ສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ IV​

ວັນທີ​ 27​ ກັນຍາ​ 2024, ສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV​ ຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ​ ນາງ​ ອາລີ ວົງໜໍ່ບຸນທໍາ​ ກໍາມະການສູນກາງພັກ​ ປະທານ​ຄະນະບໍລິຫານງານສູນກາງ​ສະຫະພັນແມ່ຍິງ​ລາວ,​ ທ່ານ ໂສມ​ ບຸດຕະກຸນ​ ຄະນະປະຈໍາພັກແຂວງ ຮອງ​ເຈົ້າແຂວງ​ຈໍາປາສັກ​, ທ່ານນາງ ຈັນທະ​ຈອນ​ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ທ່ານ​ນາງ​ ຈັນ​ເທົາ​ ປະຖໍາມະວົງ ທີ່ປຶກສາສະມາຄົມນັກທຸລະກິດແມ່ຍິງລາວ,​ ທ່ານນາງ ເພັດສະໄໝ​ ແສງ​ອາລຸນ​ ປະທານສະມາຄົມນັກທຸລະກິດຍິງ ຊຸດທີ III​. ມີເຈົ້ານະຄອນປາເຊ,​ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ,​ ພັນລະຍາ​ການນໍາແຂວງ,​ ການນໍາຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງແຂວງ, ຄະນະບໍລິຫານງານ,​ ການນໍາ ແລະ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານນາງ ເພັດສະໄໝ​ ແສງ​ອາລຸນ​ ປະທານສະມາຄົມນັກທຸລະກິດແມ່ຍິງແຂວງ ຊຸດທີ III​ ໄດ້ກ່າວເປີດກອງປະຊຸມ.​ ຕໍ່ມາ​ທ່ານ​ ນາງ​ ບຸນເຮືອງ​ ແຄຣໍລິດດັງ​ ຮອງປະທານສະມາຄົມນັກທຸລະກິດແມ່ຍິງແຂວງ ຊຸດທີ III​ ກໍໄດ້ຜ່ານບົດລາຍງານການເຄື່ອນໄຫວນໍາພາ​ - ຊີ້ນໍາວຽກງານ ໃນ 5 ປີຜ່ານມາ​ (2019​ - 2024) ໂດຍຍົກໃຫ້ເຫັນຜົນງານໃນການເຄື່ອນໄຫວນໍາພາ​ - ຊີ້ນໍາວຽກງານໃນໄລຍະຜ່ານມາ; ປັດຈຸບັນສະມາຄົມນັກທຸລະກິດແມ່ຍິງແຂວງມີສະມາຊິກທັງໝົດ 161 ທ່ານ, ມີ 10 ກຸ່ມທຸລະກິດ​ ຄື: ກຸ່ມທຸລະກິດກາເຟ, ການຄ້າຂາອອກ​ - ຂາເຂົ້າ, ກຸ່ມທຸລະກິດໂຮງຮຽນ, ຮ້ານເສີມສວຍ ແລະການຂົນສົ່ງ; ກຸ່ມທຸລະກິດທ່ອງທ່ຽວ,​ ຮ້ານອາຫານ​ ໂຮງແຮມ​ ແລະ​ ເຮືອນພັກ; ກຸ່ມ​ຫັດຖະກໍາ,​ທະນາຄານ,​ ແລກປ່ຽນເງິນຕາ ແລະ​ ນໍ້າມັນເຊື້ອໄຟ; ກຸ່ມກໍ່ສ້າງ, ແຮ່ຊາຍ ແລະ ໂຮງງານ; ກຸ່ມໂຮງພິມ, ໂຮງສີເຂົ້າ, ກະສິກຳ ແລະ​ ເກັບຊື້ຜົນຜະລິດ; ກຸ່ມຊື້ - ຂາຍຄໍາ,​ ເງີນ; ກຸ່ມຂາຍເຄື່ອງສົ່ງ; ກຸ່ມຂາຍຢາ ແລະ​ ກຸ່ມຂາຍເຄື່ອງຍ່ອຍ.