ສິລະປະ-ວັນະຄະດີ ນ້ອງນັກຮຽນໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມເປັນຢ່າງດີ

ໃນແຕ່ລະຄໍ່າຄືນນັບແຕ່ວັນທີ 28-30 ກັນຍາ 2024 ທີ່ເດີ່ນກິລາເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດການສະແດງສິລະປະ-ວັນະຄະດີ ຈາກນ້ອງນັກຮຽນໂຮງຮຽນແຫ່ງຕ່າງໆອ້ອມຂ້າງເມືອງ ເພື່ອຊຸກຍູ້ສົ່ງເສີມຂະບວນການຜະລິດກະສິກໍາ-ຫັດຖະກໍາທີ່ເປັນພູມປັນຍາ ທີ່ຕິດພັນກັບມູນເຊື້ອ,ມູນມໍລະດົກ,ຮີດຄອງປະເພນີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າພາຍໃນເມືອງ ໃຫ້ນັບມື້ນັບເຕີບໂຕເຂົ້າສູ່ການຕະຫຼາດ ແລະ ສົ່ງເສີມການທ່ອງທ່ຽວຢ່າງກວ້າງຂວາງ ແລະ ກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມເປັນຢ່າງດີ.
ໃຫ້ກຽດກ່າວເປີດພິທີການສະແດງສິລະປະ-ວັນະຄະດີໃນຄໍ່າຄືນວັນທີ 28 ກັນຍາ 2024 ຢ່າງເປັນທາງການໂດຍແມ່ນທ່ານ ນາງ ລໍາທອງ ຈັນທະແສງ ປະທານແນວລາວສ້າງຊາດເມືອງ ເຊິ່ງທ່ານໄດ້ກ່າວວ່າ: ການສະແດງສິລະປະ-ວັນະຄະດີຂອງຫຼານນ້ອຍ-ນ້ອງນັກຮຽນ ກໍ່ເພື່ອເປັນການສົ່ງເສີມ ແລະ ອະນຸລັກຮັກສາວັດທະນະທໍາປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໄວ້ໃຫ້ຮຸ້ນລູກ ຮຸ້ນຫຼານໄດ້ສືບທອດຕໍ່ໆກັນໄປ,ອີກຢ່າງກໍ່ເພື່ອເປັນການສົ່ງເສີມຜະລິດຕະພັນສິນຄ້າກະສິກໍາ-ຫັດຖະກໍາ ແລະ ການທ່ອງທ່ຽວ ເມືອງ
ເຊິ່ງການສະແດງສິລະປະ-ວັນະຄະດີໃນຄໍ່າຄືນຂອງວັນທີ 28 ກັນຍາ 2024,ປະກອບມີ 5 ໂຮງຮຽນຄື: ໂຮງຮຽນປະຖົມ ທິບພະຈັນ,ມາໃນບົດຟ້ອນຊາວລາວມ່ວນຊື່ນ,ໂຮງຮຽນປະຖົມ ນໍ້າເຜິ້ງ ມາໃນບົດຟ້ອນ ສົ່ງພອນປີໃໝ່ ແລະ ເຕັ້ນລວມໝູ່ຍິງ-ຊາຍ,ໂຮງຮຽນ ປະຖົມ ມະນີວົງໄຊ ມາໃນບົດຟ້ອນ ຟ້ອນສາວເຂັນຝ້າຍ,ໂຮງຮຽນ ມັດທະຍົມຕົ້ນ ເຊໂນ ມາໃນບົດຟ້ອນ ສືບສານ ມໍລະດົກແຄນລາວ,ບົດຟ້ອນ ມໍລະດົກເຄື່ອງປັ້ນດິນເຜົາຊາວລາວສືບໄວ້ ແລະ ໂຮງຮຽນ ມັດທະຍົມສົມບູນ ອຸທຸມພອນ ມາໃນບົດຟ້ອນ ເຊີນທ່ຽວແຂວງສະຫວັນນະເຂດ,ໃຫ້ກຽດມອບຂອງຂວັນລາງວັນແກ່ນ້ອງນ້ອຍນັກຮຽນຄັ້ງນີ້,ໂດຍແມ່ນທ່ານ ນາງ ລໍາທອງ ຈັນທະແສງ ປະທານແນວລາວສ້າງຊາດເມືອງ ມອບໃຫ້ຕົວແທນແຕ່ລະໂຮງຮຽນຢ່າງສົມກຽດ.
ສ່ວນວ່າໃນຄໍ່າຄືນຂອງວັນທີ 29-30 ກັນຍາ 2024,ປະກອບມີ ໂຮງຮຽນ ປະຖົມ ທິດພະຈັນ, ໂຮງຮຽນ ປະຖົມ ຈອມເພັດ, ໂຮງຮຽນ ປະຖົມ ມະນີວົງໄຊ, ໂຮງຮຽນ ມສ ອຸທຸມພອນ, ໂຮງຮຽນ ປະຖົມ ຫວຽດນາມ, ໄຊຍະມຸງຄຸນ,ໂຮງຮຽນ ປະຖົມ ວົງພັນສີ, ໂຮງຮຽນ ມຕ ເຊໂນ, ມສ ພີນ.
ເຂົ້າຮ່ວມຮັບຊົມຄັ້ງນີ້ມີບັນດາທ່ານໃນຄະນະພັກ-ຄະນະປົກຄອງເມືອງ,ມວນຊົນຊາວເມືອງອຸທຸມພອນ,ຕະຫຼອດຮອດພໍ່ແມ່ຜູ້ປົກຄອງເຂົ້າຮ່ວມຊົມ ແລະ ຮ່ວມຊົມເຊຍໃຫ້ກໍາລັງໃຈລູກ, ຫຼານຂອງຕົນເອງຢ່າງຄັບຄາໜາແໜ້ນ %
ນັກຂ່າວເມືອງອຸທຸມພອນ
ບຸນຊູ ພົມມະເທບ