ໃນວັນທີ 27 ກັນຍາ ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 79 ທີ່ ນິວຢອກ ສ ອາເມຣິກາ ຊຶ່ງມີເນື້ອໃນຄືດັ່ງລຸ່ມນີ້:
ໃນປັດຈຸບັນ, ວົງຄະນາຍາດສາກົນພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ທີ່ເກີດຂຶ້ນຢູ່ໃນພາກພື້ນຕ່າງໆຂອງໂລກ ເປັນຕົ້ນແມ່ນຄວາມເຄັ່ງຕຶງດ້ານພູມສາດການເມືອງ, ການປະທະກັນດ້ວຍກໍາລັງອາວຸດ, ວິກິດການດ້ານເສດຖະກິດ ແລະ ການເງິນ, ໄພພິບັດທໍາມະຊາດເກີດຂຶ້ນຢ່າງລຽນຕິດ ເເລະ ມີຄວາມຮຸນແຮງຫຼາຍຂຶ້ນ ອັນເກີດຈາກການປ່ຽນແປງຂອງດິນຟ້າອາກາດ, ຄວາມທຸກຍາກທີ່ເພີ່ມຂຶ້ນ ແລະ ຄວາມບໍ່ສະຫງົບທາງສັງຄົມ ທີ່ພວມແຜ່ລາມໃນທົ່ວໂລກ ແລະ ອື່ນໆ. ທັງໝົດເຫຼົ່ານີ້, ໄດ້ສືບຕໍ່ເປັນໄພຂົ່ມຂູ່ຕໍ່ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງສາກົນ. ພ້ອມທັງເປັນອຸປະສັກ ກີດຂວາງການພັດທະນາຂອງບັນດາປະເທດ, ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ບໍ່ສາມາດບັນລຸໄດ້ຕາມຄາດໝາຍ ພ້ອມທັງຍັງເຮັດໃຫ້ສະພາບເສດຖະກິດ ແລະ ການເງິນຂອງຫຼາຍປະເທດ ທີ່ຍັງບໍ່ທັນຟື້ນຕົວຈາກຜົນກະທົບຂອງການລະບາດຂອງ ພະຍາດໂຄວິດ-19 ສືບຕໍ່ໄດ້ຮັບຜົນກະທົບຮຸນແຮງກວ່າເກົ່າ. ບັນດາປະເທດສະມາຊິກອົງການສະຫະປະຊາຊາດ ໄດ້ມີຄວາມພະຍາຍາມ ເພື່ອເພີ່ມທະວີການຮ່ວມມື ທັງໃນຂອບຫຼາຍຝ່າຍ ໂດຍຜ່ານກົນໄກພາກພື້ນຕ່າງໆ ເພື່ອພ້ອມກັນແກ້ໄຂບັນຫາເຄັ່ງຮ້ອນຕ່າງໆທີ່ພວມເກີດຂຶ້ນ, ແນໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາສັນຕິພາບ ທີ່ເປັນພື້ນຖານຈໍາເປັນທີ່ສຸດ ແກ່ການພັດທະນາແບບຍືນຍົງ.
