ADB ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອ ຫວຽດນາມ ຮັບມືກັບໄພພິບັດຈາກພາຍຸ Yagi

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທະນາຄານພັດທະນາອາຊີ (ADB) ຫາກໍອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອ ຈຳນວນ 2 ລ້ານໂດລາ ເພື່ອຊ່ວຍຫຼືອລັດຖະບານ ຫວຽດນາມ ສະໜອງບັນດາການບໍລິການຊ່ວຍບັນເທົ່າທຸກຢ່າງຮີບດ່ວນ ແລະ ມະນຸດສະທຳ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຍ້ອນພາຍຸ Yagi ທາງພາກເໜືອ ຫວຽດນາມ.
ຂ່າວລະບຸວ່າ: ທ່ານ ຊານຕານຸ ຈັກຣາບໍຕິ ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ບ້ວງເງິນຊ່ວຍເຫຼືອຂອງ ADB ຈະໜູນຊ່ວຍບັນດາຄວາມພະຍາຍາມໃນການຮັບມືຂອງລັດຖະບານຢ່າງກວ້າງຂວາງກວ່າເກົ່າ ແນໃສ່ສະໜອງການບັນເທົ່າທຸກມະນຸດສະທຳໃນທັນທີ. ADB ໃຫ້ຄຳໝັ້ນສັນຍາຮ່ວມມືກັບລັດຖະບານໃນພາລະກິດຟື້ນຟູພາຍຫຼັງໄພພິບັດທຳມະຊາດຢູ່ບັນດາແຂວງຖືກຜົນສະທ້ອນ ເພື່ອກໍ່ສ້າງຄືນໃຫ້ດີກວ່າ ແລະ ປັບປຸງຄວາມສາມາດຕ້ານຢັນ, ສິ່ງດັ່ງກ່າວມີຄວາມສຳຄັນທີ່ສຸດໃນສະພາບໄພທຳມະຊາດນັບມື້ນັບເພີ່ມຂຶ້ນ.
ການໜູນຊ່ວຍຮີບດ່ວນຂອງ ADB ເພື່ອຮັບປະກັນໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ເຂດຖືກໄພທຳມະຊາດສາມາດເຂົ້າເຖິງບັນດາການບໍລິການສາທາລະນະສຸກ ແລະ ສັງຄົມໂດຍພື້ນຖານ, ກໍຄືບັນດາແຫຼ່ງກຳລັງເພື່ອສ້າງຊີວິດການເປັນຢູ່ ແລະ ການຫາເງິນລ້ຽງຊີບຄືນໃໝ່.