ທີມບານເຕະ LN ປົດລ໊ອກຄວ້າແຊັມບານເຕະ 7 ຄົນ PINACO BATTERY CUP 2024

ທີມບານເຕະຊາຍ LN ດວນຈຸດໂທດເອົາຊະນະ ທີມບານເຕະຊາຍ ບໍລິສັດ ວັນລ້າ 3-1 ຫຼັງສະເໝີກັນ 1-1 ໃນເວລາປົກກະຕິ ເຮັດໃຫ້ສາມາດປົດລ໊ອກຄວ້າແຊັມບານເຕະ 7 ຄົນ ( 7+1 ) ລາຍການ PINACO BATTERY CUP 2024 ລະຫວ່າງວັນທີ 28-29 ກັນຍາ 2024 ທີ່ເດີ່ນບານເຕະ ປະສານໃຈ ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ການແຂ່ງຂັນລາຍການດັ່ງກ່າວມີ 21 ທີມເຂົ້າຮ່ວມຊີງໄຊ ແບ່ງອອກເປັນ 6 ກຸ່ມຄື:
-ກຸ່ມ A: ເສືອຮ້ອງໄຫ້, ປ໋າວັນຂາຍໝູ, ລູກນໍ້າເຄັມ ແລະ ສາຍບຸນເມືອງຫາດ
-ກຸ່ມ B: ຊອດແຈ້ງ, ລູກພະທາດ ແລະ ໄພວັນ ສັງຫາລິມະຊັບ
-ກຸ່ມ C: ບໍລິສັດ ວັນລ້າ, ປະສານໃຈ ແລະ LN
-ກຸ່ມ D: ສຸພາບ ມໍເຕີ, Real Friends, ໄລອອນ ແລະ ນ້ອງວາວາ
-ກຸ່ມ E: NJ, ກິນແລ້ວຍາວ ແລະ ມິດກະເສດ
-ກຸ່ມ F: ເລີບຢັງ, ມານະຈະເລີນ, ພາພອນ ເອັຟຊີ ແລະ ປາລາມະຈານ

 

ໂດຍໄຮໄລທ໌ທີ່ສໍາຄັນຢູ່ທີຮອບ 4 ທີມເປັນທາງການ ບໍລິສັດ ວັນລ້າ ຟອມໂດດເດັ່ນຢ່າງຕໍ່ເນື່ອງຖະຫຼົ່ມ ເລີບຢັງ 5-0 ຜ່ານເຂົ້າຮອບຊີງຊະນະເລີດເປັນທີມທໍາອິດ, ສ່ວນ LN ຕ້ອງດວນຈຸດໂທດເອົາຊະນະ NJ 3-1 ຫຼັງສະເໝີກັນ 0-0 ເຮັດໃຫ້ ໂຄຈອນໄປພົບກັບ ບໍລິສັດ ວັນລ້າ ທີ່ເຄີຍຢູ່ໃນກຸ່ມດຽວກັນອີກຄັ້ງໜຶ່ງ.

 

ເຊິ່ງຮອບຊີງຊະນະເລີດດໍາເນີນໄປຢ່າງເບີກບານມ່ວນຊືນເປັນທາງການ LN ຂຶ້ນນໍາໄປກ່ອນ 1-0 ກ່ອນທີ່ເຄິ່ງເວລາທີ 2 ບໍລິສັດ ວັນລ້າ ຈະມາໄລ່ຕີສະເໝີເປັນ 1-1 ກ່ອນຈົບການແຂ່ງຂັນຕ້ອງໄປຕັດສິນດ້ວຍການດວນຈຸດໂທດ ເຊິ່ງເປັນທາງການ LN ຄົມກວ່າຍິງເຂົ້າທັງໝົດ 3 ຄົນ, ສ່ວນ ບໍລິສັດ ວັນລ້າ ຍິງຕາມຫຼັງພາດໄປ 1 ຄົນເຮັດໃຫ້ LN ເອົາຊະນະໄປ 3-1 ທັນທີ ຄວ້າແຊັມໄປຄອງ ແລະ ເປັນການປົດລ໊ອກຄວ້າແຊັມລາຍການນີ້ໄດ້ສໍາເລັດ ເພາະຄັ້ງກ່ອນໜ້ານີ້ແມ່ນໄດ້ຮອງແຊັມ.

ໃຫ້ກຽດມອບລາງວັນໂດຍ ທ່ານ ນາງ ສະຈິນດາ ພົມມີໄຊ ປະທານບໍລິສັດ ສະຫວັນມີໄຊ ການຄ້າຈໍາກັດ, ທ່ານ ບຸນທົງ ສີຫາລາດ ເຈົ້າຂອງເດີ່ນ ປະສານໃຈ ແລະ ທ່ານ ແສງເດືອນ ບຸນສິດ ຜູ້ຈັດການຝ່າຍຂາຍ-ການຕະຫຼາດ ບໍລິສັດ ສະຫວັນມີໄຊ ການຄ້າ ໄດ້ມອບລາງວັນໃຫ້ດັ່ງນີ້:
1.ຊະນະເລີດ: ທີມ LN ໄດ້ຮັບຂັນແຊັມ ພ້ອມຫຼຽນລາງວັນ ແລະ ເງິນລາງວັນ 15.000.000 ກີບ
2.ຮອງຊະນະເລີດ: ທີມ ບໍລິສັດ ວັນລ້າ ໄດ້ຮັບຂັນອັນດັບ 2 ພ້ອມຫຼຽນລາງວັນ ແລະ ເງິນລາງວັນ 10.000.000 ກີບ
3.ອັນດັບ 3 ຮ່ວມ: ເລີບຢັງ ແລະ NJ ໄດ້ຮັບຂັນອັນດັບ 3 ພ້ອມຫຼຽນລາງວັນ ແລະ ເງິນລາງວັນ 3 ລ້ານກີບ

ຂະນະທີ່ ລາງວັນດາວຍິງສູງສຸດເປັນຂອງ ທ້າວ ສົງການ ຈາກສະໂມສອນຊອດແຈ້ງ ຍິງໄປທັງໝົດ 10 ປະຕູໄດ້ຮັບເງິນລາງວັນ 700.000 ກີບ.
ຂ່າວ: Larh Creators