ຕໍ່ກັບສະພາບຄວາມຄັດແຍ່ງທີ່ເກີດຂຶ້ນໃນລະດັບສາກົນ, ສປປ ລາວ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ການປະທະກັນດ້ານອາວຸດ ທີ່ມີທ່າອ່ຽງຈະແຜ່ລາມໃນພາກພື້ນຕາເວັນອອກກາງ ແລະ ຂົງເຂດອື່ນໆ ອັນນຳໄປສູ່ວິກິດການດ້ານມະນຸດສະທໍາຕໍ່ປະຊາຊົນຜູ້ບໍລິສຸດ ຊຶ່ງເຫັນວ່າວິທີທາງດຽວທີ່ຈະສາມາດຮ່ວມກັນແກ້ໄຂຂໍ້ຂັດແຍ່ງໃນທຸກລະດັບ ແລະ ນໍາໄປສູ່ສັນຕິພາບແບບຍືນຍົງ ແມ່ນເລີ່ມຕົ້ນຈາກການສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໄປຄຽງຄູ່ກັບການເຈລະຈາທາງການທູດ ບົນພື້ນຖານການເຄົາລົບອໍານາດອະທິປະໄຕ ແລະ ຢຶດໝັ້ນຕໍ່ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດອົງການສະຫະປະຊາຊາດ ລວມທັງການສືບຕໍ່ເພີ່ມທະວີການຮ່ວມມືເພື່ອການພັດທະນາ ແລະ ການເປັນຄູ່ຮ່ວມສາກົນເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ວາລະ 2030 ເພື່ອການພັດທະນາແບບຍືນຍົງ ກໍຄືຜົນຂອງກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ທີ່ຜູ້ນຳໂລກຫາກໍໄດ້ຮັບຮອງເອົາ ບົນພື້ນຖານການສົ່ງເສີມຂອບການຮ່ວມມືຫຼາຍຝ່າຍ ທີ່ມີອົງການສະຫະປະຊາຊາດ ເປັນໃຈກາງ ເພື່ອໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວົງຄະນາຍາດສາກົນ ໄດ້ຢ່າງແທດເໝາະ ແລະ ທັນການ.
ໃນໂອກາດດັ່ງກ່າວນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ທີ່ປະຊຸມຊາບວ່າ ໃນປີ 2024 ນີ້ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 3 ແລະ ໄດ້ກຳນົດຄຳຂວັນສຳລັບການເປັນປະທານອາຊຽນ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແນໃສ່ ສ້າງອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນ ໂດຍຜ່ານການຈັດຕັ້ງປະຕິບັດບັນດາບຸລິມະສິດອາຊຽນ 2024 ແລະ ບັນດາຂໍ້ລິເລີ່ມຕ່າງໆ. ຄໍາຂວັນ ດັ່ງກ່າວແມ່ນສອດຄ່ອງກັບນະໂຍບາຍຂອງ ສປປ ລາວໃນການຫັນປະເທດ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ເປັນປະເທດເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍລວມຂອງອາຊຽນໃນການສ້າງອາຊຽນ ໃຫ້ເປັນພາກພື້ນທີ່ມີການເຊື່ອມໂຍງ -ເຊື່ອມຈອດ ແລະ ມີຄວາມເຂັ້ມແຂງ ເພື່ອສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິພາບ ແລະ ທັນການ ໃນທ່າມກາງສະພາບການຂອງພາກພື້ນ ແລະ ຂອງໂລກທີ່ຍັງສືບຕໍ່ ປະເຊີນກັບສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ, ທັງປະກອບສ່ວນເຂົ້າໃນພາລະກິດລວມຂອງວົງຄະນາຍາດສາກົນ ໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ກໍຄືການພັດທະນາທີ່ຍືນຍົງໃນພາກພື້ນ ແລະ ໃນໂລກ.
ສິ່ງສຳຄັນ, ປີນີ້ ອາຊຽນ ກຳລັງສຸມໃສ່ສ້າງ ແຜນຍຸດທະສາດ ໃນແຕ່ລະດ້ານກໍຄືວິໄສທັດປະຊາຄົມອາຊຽນ 2045 ແນໃສ່ສ້າງອາຊຽນໃຫ້ເປັນ ປະຊາຄົມທີ່ມີຄວາມເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ຖືເອົາປະຊາຊົນເປັນໃຈກາງ ກໍຄືການຈັດຕັ້ງປະຕິບັດ ວາລະແຫ່ງການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ. ນອກຈາກນີ້, ອາຊຽນຈະສືບຕໍ່ເລັ່ງລັດຂະບວນການເພື່ອຮັບເອົາຕີມໍແລັດສະເຕເຂົ້າເປັນສະມາຊິກສົມບູນຂອງອາຊຽນໃນອະນາຄົດອັນໃກ້ນີ້.
