ອົງການພຸດທະສາສະຫນາ ສັມພັນລາວ ແຂວງສະຫວັນນະເຂດ ລົງເຜີຍແຜ່ສິລະທັມ ທີ່ເມືອງຊົນນະບູລີ

ໃນວັນທີ 29 ກັນຍາ 2024 ນີ້ ຄະນະກັມມາທິການ ເຜີຍແຜ່ສິລະທັມ ຈາກອົງການພຸດທະສາສະຫນາ ສັມພັນລາວ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວ ເຜີຍແຜ່ສິລະທັມ ທີ່ວັດພະຈັນລາຍ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໃຫ້ແກ່ອອກຕົນຍາດໂຍມ, ພະນັກງານ, ນ້ອງນ້ອຍເຍົາວະຊົນ-ຊາວຫນຸ່ມ ໃຫ້ກຽດເຜີຍແຜ່ໂດຍ ຍາທ່ານ ສົມບຸນ ສີລິປັນໂຍ ຄະນະທີ່ປຶກສາສູນກາງ ອພສ ປະທານທີ່ປຶກສາ ອພສ ແຂວງ, ຍາທ່ານ ປານ ສຸພັນໂທ ຄະນະກໍາມະການສູນກາງ ອພສ ປະທານ ອພສ ແຂວງ, ພຣະອາຈານ ແກ້ວອຸດອນ ໂຊຕິທໍາໂມ ກໍາມະການສູນກາງ ອພສ ຮອງປະທານ ອພສ ແຂວງ, ມີຄະນະບໍລິຫານງານປະຈຳ ອົງການພຸດທະສາສະຫນາ ສັມພັນລາວ ຂັ້ນແຂວງ, ຍາທ່ານ ສູນທອນ ຊານັນໂທ ຫົວໜ້າກັມມາທິການ ເຜີຍແຜ່ສິລະທັມຂັ້ນເມືອງ ພ້ອມດ້ວຍຄະນະ.
ການລົງເຄື່ອນໄຫວ ເຜີຍແຜ່ ສິລະທັມ ກໍເພື່ອນໍາເອົາຫລັກສິນທັມ ຄໍາສອນ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ, ພິທີ, ສາສະຫນາ ແລະ ການປະຕິບັດຕົນຕໍ່ຜູ້ທີ່ມີພະຄຸນ, ຜູ້ອາວຸໂສ ແລະ ຄູບາ-ອາຈານ ໄປຈັດຕັ້ງຜັນຂະຫຍາຍສູ່ສັງຄົມ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ໃຫ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງ. ນອກນັ້ນ ຍັງເປັນການປົກປັກຮັກສາ ແລະ ເສີມຂະຫຍາຍ ຮີດຄອງ, ປະເພນີ, ສິລະທັມ ແລະ ວັດທະນະທຳອັນດີງາມຂອງຊາດລາວ ໃຫ້ຍືນຍົງ ແລະ ຢູ່ຄຽງຄູ່ກັບປະຊາຊົນຄົນລາວຕະຫລອດໄປ. ເນື້ອໃນທີ່ນຳມາເຜີຍແຜ່ ມີ: ຮູບແບບ, ວິທີການ ແລະ ຂັ້ນຕອນຕ່າງໆ ກ່ຽວກັບການໄຫວ້ພຣະຮັບສິນ, ສາສະຫນາ, ພິທີ-ການກາບ-ໄຫວ້, ທັມມະກ່ຽວກັບສິນ 5, ພຣະຄຸນຂອງພໍ່-ແມ່, ອະບາຍະມຸກທັງ 4. ເຊີ່ງໃນພິທີ ກໍ່ໄດ້ມີການຖາມ-ຕອບ ຄໍາຖາມ ເພື່ອທົບທວນຄວາມຮັບຮູ້ຂອງບັນດາອອກຕົນຍາດໂຍມ ແລະນ້ອງນັກຮຽນ ໃນການຮັບຟັງການເຜີຍແຜ່ສິລະທັມໃນຄັ້ງນີ້.