ເຊີນສໍາຜັດ ນໍ້າຕົກຕາດຊ້າງ

ໄລຍະນີ້ອາກາດຢູ່ໃນຂອບເຂດທົ່ວປະເທດແມ່ນອົບເອົ້າພໍສົມຄວນ,ຫຼາຍຄົນອາດຊອກຫາສະຖານທີ່ທ່ອງທ່ຽວພາຄອບຄົວໄປພັກຜ່ອນເພື່ອຜ່ອນຄາຍຄວາມຮ້ອນ ແລະ ສະຖານທີ່ທ່ອງທ່ຽວກໍມີຫຼາກຫຼາຍບ່ອນເປັນຕົ້ນລ່ອງແພ, ລ່ອງເຮືອແລະແກ້ງຕາດຕ່າງໆແຕ່ມື້ນີ້ຜູ້ຂຽນຂໍນຳສະເໜີແຫຼ່ງທ່ອງທ່ຽວທີ່ພວມ ໄດ້ຮັບຄວາມນິຍົມຈາກນັກທ່ອງ ທ່ຽວທັງພາຍໃນ ແລະຕ່າງປະເທດ ກໍຄືນ້ຳຕົກຕາດຊ້າງ ເມືອງທຸລະຄົມ ແຂວງວຽງຈັນ, ຕາດຊ້າງຕັ້ງຢູ່ຕີນ ພູເຂົາຄວາຍຫ່າງຈາກທາງເລກ 10 (ທາງແບ່ງຂົວບ້ານນາແພງ)ເຂົ້າໄປປະມານກວ່າ 4 ກິໂລແມັດ; ຖ້າອອກຈາກນະຄອນຫຼວງວຽງຈັນໄປຕາມທາງເລກ 10 ຜ່ານຂົວທ່າງ່ອນ ຢູ່ຫຼັກກິໂລແມັດທີ 58 ມີທາງແວ່ ເຂົ້າເບື້ອງຂວາມືເປັນທາງປູຢາງຈົນຮອດສະຖານທີ່ພັກຜ່ອນເລີຍຊຶ່ງມີທຳມະຊາດທີ່ສວຍງາມ, ນໍ້າ ສໄຫຼເຢັນເໝາະແກ່ການເຮັດກິດຈະກຳຕ່າງໆທາງນໍ້າຄາຍຄວາມ ຮ້ອນໄດ້ເປັນຢ່າງດີ.

ນ້ຳຕົກຕາດຊ້າງສະຖານທີ່ທ່ອງ ທ່ຽວທາງທໍາມະຊາດທີ່ສວຍສົດງົດງາມອີຫຼີອີກແຫ່ງໜຶ່ງເພາະເປັນຕາດທີ່ອ້ອມຮອບໄປດ້ວຍຕົ້ນໄມ້ ນ້ອຍໃຫຍ່ສີຂຽວ,  ຄຽງຂ້າງກັນກໍ່ມີ ສາຍພູລຽງລະຫຼາດປຽບເໜືອນກໍາແພງ, ຕົວຕາດເອງກໍມີສະເໜ່ແບບບໍ່ຄືໃຜນໍ້າກໍ່ໄຫຼລົງສາດໆສໍາຜັດໄດ້ເຖິງຄວາມເຢັນແລະເຫັນໄດ້ເຖິງ ຄວາມໃສສະອາດຕາ ໂດຍລວມຍັງ ຄົງຮັກສາໄວ້ທໍາມະຊາດບໍ່ມີຫຍັງ ປ່ຽນແປງ, ຈຶ່ງກາຍເປັນທີ່ນິຍົມຊົມ ຊອບຂອງບັນດານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດນໍາເມື່ອທ່ານລອງໄປນັ່ງຫຼິ້ນຢູ່ໂງ້ນຫີນໃນຍາມບ່າຍ,ແສງແດດຈະສອດສ່ອງມາຕາມຫວ່າງໃບໄມ້ແລ້ວກະທົບໃສ່ນ້ຳທີ່ເຊາະໂງ້ນຫີນເປັນຟອງສີ ຂາວເຫຼື້ອມລະຢິບລະຫຍັບປະກາຍ ອອກມາເໝືອນໝູ່ດາວຢູ່ທ້ອງຟ້າ.

ນອກຈາກຄວາມສວຍງາມຂອງ ທໍາມະຊາດແລ້ວ, ອາກາດກໍຍັງເປັນມິດກັບຜູ້ຄົນທີ່ໄປທ່ອງທ່ຽວ, ຍ້ອນວ່າອາກາດສົດຊື່ນເຢັນສະບາຍມີລົມພັດຜ່ານເປັນຮູດໆ, ເໝາະສຳລັບກັບຜູ້ຄົນທີ່ເຮັດວຽກງານໜັກໃນຫ້ອງລ້າຫ້ອງການຢາກໄປພັກຜ່ອນນັ່ງຫຼີ້ນ,ກິນເຂົ້າປ່າ, ສູບອາກາດ ສົດ, ຊົມວິວທິວທັດທຳມະຊາດທີ່ຫາບ່ອນອື່ນໃດມາປຽບໄດ້ຖ້າມີໂອກາດຢ່າງ ລືມລອງໄປສໍາຜັດຮັບປະກັນວ່າ ທ່ານຈະເພີດເພີນຈົນລື່ມຄວາມອິດ ເມື່ອຍ ແລະຄວາມສັບສົນວຸ້ນວາຍ ໃນຕົວເມືອງໄປເລີຍ.

ໂດຍ: ວົງມະນີ