​ ສໍາລັບວຽກງານວິຊາສະເພາະດ້ານທຸລະກິດ,​ ຄະນະປະທານສະມາຄົມ​ ໄດ້ເອົາໃຈໃສ່ປູກລະດົມສະມາຊິກຜູ້ເປັນເຈົ້າຂອງກິດຈະການຕ່າງໆ ໃຫ້ມີຄວາມຮັບຜິດຊອບສູງ​ໃນການຄຸ້ມຄອງ ແລະ ດຳເນີນທຸລະກິດ; ຈັດຕັ້ງກຸ່ມສົ່ງເສີມຜະລິດຕະພັນກາຍເປັນສິນຄ້າ ໄດ້ 1 ກຸ່ມ ລວມມີ 10 ຫົວໜ່ວຍ; ທຸລະກິດ​ແມ່ນ​ຍິງແຂວງ ສາມາດເຄື່ອນໄຫວອອກງານຕະຫຼາດນັດ, ເທດສະການອື່ນໆ​ ທັງພາຍໃນແຂວງ ແລະ ຕ່າງປະເທດ, ພ້ອມທັງເຂົ້າຮ່ວມກຸ່ມ ພັດທະນາສົ່ງເສີມຜະລິດຕະພັນຂອງ​ ບໍລິສັດ LAOS BEST; ຈັດພິທີຄັດເລືອກເອົານັກທຸລະກິດແມ່ຍິງແຂວງ ເພື່ອເຂົ້າຮ່ວມແຂ່ງຂັນຊິງລາງວັນເຄືອຄ່າຍຜູ້ປະກອບການແມ່ຍິງດີເດັ່ນຂອງອາຊຽນຢູ່ຕ່າງປະເທດ ມີ 7 ທ່ານ,​ ໃນນັ້ນ​ ໄດ້ຮັບລາງວັນໃນປີ​ 2022​ ມີ​ 1 ທ່ານ,​ ປີ​ 2023​ ມີ​ 3 ທ່ານ​ ແລະ​ ປີ​ 2024​ ມີ​ 3 ທ່ານ.​ ນອກຈາກເຄື່ອນໄຫວວຽກງານວິຊາສະເພາະ, ​ສະມາຄົມນັກທຸລະກິດແມ່ຍິງແຂວງ ຍັງໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ວຽກງານຂະບວນການຕ່າງໆ ລວມມູນຄ່າ 2 ຕື້​ 643 ລ້ານກວ່າກີບ ຕົ້ນຕໍແມ່ນປຸກລະດົມຄະນະບໍລິຫານງານ ແລະ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງ ປະກອບສ່ວນທຶນຮອນຊ່ວຍໄພນໍ້າຖ້ວມຢູ່ແຂວງຈໍາປາສັກ ໃນປີ​ 2019​,​ ປະກອບສ່ວນຕ້ານການລະບາດຂອງພະຍາດໂຄວິດ 19​,​ ຊ່ວຍສ້າງໂຕະ, ຕັ່ງ​ໃຫ້ແກ່ໂຮງຮຽນຄົນພິການ ແລະ​ ຊ່ວຍເຫຼືອການກໍ່ສ້າງໂຮງຮຽນປະຖົມປາກຊ່ອງ ແລະ​ ກິດຈະກໍາ​ອື່ນໆອີກ.​ ພ້ອມນີ້ ຍັງໄດ້ຜ່ານທິດທາງແຜນການ 5 ປີ ຕໍ່ໜ້າ​(2024​ - 2029) ຕື່ມອີກ.​

ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານກົດລະບຽບ ສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ (ສະບັບປັບປຸງ) ມີທັງໝົດ​ 6 ໝວດທີ,​ 28​ ມາດຕາ​ເຊິ່ງໄດ້ກຳນົດຫຼັກການພື້ນຖານກ່ຽວກັບການຈັດຕັ້ງ,ການເຄື່ອນໄຫວ ແລະລະບອບແບບແຜນວິທີເຮັດວຽກຂອງສະມາຄົມນັກທຸລະກິດແມ່ຍິງແຂວງເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຂອງສະມາຄົມ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ໃຫ້ມີຄວາມໂປ່ງໃສ, ເປັນລະບົບ ແລະປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຄົມ ແລະສະມາຊິກສະມາຄົມ.

