ບ້ານໃຫຍ່ປາກທາ ຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2024

ຂປລ. ແຫລ່ງຂ່າວຈາກ ເມືອງປາກທາ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 28 ກັນຍາ 2024 ຜ່ານມາ, ບ້ານໃຫ່ຍປາກທາ ເມືອງປາກທາ ຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2024 ທີ່ທ່ານໍ້າຂອງ ດ້ວຍບັນຍາກາດເບີກບານມ່ວນຊື່ນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ ມີບັນດາການນຳຂອງແຂວງ, ເມືອງ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ, ເເຂກເຊີນ ຕະຫລອດຮອດສີພາຍ ພ້ອມດ້ວຍມວນຊົນເຂົ້າຮ່ວມ.
 
ທ່ານ ຊຽງເຮືອງ ພົມມະຈັນ ເລຂາຄະນະພັກຮາກຖານ ນາຍບ້ານໆໃຫຍ່ປາກທາ ໄດ້ໃຫ້ຮູ້ວ່າ: ການຈັດບຸນຊ່ວງເຮືອປະເພນີ ຢູ່ບ້ານໃຫຍ່ປາກທາ ເມືອງປາກທາ ແມ່ນໄດ້ປະຕິບັດກັນມາແຕ່ດົນນານແລ້ວ ຫລັງມື້ຂຶ້ນ 15 ຄໍ່າ ເດືອນ 10 ລາວຂອງທຸກໆປີ. ສຳລັບປີນີ້ ແມ່ນໄດ້ກຳນົດເອົາວັນທີ 28 ກັນຍາ ເນື່ອງຈາກວ່າດິນຟ້າອາກາດບໍ່ເອື່ອອຳນວຍ, ທັງນີ້ກໍເພື່ອສືບສານຮີດຄອງປະເພນີທາງດ້ານວັດທະນະທຳ ແລະ ເຕົ້າໂຮມຄວາມສາມັກຄີຂອງພໍ່ແມ່ປະຊາຊົນພາຍໃນເມືອງ ເພື່ອໃຫ້ລູກຫລານໄດ້ສືບທອດກັນຕໍ່ໄປ ໂດຍໄດ້ມີການແຂ່ງຂັນເຮືອຊ່ວງປະເພນີ ປະເພດ 25 ສີພາຍ ເຊິ່ງປີນີ້ ມີເຮືອເຂົ້າແຂ່ງຂັນທັງໝົດ 11 ລຳມາຈາກແຕ່ລະບ້ານພາຍໃນເມືອງເຊັ່ນ: ບ້ານໃຫຍ່ປາກທາຄຸ້ມ 1, ຄຸ້ມ 2, ຄຸ້ມ 3, ບ້ານໂພນທອງ, ຫາດສະ, ແກ້ງພາກ, ກ້ອນຕື່ນ, ຫ້ວຍທອງ, ປກສ, ບໍລິສັດ psc ແລະ ເຮືອຊວງ ຮ້ານຂາຍລົດໃຫຍ່ ນາງ ກອງຄຳ.
ຜ່ານການແຂ່ງຂັນ ເຮືອຊ່ວງທີ່ຍາດໄດ້ແຊ້ມເຈົ້າໜ້ານໍ້າ ທີ່ທ່າແຄມຂອງບ້ານໃຫຍ່ປາກທາ ປີ 2024 ປີນີ້ ແມ່ນ ເຮືອຊ່ວງ ບໍລິສັດ PSC ຊະນະເລີດ ໄດ້ຮັບຂັນເງິນ 1 ໜ່ວຍ, ຂັນປະຈຳປີ 1 ໜ່ວຍພ້ອມທັງ ເງິນສົດ 6 ລ້ານກີບ, ປະເພດທີ 2 ໄດ້ແກ່ເຮືອຊ່ວງບ້ານໂພນທອງ ໄດ້ຮັບຂັນປະຈຳປີ 1 ໜ່ວຍພ້ອມທັງເງິນສົດ 4 ລ້ານກີບ, ປະເພດທີ 3 ໄດ້ແກ່ເຮືອຊ່ວງ ບ້ານຫາດສະ ໄດ້ຮັບຂັນປະຈຳປີ 1 ໜ່ວຍ ແລະ ເງິນສົດ 3 ລ້ານກີບ ແລະ ປະເພດ 4 ໄດ້ແກ່ ເຮືອຊ່ວງ ປາກທາ ຄຸ້ມ II ໄດ້ຮັບເງິນສົດ 2 ລ້ານກີບ, ນອກຈາກນັ້ນຍັງມີລາງວັນຊົມເຊີຍໃຫ້ເຮືອທີ່ຕົກຮອບ ລຳລະ 1 ລ້ານກີບ.
ຂ່າວ-ພາບ: ວັນນະເດດ