ສປປ ລາວ ສືບຕໍ່ມີຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແນໃສ່ການພັດທະນາເສດຖະກິດ-ສັງຄົມ ຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ການຫຼຸດຜ່ອນຄວາມທຸກຍາກ. ໃນເດືອນກໍລະກົດທີ່ຜ່ານມາ, ສປປ ລາວ ໄດ້ນຳສະເໜີບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 3 ຕໍ່ກອງປະຊຸມເວທີການເມືອງລະດັບສູງ ປະຈໍາປີ 2024 ຊຶ່ງໄດ້ຍົກໃຫ້ເຫັນວ່າ ຄວາມຄືບໜ້າຂອງພວກເຮົາ ຍັງມີຄວາມຊັກຊ້າຫຼາຍ ແລະ ຍັງບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້. ໃນນັ້ນ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 “ເພື່ອຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ເປັນເປົ້າໝາຍໜຶ່ງທີ່ມີຄວາມຄືບໜ້າໃນຫຼາຍລະດັບ ແຕ່ເຖິງຢ່າງໃດກໍຕາມ ບັນຫາດັ່ງກ່າວ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນລາວ ແລະ ໄດ້ກີດຂວາງການພັດທະນາປະເທດຊາດ ຊຶ່ງ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອແກ້ໄຂບັນຫາທີ່ຍືດເຍື້ອຍາວນານ ແລະ ທ້າທາຍນີ້ ຕາມສົນທິສັນຍາສາກົນ ວ່າດ້ວຍລະເບີດລູກຫວ່ານ. ອີກອຸປະສັກໜຶ່ງທີ່ໄດ້ສ້າງຄວາມກີດຂວາງ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ ແມ່ນການສະໜອງທຶນທີ່ບໍ່ພຽງພໍ ຊຶ່ງມີຄວາມຈຳເປັນຕ້ອງປະຕິຮູບໂຄງສ້າງທາງດ້ານການເງິນສາກົນຢ່າງຮີບດ່ວນ ໂດຍການປະສານສົມທົບກັນຂອງ ລະບົບການພັດທະນາຂອງອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ ແລະ ສະຖາບັນການເງິນສາກົນ, ພ້ອມທັງ ສົ່ງເສີມບົດບາດການມີສ່ວນຮ່ວມຂອງບັນດາປະເທດກຳລັງພັດທະນາ ເຂົ້າໃນຂະບວນການຕັດສິນບັນຫາເສດຖະກິດສາກົນ, ການກຳນົດລະບຽບການ ແລະ ການຄຸ້ມຄອງເສດຖະກິດສາກົນ.
ປັດໄຈໜຶ່ງທີ່ສຳຄັນ ສາມາດເລັ່ງລັດການພັດທະນາຂອງປະເທດ ແມ່ນບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ ແລະ ນະວັດຕະກໍາ ເພື່ອສົ່ງເສີມການເຕີບໂຕສີຂຽວ ແລະ ຫັນສູ່ເສດຖະກິດດີຈີຕອນ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການລົງທຶນເຂົ້າໃນການດູດຊຶມ ແລະ ກັກເກັບກາກບອນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ອຳນວຍຄວາມສະດວກໃນການເຂົ້າເຖິງ ແລະ ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳທີ່ເໝາະສົມ ເພື່ອຊຸກດັນຍູ້ແຮງການພັດທະນາແບບກ້າວກະໂດດ ລວມທັງສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດ ແລະ ວິໄສທັດ ເພື່ອການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ.