ຕໍ່ມາ,​ ຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງແຂວງ ຊຸດທີ III​ ກໍໄດ້ຜ່ານບົດສໍາຫຼວດການນໍາພາລວມ ແລະ​ກ່າວລາໜ້າທີ່.​ ຈາກນັ້ນ, ທ່ານ​ນາງ​ ເດືອນສີ​ ສີສຸວົງ ຕາງໜ້າ​ພະແນກພາຍໃນ​ແຂວງ​ ກໍໄດ້ຜ່ານເງື່ອນໄຂມາດຖານເງື່ອນໄຂຂອງບຸກຄະລາກອນທີ່ຈະສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງແຂວງສະໄໝ ທີ IV ພ້ອມທັງປະກາດລາຍຊື່ຜູ້ສະໝັກ ເຊິ່ງມີທັງໝົດ​ 25​ ທ່ານ,​ ໃນນັ້ນ​ ເລືອກເອົາ​ 19 ທ່ານ.​ ຜ່ານຈາກການປ່ອນັດເລືອກຕັ້ງ ແລະ​ ຜົນຂອງກອງປະຊຸມຄັ້ງປະຖົມມະລືກ ເຫັນດີເປັນເອກະພາບເລືອກເອົາ ທ່ານ ນາງ ເພັດສະໄໝ ແສງອາລຸນ ເປັນປະທານ​ສະມາຄົມນັກທຸລະກິດແມ່ຍິງແຂວງ​ຈໍາປາສັກ​ ຊຸດທີ​ IV, ທ່ານ ນາງ ບຸນເຮືອງ ແຄຣໍລິດດັງ, ທ່ານ ນາງ ຂັນທອງ ໄຊຊະນະ, ທ່ານ ນາງ ຈັນທະລັງສີ ປະພັນພານິດ, ທ່ານນາງ ສີອໍາພອນ ອາມາດມົນຕີ,​ ທ່ານ​ ນາງ​ ແສງເດືອນ ແສງອາລຸນ,​ ທ່ານ​ ນາງ​ ຈັນ​ທອນ​ ລັດຕະນະວົງ, ທ່ານ​ ນາງ​ ສອນທິດາ​ ອຸນາພົມ​ ແລະ​ ທ່ານ​ ນາງ​ ປັນຈະລາ​ ທອງມະນິລາ​ ເປັນຮອງປະທານສະມາຄົມ ພ້ອມຄະນະອີກ 10 ທ່ານ.

ໃນກອງປະຊຸມ​ຍັງ​ໄດ້ເລືອກເອົາປະທານ​ ແລະ​ຮອງປະທານ​ກວດກາ​ໂດຍເລືອກເອົາ​ ທ່ານ​ນາງ​ ສົມ​ຄິດ​ ວິຍະເກດ ເປັນປະທານກວດກາ,​ ທ່ານ​ ນາງ​ ຄໍາ​ແພງ​ ແສນ​ປັນຍາ​ ເປັນຮອງ​ປະທານ​ ແລະ​ ຄະນະອີກ​ 3 ທ່ານ.​ ຕໍ່ມາ​ ກໍໄດ້ມອບ​ຊໍ່ດອກໄມ້​ໃຫ້ແກ່ຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກຊຸດໃໝ່,​ ໃຫ້ກຽດ​ມອບໂດຍ​ ທ່ານ​ ນາງ​ ອາລີ ວົງໜໍ່ບຸນທໍາ​ ປະທານ​ຄະນະບໍລິຫານງານສູນກາງ​ສະຫະພັນແມ່ຍິງ​ລາວ.​ ຕອນທ້າຍ​ກອງປະຊຸມ​ ທ່ານ​ ນາງ​ ອາລີ ວົງໜໍ່ບຸນທໍາ​ ແລະ​ ທ່ານ ໂສມ​ ບຸດຕະກຸນ​ ປະທານກອງປະຊຸມກໍໄດ້ຜັດປ່ຽນກັນມີຄໍາເຫັນ​ໂອ້ລົມ​ຊີ້ທິດ​ເຍືອງ​ທາງ​ເພື່ອເປັນບ່ອນອີງໃຫ້ແກ່ຄະນະບໍລິຫານງານສະມາຄົມນັກທຸລະກິດແມ່ຍິງແຂວງ​ຊຸດໃໝ່​ ນໍາໄປໃຊ້ເຂົ້າໃນການນໍາພາ -​ ຊີ້ນໍາ​ວຽກງານ​ ໃຫ້ມີ​ຜົນສໍາເລັດ​ໃໝ່​ໃຫຍ່ຫຼວງ​ກວ່າເກົ່າ.
ຂ່າວ-ພາບ: ທູນທອງໃຈ