9 ເດືອນຜ່ານມາ ແຂວງສະຫວັນນະເຂດ ເກັບລາຍຮັບໄດ້ 3,326 ຕື້ກີບ ເທົ່າກັບ 113,70% ຂອງແຜນການປີ

ອີງຕາມຂໍ້ມູນຈາກກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 16 ສະໄໝທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບເຂົ້າງົບປະມານໃນ 9 ເດືອນຕົ້ນປີ 2024 ທົ່ວແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ 3.326 ຕື້ກີບ ເທົ່າກັບ 113,70% ຂອງແຜນການປີທຽບໃສ່ໄລຍະດຽວກັບເພີ່ມຂຶ້ນ 50,33%. ໃນນີ້: ພູດສູນ ກາງປະຕິບັດ 1.353 ຕື້ກີບ, ເທົ່າກັບ 89,19% ຂອງແຜນການປີ, ພູດລາຍຮັບຂອງແຂວງປະຕິບັດໄດ້ 1.973 ຕື້ກີບ, ເທົ່າກັບ 140,12% ຂອງແຜນການປີ; ດ້ານລາຍຈ່າຍສາມາດຈັດຕັ້ງປະຕິບັດລາຍຈ່າຍ 832 ຕື້ກີບ, ເທົ່າ ກັບ 70,37% ຂອງແຜນການປີ; ແຂວງໄດ້ດຸ່ນດ່ຽງງົບປະມານແກ່ສູນກາງຕາມແຜນໃນ 6 ເດືອນຕົ້ນປີ ແລ້ວຈໍານວນ 131 ຕື້ກີບ. ສໍາລັບງວດ III ແມ່ນຈະດຸ່ນດ່ຽງໃຫ້ສູນກາງຈໍານວນ 127 ຕື້ກີບ ແລະ ຄາດຄະເນ 9 ເດືອນຕົ້ນປີສາມາດດຸ່ນດ່ຽງງົບປະມານໃຫ້ສູນກາງໄດ້ 258 ຕື້ກີບ.

ສະເພາະໃນປີ 2024 ແຂວງສະຫວັນນະເຂດ ໄດ້ຮັບອະນຸມັດທຶນທັງໝົດ 171,924 ລ້ານກີບ ນອນໃນ 9 ບ້ວງທຶນ ເຊັ່ນ: ທຶນປົກກະຕິ, ທຶນສົມທົບ, ທຶນເມືອງນອງ, ທຶນພັດທະນາຊົນນະບົດ, ທຶນຕ້ານເຈື່ອນ, ທຶນຟື້ນຟູໄພພິບັດ, ທຶນທາງ, ທຶນຈົດຮັບ-ຈົດຈ່າຍ, ເງິນເກີນແຜນປີ 2023 ແກ້ໄຂໜີ້ສິນ; ມີໂຄງການ ລົງທຶນຂອງລັດມູນຄ່າສູງກວ່າ 20 ຕື້ກີບ, ໄດ້ຮັບທຶນທັງໝົດ 104 ໂຄງການມູນຄ່າ 74,918.43 ລ້ານກີບ, ສາມາດ ຈັດຕັ້ງປະຕິບັດໄດ້ 63 ໂຄງການມູນຄ່າ 54,553.38 ລ້ານກີບເທົ່າກັບ 72,32%; ໂຄງການ ລົງທຶນຂອງລັດມູນຄ່າ 20 ຕື້ກີບລົງມາໄດ້ຮັບທຶນທັງໝົດ 273 ໂຄງການ 36,505.99 ລ້ານກີບ, ສາມາດຈັດ ຕັ້ງປະຕິບັດໄດ້ 103 ໂຄງການມູນຄ່າ 31,095.83 ລ້ານກີບເທົ່າກັບ 85,18%. ສາມາດປະເມີນ ແລະອອກໃບຢັ້ງຢືນຮັບຮອງໂຄງການສະເໜີໃໝ່ທີ່ໄດ້ຮັບຈາກພະແນກພະລັງງານ ແລະ ບໍ່ແຮ່ ແລະ ສານປະຊາຊົນແຂວງຈໍານວນ 2 ໂຄງການ.

ສ່ວນວຽກພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກມາຮອດປັດຈຸບັນທົ່ວແຂວງມີຄອບຄົວພົ້ນທຸກຕາມດໍາລັດ 348/ລບ ທັງໝົດ 153.457 ຄອບຄົວ, ເທົ່າກັບ 87,86%. ໃນນີ້, ສ້າງໃໝ່ໄດ້ 1.917 ຄອບຄົວ; ສ້າງຄອບຄົວພັດທະນາໄດ້ 3.704 ຄອບຄົວ, ລວມຄອບຄົວຄົວພັດທະນາທັງໝົດ 126.045 ຄອບຄົວກວມເອົາ 72,16% ຂອງຈໍານວນຄອບຄົວທົ່ວແຂວງ; ສ້າງບ້ານພົ້ນທຸກ 781 ບ້ານເທົ່າກັບ 75,60% ແລະ ສ້າງບ້ານພັດທະນາ 301 ບ້ານກວມ 29,14% ຂອງຈໍານວນບ້ານໃນທົ່ວແຂວງ.