ຊຳຊຸຸງ ເລືອກຫວຽດນາມ ເປັນຖານຜະລິດຈໍ OLED ແຫ່ງໃໝ່ ຄາດລົງທຶນເກືອບ 2 ຕື້ໂດລາ

ເວັບໄຊ Nikkei ອາຊີ ລາຍງານວ່າ: ບໍລິສັດຊຳຊຸງ ຂອງ ສ.ເກົາຫຼີ ມີແຜນລົງທຶນ 1,8 ຕື້ໂດລາສະຫະລັດ ເພື່ອສ້າງໂຮງງານໃນພາກເໜືອຂອງຫວຽດນາມ ເພື່ອຜະລິດຈໍສະແດງຜົນ OLED ສໍາລັບລົດຍົນ ແລະ ອຸປະກອນເຕັກໂນໂລຊີ.

ໂຮງງານແຫ່ງໃໝ່ທີ່ຜະລິດຈໍສະແດງຜົນ OLED ຫຼື Organic Light Emitting Diode ຈະຕັ້ງຢູ່ເຂດອຸດສາຫະກຳ Yen Phong ແຂວງ ບັກນິງ ທາງທິດຕາເວັນອອກນະຄອນຫຼວງຮ່າໂນ້ຍ ແລະ ໃກ້ກັບໂຮງງານ Samsung Electronics ທີ່ມີຢູ່ແລ້ວ.

ອົງການປົກຄອງແຂວງບັກນິງ ແລະ ບໍລິສັດ Samsung Display ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈສຳລັບໂຄງການດັ່ງກ່າວໃນອາທິດຜ່ານມາ ເຊິ່ງສື່ມວນຊົນທ້ອງຖິ່ນລາຍງານວ່າ ການລົງທຶນດັ່ງກ່າວຈະເພີ່ມການລົງທຶນທັງໝົດຂອງກຸ່ມ Samsung ຢູ່ບັກນິງ ຈາກ 6,5 ຕື້ໂດລາສະຫະລັດ ໃນປັດຈຸບັນເປັນ 8,3 ຕື້ໂດລາສະຫະລັດ.

ໃນທົດສະວັດທີ່ຜ່ານມາ ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສູນການຜະລິດທີ່ດຶງດູດໃຈທີ່ສຸດຂອງບັນດາ ບໍລິສັດເອເລັກໂຕຣນິກ ເຊິ່ງກຸ່ມບໍລິສັດຊຳຊຸງ ໄດ້ສ້າງຕັ້ງໂຮງງານຜະລິດ 6 ແຫ່ງ, ສູນວິໄຈ ແລະ ພັດທະນາ 1 ແຫ່ງ ແລະ ສູນຂາຍ 1 ແຫ່ງ ຢູ່ຫວຽດນາມ ດ້ວຍມູນຄ່າການລົງທຶນສະສົມຫຼາຍເຖິງ 22,4 ຕື້ໂດລາ.

ແຫລ່ງຂ່າວ ເສດຖະກິດການຄ້າ