PJ 16 ອອນພາດີ ບຸນມີໄຊ ຊະນະເລີດ ນາງສາວຮ້ານຄຳພໍໃຈ 2025

ກ່ອນໜ້ານີ້ໃນເດືອນສິງຫາ 2024 ໄດ້ມີການຄັດເລືອກ 18 ນາງສາວຄົນສຸດທ້າຍ ແຕ່ລະຄົນບອກເລີຍມີເອກະລັກ, ສວຍງາມ ແລະ ຄວາມສາມາດຫຼາກຫຼາຍ ລາຍລະອຽດໄປເບິ່ງໂສມໜ້າແຕ່ລະຄົນຕາມຮູບເລີຍ:
ຫຼ້າສຸດເມື່ອວັນທີ 29 ກັນຍາ 2024 ໄດ້ມີພິທີປະກວດຮອບສຸດທ້າຍ ຈັດທີ່ ຫໍວັດທະນາທໍາ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຜ່ານການແຂ່ງຂັນປາກົດວ່າ:

-ຕໍາແໜ່ງ ນາງສາວຮ້ານຄຳພໍໃຈ 2025 ຕົກເປັນຂອງ PJ 16 ອອນພາດີ ບຸນມີໄຊ
– ຮອງອັນດັບ 1 ນາງສາວຮ້ານຄຳພໍໃຈ PJ 09 ປີຍານຸດ ສຸວັນນະໂຊດ
– ຮອງອັນດັບ 1 ນາງສາວຮ້ານຄຳພໍໃຈ PJ 12 ສຸວີມົນ ສໍກິ່ງນວນຕາ

ສໍາລັບ ຮ້ານຄຳພໍໃຈ ເປີດໂອກາດໃຫ້ກັບສາວໆເຂົ້າຮ່ວມສະໝັກປະກວດໃນເວທີ ນາງສາວຮ້ານຄຳພໍໃຈ 2025 (brand ambassador) ຊີງມົງກຸດເພັດມູນຄ່າ 10.000.000 ກີບ ແລະ ເງິນສົດ 20.000.000 ກີບພ້ອມສາຍສະພາຍ.

ນອກນັ້ນ, ຍັງມີລາງວັນ ລາງວັນຮອງຊະນະເລີດ 2 ຄົນ ໄດ້ໂລ່ລາງວັນ Christal ມູນຄ່າ 3.000.000ກີບ ແລະ ເງິນສົດ 10.000.000 ກີບ ພ້ອມສາຍສະພາຍ ລວມທັງຍັງມີລາງວັນຊົມເຊີຍ ລາງວັນຊົມເຊີຍຕົກຮອບ Top3 ຄົນສຸດທ້າຍ (7ລາງວັນ) 2.000.000 ກີບ ແລະ ລາງວັນຊົມເຊີຍຕົກຮອບ Top10 ຄົນສຸດທ້າຍ (10ລາງວັນ) 1.000.000 ກີບ ແລະ ລາງວັນອື່ນໆອີກຢ່າງຫຼວງຫຼາຍ.


ຂ່າວ: Larh Creators ; ຮູບຈາກ: ຮ້ານຄຳພໍໃຈ