ້ທະນາຄານຄຳລາວ ເປັນໂຄງການມີອະນາຄົດ ແລະອາດຈະເປັນໂຄງການທີ່ເຂົ້າມາຊ່ວຍແກ້ບັນຫາ ເສດຖະກິດໃຫ້ ສປປ ລາວ.

.
ທະນາຄານຄຳ ລາວ ເປີດຕົວ ສອງ ບໍລິການ ທຳອິດ ໃຫ້ 1. ບັນຊີຝາກຄໍາ (Gold Saving) ແລະຕູ້ກົດຄຳ ອັດຕະໂນມັດ (Gold Vending Machine), ຄາດວ່າທ້າຍປີນີ້ຈະເປີດແບບຄົບວົງຈອນ.
.
ຄຳເຫັນດັ່ງກ່າວມາຈາກ ທ່ານ ຮອງສາດສະດາຈານ ດຣ, ປິຕິ ສີແສງງາມ ຜູ້ອຳນວຍການ ສູນວິໄຈ ເສດຖະກິດລະຫວ່າງປະເທດໄທ ທີ່ໄດ້ໃຫ້ສຳພາດກັບລາຍການ ໃນ Youtube ທີ່ມີຊື່ວ່າ DB ຊົວເຖົາ ເມື່ອບໍ່ດົນມານີ້.
.
ດຣ, ປິຕິ ກ່າວວ່າ: ສປປ ລາວ ປະສົບກັບບັນຫາເສດຖະກິດ ຢ່າງຕໍ່ເນື່ອງ ໂດຍສະເພາະໃນເລື່ອງຂອງການຂາດເງິນທຶນສຳຮອງລະຫວ່າງປະເທດ ບວດກັບຄວາມສາມາດໃນການຈັດຕັ້ງປະຕິບັດ ນະໂຍບາຍ ການເງິນ ເນື່ອງຈາກ ສປປ ລາວ ຍັງຕ້ອງເພິ່ງພາເງິນຕາຕ່າງປະເທດເປັນຈຳນວນຫຼາຍ ເຮັດໃຫ້ພາກລັດ ບໍ່ສາມາດໃຊ້ນະໂຍບາຍ ການເງິນ ໄດ້ຢ່ງເຕັມປະສິດທິພາບ ເນື່ອງຈາກຄົນລາວບໍ່ໃຊ້ເງິນກີບ.
.
ຜູ້ອຳນວຍການສູນວິໄຈເສດຖະກິດລະຫວ່າງປະເທດໄທ ຍົກຕົວຢ່າງໃຫ້ເຫັນວ່າ ໃນເມື່ອທີ່ເສດຖະກິດປະເທດຕົກຕໍ່າເຮົາກໍຄວນຈະເພີ່ມປະລິມານເງິນ ເພື່ອໃຫ້ດອກເບ້ຍມັນຫຼຸດລົງ ຄົນຈຶ່ງຈະໄດ້ຊື້ເຄື່ອງຫຼາຍຂຶ້ນ ມາກູ້ເງິນໄປຈັບຈ່າຍໃຊ້ສອຍຫຼາຍຂຶ້ນ ແຕ່ເມື່ອຄົນບໍ່ໃຊ້ເງິນກີບ ໃນການຊື້ຂາຍ ຫຼືລົງທຶນ ກໍເທົ່າກັບເປັນການທຳຮ້າຍເງິນກີບໄປໃນຕົວເນື່ອງຈາກວ່າເມື່ອການສະໜອງເງິນກີບຫຼາຍຂຶ້ນແຕ່ຄົນຍັງຕ້ອງການເງິນຕາເຮັດໃຫ້ເງິນກີບຍິ່ງອ່ອນຄ່າລົງຕື່ມອີກ.
.
ໜຶ່ງໃນນະໂຍບາຍເພື່ອແກ້ໄຂບັນຫາເງິນທຶນສຳຮອງຂອງປະເທດກໍຄືທະນາຄານຄຳທີ່ຈັດຕັ້ງປະຕິບັດໂດຍ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ຮ່ວມມືກັບ ກະຊວງການເງິນ ໂດຍມີເປົ້າໝາຍເພື່ອໃຫ້ທະນາຄານດັ່ງກ່າວກາຍເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດການເງິນຂອງຊາດ.
.
ທ່ານ ດຣ. ປິຕິ ກ່າວວ່າ: ສປປ ລາວ ເບິ່ງວ່າພວກເຮົາມີທ່າແຮງເລື່ອງຄຳທີ່ເປັນແຮ່ທາດຕາມທຳມະຊາດ ແລະມີສັກກະຍາພາບພຽງພໍທີ່ຈະເຮັດທະນາຄານຄຳ ເຊິ່ງເປັນທະນາຄານຄຳທີ່ມີ Gold Bar ຫຼື ຄຳແທ່ງແທ້ໆ ຢູ່ເບື້ອງຫຼັງ ແລະໃຫ້ແຕ່ລະປະເທດເອົາເງິນໂດລາ, ເງິນຢູໂຣ ຫຼື ເງິນຕາອື່ນໆ ມາຊື້ຄຳ ແລະ ຝາກໄວ້ໃນລາວເຊິ່ງຈະເປັນໃນຮູບແບບຂອງ Gold Bar ຫຼື ຄໍາທີ່ເປັນໂກຕ້າ ໃນແຮ່ທາດທີ່ມີການສຳຫຼວດມາແລ້ວກໍຕາມ.
.
ຮອງສາດສະດາຈານ ດຣ, ປິຕິ ສີແສງງາມກ່າວອີກວ່າ: ສິ່ງເຫຼົ່ານີ້ຈະເປັນເຄື່ອງມືໃຫ້ ສປປ ລາວ ໃນການດຶງເງິນຕາຕ່າງປະເທດເຂົ້າມາເຊິ່ງເປັນອີກໜຶ່ງຄວາມພະຍາຍາມທີ່ມີຄວາມເປັນໄປໄດ້ສູງ, ທ່າມກາງກະແສໂລກ ທີ່ມີຄວາມພະຍາຍາມຈະຫຼຸດການເພິ່ງພາເງິນໂດລາລົງ ແລະຫັນມາຊື້ຄຳເກັບໄວ້ຫຼາຍຂຶ້ນ.
.
ໃນພິທີເຊັນສັນຍາຈັດຕັ້ງປະຕິບັດທະນາຄານຄຳເມື່ອຕົ້ນເດືອນສິງຫາ ທີ່ຜ່ານມາ ທ່ານ ຈັນທອນ ສິດທິໄຊ ປະທານ ແລະຜູ້ກໍ່ຕັ້ງບໍລິສັດ PTL Holding ຈຳກັດ ກ່າວວ່າ: “ການສ້າງຕັ້ງທະນາຄານຄຳ ຄັ້ງນີ້ ແມ່ນເພື່ອໃຫ້ເປັນ ແຫຼ່ງສຳຮອງຄຳ ເພື່ອຄໍ້າປະກັນທາງດ້ານການເງິນການຄັງ, ສ້າງສະຖຽນລະພາບທາງດ້ານເສດຖະກິດລາວ ໂດຍຜ່ານກົນໄກ ການບໍລິຫານຈັດການຊັບພະຍາກອນທີ່ມີທ່າແຮງເຊັ່ນຄຳ ແລະ ແຮ່ຄຳ ທີ່ມີຄວາມອຸດົມສົມບູນ, ເອົາຈຸດແຂງສ້າງເປັນຈຸດຂາຍ ຈົນກາຍເປັນຕະຫຼາດກາງໃນການແລກປ່ຽນຊື້ຂາຍ ຄຳ, ແຮ່ຄຳໃນລະດັບພາກພື້ນ ແລະສາກົນ”.
.
ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳຄາດວ່າຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດການຄຳຂອງ ສປປ ລາວ ໃຫ້ໄດ້ມາດຕະຖານ London Bullion Market Association (LBMA) ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນນະພາບຄຳ ໃຫ້ເປັນລະດັບສາກົນ (LBMA) ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດຍົກສູງພາລະບົດບາດ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງ ໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບ ໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ນັບຂະຫຍາຍຕົວ.
.
DB ซัวเถา

#laoXperts #ທະນາຄານາຄຳ