ອີກປັດໄຈຕັດສິນອີກອັນໜຶ່ງແມ່ນຊັບພະຍາກອນມະນຸດ. ປັດຈຸບັນ, ປະຊາກອນເກືອບໜຶ່ງສ່ວນສາມຂອງຈໍານວນປະຊາກອນ ຂອງ ສປປ ລາວ ຢູ່ໃນເກນອາຍຸ 10 ຫາ 24 ປີ, ເຮັດໃຫ້ ສປປ ລາວ ເປັນປະເທດທີ່ມີປະຊາກອນໜຸ່ມຫຼາຍທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຕົວເລກດັ່ງກ່າວ ຈະສືບຕໍ່ເພີ່ມຂຶ້ນຕະຫຼອດໄລຍະເວລາ 10 ປີ ໃນຕໍ່ໜ້າ. ໃນຂະນະດຽວກັນ ປະຊາກອນໃນໄວເຮັດວຽກຄາດວ່າຈະເພີ່ມຂຶ້ນເປັນປະມານ 67% ຂອງປະຊາກອນທັງໝົດໃນປີ 2030. ລັດຖະບານລາວ ໄດ້ພະຍາຍາມລົງທຶນເຂົ້າໃນການພັດທະນາຊັບສິນດ້ານມະນຸດຂອງຕົນ ເພື່ອສ້າງຜົນປະໂຫຍດຈາກໂຄງປະກອບດ້ານປະຊາກອນ. ໃນນັ້ນ, ລັດຖະບານ ລາວ ໄດ້ຈັດກອງປະຊຸມສຸດຍອດວ່າດ້ວຍຊັບສິນດ້ານມະນຸດຂອງ ສປປ ລາວ ຄັ້ງທີ 1 ກ່ຽວກັບ ການສຶກສາ ໃນປີ 2023 ແລະ ຄັ້ງທີ 2 ກ່ຽວກັບ ໂພຊະນາການ ໃນກາງປີ 2024 ທີ່ຜ່ານມາ ເພື່ອແນໃສ່ຍົກລະດັບຄຸນນະພາບການສຶກສາ, ການດູແລສຸຂະພາບຂັ້ນພື້ນຖານ ແລະ ໂພຊະນາການ ຂອງພົນລະເມືອງລາວ.
ສຳລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026. ຈາກການປະເມີນຮອບວຽນສາມປີຂອງ ຄະນະກໍາມະການດ້ານນະໂຍບາຍການພັດທະນາຂອງ ອົງການສະຫະປະຊາຊາດ ໃນປີ 2024, ສປປ ລາວ ຍັງສືບຕໍ່ຜ່ານເກນມາດຖານໄດ້ທັງ 3 ຕົວຊີ້ວັດເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2026, ຊຶ່ງເຫັນວ່າຍັງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ສຸມທຸກກຳລັງແຮງ ແລະ ຄວາມພະຍາຍາມຂອງຕົນປະເຊີນໜ້າກັບສິ່ງທ້າທາຍຈາກພາຍນອກ ແລະ ແກ້ໄຂ ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ ຕ່າງໆຢູ່ພາຍໃນປະເທດ ແລະ ໄພພິບັດທາງທຳມະຊາດ ລວມທັງໄພນ້ຳຖ້ວມທີ່ເກີດຂຶ້ນໃນປັດຈຸບັນ, ສືບຕໍ່ຮ່ວມມືກັບອົງການສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອເຮັດໃຫ້ ສປປ ລາວ ສາມາດຜ່ານຜ່າອຸປະສັກຕ່າງໆ ແລະ ສືບຕໍ່ພັດທະນາປະເທດໃນຈັງຫວະທີ່ດີ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ ສະເເດງຄວາມຊົມເຊີຍ ຜົນສໍາເລັດຂອງ ກອງປະຊຸມສຸດຍອດ ວ່າດ້ວຍອະນາຄົດ ຊຶ່ງເຫັນໄດ້ການຢໍ້າຄືນຄວາມໝາຍໝັ້ນອັນແຮງກ້າຂອງບັນດາຜູ້ນຳໂລກ ເພື່ອສະໜັບສະໜູນຂອບການຮ່ວມມືຫຼາຍຝ່າຍ, ການປົກປັກຮັກສາສັນຕິພາບ ແລະ ສົ່ງເສີມການຮ່ວມມືສາກົນ ເພື່ອການພັດທະນາແບບຍືນຍົງ ໂດຍຜ່ານການຮັບຮອງເອົາ “ຂໍ້ຕົກລົງເພື່ອອະນາຄົດ” ແນໃສ່ແກ້ໄຂບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນໃນໂລກ ແລະ ສ້າງອະນາຄົດທີ່ດີກວ່າເພື່ອຄົນຮຸ່ນຫຼັງ. ນອກນັ້ນ, ສປປ ລາວ ຍັງໄດ້ຮັບຮອງເອົາຍຸດທະສາດແຫ່ງຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ຢືນຢັນຄໍາໝາຍໝັ້ນປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມລະດັບສູງວ່າດ້ວຍການແກ້ໄຂໄພຂົ່ມຂູ່ຈາກລະດັບນໍ້າທະເລທີ່ເພີ້ມສູງຂຶ້ນໃນວັນທີ 25 ກັນຍາ ຜ່ານມາ. ເຖິງແມ່ນວ່າ ສປປ ລາວ ຈະບໍ່ມີຊາຍແດນຕິດກັບທະເລ ແຕ່ກໍພ້ອມສະເໝີທີ່ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມ ໃນການປົກປັກຮັກສາສິ່ງແວດລ້ອມ ພ້ອມທັງຮຽກຮ້ອງໃຫ້ສະໜັບສະໜູນບັນດາມາດຕະການເພື່ອເພີ່ມຄວາມສາມາດໃນການປັບຕົວ ແລະ ສ້າງຄວາມເຂັ້ມແຂງເພື່ອຮັບມືໃນຕໍ່ໜ້າ.
ສປປ ລາວ ຈະສືບຕໍ່ຍົກສູງການຮ່ວມມືກັບບັນດາປະເທດສະມາຊິກອົງການ ສະຫະປະຊາຊາດ ແລະ ບັນດາປະເທດໃນພາກພື້ນ ເພື່ອປະກອບສ່ວນເຂົ້າໃນພາລະກິດຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ກໍຄືສົ່ງເສີມຄວາມວັດທະນາຖາວອນ ຂອງບັນດາປະຊາຊາດໃນໂລກ ລວມທັງການສືບຕໍ່ຜ່ານຜ່າບັນດາສິ່ງທ້າທາຍ ເພື່ອສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍສຳລັບອະນາຄົດທີ່ສົດໃສຂອງຄົນຮຸ່ນປັດຈຸບັນ ແລະ ຄົນຮຸ່ນໃໝ່.
ສໍາລັບການເຄື່ອນໄຫວຂອງຄະນະຜູ້ແທນທາງການອື່ນໆ ໃນວັນທີ 27 ມີດັ່ງນີ້ຄື: ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານອາຊຽນໄດ້ເຂົ້າຮ່ວມ ແລະ ກ່າວເປີດໃນກອງປະຊຸມປິ່ນອ້ອມ ພາຍໃຕ້ຫົວຂໍ້ “ການຮຽນຮູ້ຈາກອາຊຽນ: ການບັນລຸເປົ້າໝາຍການພັດທະນາເເບບຍືນຍົງ ໃຫ້ແກ່ທຸກຄົນ ໂດຍບໍ່ປະລະແມ່ຍິງ ແລະ ເດັກຍິງ”.
ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມກ່ຽວກັບການປົກປັກຮັກສາ ແລະ ຟື້ນຟູແມ່ນ້ຳໃນທົ່ວໂລກ ຈັດໂດຍ ສະຫະນະຄອນ ເອມິີຣັດ ອາຣັບ.
ນອກນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີລັດຖະມົນຕີກຸ່ມ 77 ແລະ ຈີນ, ໂດຍການເປັນປະທານຂອງ ອູການດາ, ພາຍໃຕ້ຫົວຂໍ້ ການຮັບມືກັບບັນຫາທາງດ້ານການເງິນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໂດຍບໍ່ປະປ່ອຍປະເທດໃດໜຶ່ງໄວ້ຢູ່ທາງຫຼັງໃນພາກເຊົ້າ. ພ້ອມທັງ, ເຂົ້າຮ່ວມກອງປະຊຸມລັດຖະມົນຕີອາຊຽນ ແລະ ອົງການຮ່ວມມືດ້ານເສດຖະກິດ ໃນພາກບ່າຍຂອງວັນດຽວກັນ.
(ຂ່າວ-ພາບ: ກຕທ)