ອພສ ເມືອງໄຊທານີ ສະຫລຸບການເຄື່ອນໄຫວວຽກງານ 9 ເດືອນ

ຂປລ. ອົງການພຸດທະສາສະໜາສຳພັນລາວ (ອພສ) ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ສະຫລຸບວຽກງານການເຄື່ອນໄຫວວຽກງານ 9 ເດືອນ ແລະ ທິດທາງ 3 ເດືອນ ທ້າຍປີ 2024 ຕິດພັນກັບວຽກງານກັມມາທິການເຜີຍແຜ່ສີລະທຳ ແລະ ປະຕິບັດກຳມະຖານ ສູນກາງ ອພສ ເຊິ່ງໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ.
ພະອາຈານ ໂສພາ ສີບຸນເຮືອງ ປະທານ ອພສ ເມືອງໄຊທານີ, ເຈົ້າອາທິການວັດພະເຈົ້າໃຫຍ່ ໄຊທານີ ສິຣິມົງຄຸນວິຫານ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນ 9 ເດືອນຜ່ານມາ, ອົງການ ອພສ ເມືອງໄຊທານີ ສາມາດເກັບໜັງສືຂາເຂົ້າ-ຂາອອກ ຈຳນວນ 500 ສະບັບ, ອະນຸຍາດໃຫ້ຈັດບຸນທາງພຸດທະສາສະໜາ ແລະ ປະເພນີຕ່າງໆ ຈໍານວນ 150 ຄັ້ງ, ຈັດກອງປະຊຸມ ອພສ ເຂດ 15 ຄັ້ງ; ລົງຊຸກຍູ້ ອພສ ເຂດ 11 ເຂດ, ເຂດລະ 1 000.000 ກີບ, ສຳລັບວຽກງານປົກຄອງສົງກຳມາທິການປົກຄອງສົງ ເມືອງໄຊທານີ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງການປົກຄອງສົງ ແລະ ແບບແຜນວິທີເຮັດວຽກຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ການບໍລິຫານ, ການຄຸ້ມຄອງ ອົງການພຸດທະສາສະໜາສຳພັນລາວ ເມືອງໄຊທານີ ໄດ້ຮັບການປັບປຸງດີຂຶ້ນໂດຍລໍາດັບ. ທົ່ວເມືອງໄຊທານີ ມີ 104 ບ້ານ, 132 ວັດ, ແບ່ງເປັນ 11 ເຂດ, ມີພະສົງສາມະເນນ 1.275 ອົງ, ບັນດາພະສົງ-ສາ ມະເນນ ໄດ້ຕັ້ງໝັ້ນ ແລະ ປະຕິບັດ ຕາມຫລັກທຳມະວິໄນ ຄຳສັ່ງສອນຂອງອົງພະສຳມາສຳພຸດທະເຈົ້າ, ກິດຈະວັດຂອງຕົນ, ມີລະບຽບວິໄນ ແລະ ເຮັດວຽກຢ່າງເປັນລະບົບ ໂດຍອີງໃສ່ທຳມະນູນສົງລາວເປັນຫລັກ ໃນການຈັດຕັ້ງປະຕິບັດຕົວຈິງ. ພ້ອມນີ້, ອພສ ເມືອໄຊທານີ ໄດ້ເອົາໃຈໃສ່ຄຸ້ມຄອງພະພຸດທະສາສະໜາ, ວັດວາອາຮາມ, ຄຸ້ມຄອງພຶດຕິກຳ ຂອງພະສົງ-ສາມະເນນ ທີ່ມີຄວາມປະພຶດບໍ່ເໝາະສົມ ກັບຫລັກພະທຳມະວິໄນ, ທຳມະນູນສົງລາວ, ກົດໝາຍ ແລະ ລະບຽບການ. ນອກຈາກນີ້, ຍັງສາມາດເກັບສະຖິຕິ ພະສົງ-ສາມະເນນ, ໜັງສືສຸດທິ, ສຳມະໂນຄົວສົງ, ສາມາດແກ້ໄຂບັນຫາປະກົດການຫຍໍ້ທໍ້ ເຊັ່ນ: ວັດຫົວນາ, ວັດບ້ານດົງໝາກຄາຍ, ວັດໄຊສະຫວ່າງ, ວັດໂນນສະອາດ ແລະ ວັດພະຂາວພັນນາຣາມ.
ສຳລັບວຽກງານສຶກສາສົງ ເມືອງໄຊທານີ ມີໂຮງຮຽນສົງ 2 ແຫ່ງ ມີພະສົງ-ສາມະເນນກຳລັງສຶກສາຢູ່ໂຮງຮຽນມັດທະຍົມສົງ 630 ອົງ, ມີຄູອາຈານສອນ 35 ອົງ, ມະຫາໄລແຫ່ງຊາດ, ວິທະຍາໄລຕ່າງໆ. ນອກຈາກນີ້, ວຽກງານເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານ ກໍໄດ້ຈັດງານປະຕິບັດທຳພາຍໃນເມືອງໄຊທານີ 5 ຄັ້ງ, ຈັດງານອົບຮົມການເຜີຍແຜ່ທຳມະໃຫ້ແກ່ພະສົງ-ສາມະເນນ. ສ່ວນວຽກງານສາທາຣະນູປະການ ກໍໄດ້ຊ່ວຍເຫລືອແຈກອຸປະກອນການສຶກສາ, ຊ່ວຍເຫລືອຄົນທຸກຍາກ, ເຫດ ການໄພນໍ້າຖ້ວມ ແລະ ອື່ນໆ.
ຄຽງຄູ່ກັນນີ້, ຍັງເຫັນວ່າຍັງມີວຽກງານບາງດ້ານ ຕ້ອງໄດ້ຮັບການປັບປຸງແກ້ໄຂ ເປັນຕົ້ນ ຍັງມີພະສົງບາງກຸ່ມຍັງຂາດຄວາມຕື່ນຕົວ, ບໍ່ເອົາໃຈໃສ່ ແລະ ບໍ່ໃຫ້ຄວາມຮ່ວມມື ໃນການປະສານງານ, ບ້ານຍັງບໍ່ເຂົ້າໃຈພາລະບົດບາດກ່ຽວກັບວັດ.
ຂ່າວ: ກິດຕາ
ພາບ: ຂັນໄຊ