ຊີມັງອຸດົມໄຊຈຽງເກີ ເນັ້ນການຜະລິດຄຸນນະພາບ ແລະສ້າງວຽກເຮັດ

ໂຮງງານຜະລິດຊີມັງ ອຸດົມໄຊ ຈຽງເກີ ແມ່ນໂຄງການໜຶ່ງແລວໜຶ່ງເສັ້ນທາງທີ່ສຳຄັນໂດຍການຈັດຕັ້ງປະຕິບັດກິດຈະການຂອງບໍລິສັດ ຊີມັງອຸດົມໄຊ ຈຽງເກີ ຈຳກັດຜູ້ດຽວ ເຊິ່ງເປັນໂຮງງານຜະລິດຊີມັງແຫ່ງທຳອິດ ຂອງແຂວງ ອຸດົມໄຊ, ເປັນໂຮງງານຜະລິດຊີມັງທີ່ມີການກໍ່ສ້າງ, ຕິດຕັ້ງດ້ວຍເຄື່ອງຈັກທັນສະໄໝ, ເຕັກໂນໂລຊີການຜະລິດທັນສະໄໝ,ເປັນໂຮງງານຂະໜາດໃຫຍ່ທີ່ມີກຳລັງການຜະລິດພຽງພໍ ແລະສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫລາດທັງປະລິມານ ແລະຄຸນນະພາບ.

ທ່ານ ໂຈເຫຼີ້ຍ ຜູ້ປະຈຳການ ຮອງຜູ້ຈັດການບໍລິສັດຊີມັງ ອຸດົມໄຊຈຽງເກີຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວສະຖານີວິທະຍຸ-ໂທລະພາບແຂວງອຸດົມໄຊວ່າ: ບໍລິສັດ ຊີມັງອຸດົມໄຊຈຽງເກີ ຈໍາກັດຜູ້ດຽວ ແມ່ນສາຂາຂອງບໍລິສັດ ຊີມັງກຸ່ຍໂຈຈຽງເກີ ຈໍາກັດໃນ ກຸ່ມບໍລິສັດຢົງຟູກຸ່ຍ ເປັນຜູ້ລົງທຶນທັງໝົດ, ແມ່ນໂຄງການທີ່ສໍາຄັນຂອງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ສປຈີນ. ໂຮງງານຕັ້ງຢູ່ບ້ານນາທົ່ງ ເມືອງນາໝໍ້ ແຂວງອຸດົມໄຊ, ໃກ້ກັບເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງເລກທີ່ 13 ເໜືອຮອດໃຕ້, ຫ່າງຈາກດ່ານບໍ່ຫ່ານຈີນ 50 ກິໂລແມັດ. ບໍລິສັດໄດ້ລົງທຶນ ທັງໝົດ 2,040 ຕື້ກີບ, ສາມາດຜະລິດຊີມັງໄດ້ 2,000,000 ໂຕນ/ປີ.

ໂຮງງານແມ່ນນໍາໃຊ້ເຄື່ອງຈັກອຸປະກອນ ແລະເຕັກໂນໂລຢີ ທີ່ທັນສະໄໝທີ່ສຸດ, ຄະນະບໍລິຫານງານ ແລະ ພະນັກງານເຕັກນິກວິຊາການ ແມ່ນມາຈາກບໍລິສັດ ຊີມັງກຸ່ຍໂຈຈຽງເກີ ຈໍາກັດ ທີ່ທໍາການຜະລິດຊີມັງຄຸນນະພາບສູງພິເສດ ແລະ ຊີມັງປອດແລນ ເພື່ອຮັບໃຊ້ທາງແລ່ນໃນສະໜາມບີນ ແລະ ເຂື່ອນໄຟຟ້ານໍ້າຕົກຕ່າງໆ. ນໍາໃຊ້ ແລະ ຄຸ້ມຄອງຄຸນນະພາບມາດຕະຖານສາກົນ, ຜະລິດຕະພັນ ທຸກປະເພດເໝາະສົມນໍາໃຊ້ເຂົ້າໃນການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ, ເສັ້ນທາງດ່ວນ, ເຂື່ອນໄຟຟ້ານໍ້າຕົກ, ທາງແລ່ນໃນສະໜາມບີນ, ຂົວ, ອຸໂມງ, ກໍ່ສ້າງອາຄານ ແລະ ອື່ນໆ. ຍຶດໝັ້ນຈິດສໍານືກ “ຄວາມສາມັກຄີ ເພື່ອຄວາມສໍາເລັດ” ແລະ ຍຶດໝັ້ນ “ເອົາຄວາມຈິງໃຈເປັນຫຼັກ ເພື່ອຊະນະພ້ອມກັນ” ຂອງກຸ່ມບໍລິສັດແມ່ເປັນແກ່ນສານ, ອາໄສຜະລິດຕະພັນຄຸນນະພາບ, ກຽດຕິຄຸນທີ່ດີ ແລະ ການບໍລິການທີ່ໃກ້ຊິດ ຈົນໄດ້ຮັບຮອງຄວາມເຊື່ອໝັ້ນຂອງລູກຄ້າ ແລະ ຜູ້ນໍາໃຊ້ຢ່າງກ້ວາງຂວາງ. ຜະລິດຕະພັນ “ຍີ່ຫໍ້ຈຽງເກີ” ຂອງບໍລິສັດຈໍາໜ່າຍເຂົ້າສູ່ຕະຫຼາດ ພາໃຫ້ພາກເໜືອ ສປປ ລາວ ບໍ່ໄດ້ອາໄສການນໍາເຂົ້າຊີມັງ, ພ້ອມດຽວກັນນັ້ນ ກໍໄດ້ສົ່ງອອກຊີມັງສູ່ປະເທດໄທ, ປະເທດຫວຽດນາມ, ປະເທດຈີນ ແລະ ມຽນມາ.

ໂຮງງານຊີມັງອຸດົມໄຊ ຈຽງເກີ ແມ່ນເນັ້ນສ້າງຄຸນນະພາບ ຜະລິດຕະພັນຊີມັງມີຄຸນນະພາບສູງ, ຄຸນນະພາບໝັ້ນຄົງ ແລະຂອບເຂດການຈຳໜ່າຍກວ້າງຂວາງ, ລາຄາເໝາະສົມ.

ປະຈຸບັນຜະລິດຕະພັນຂອງໂຮງງານມີ 3 ປະເພດຄື ຊີມັງP.I52.5, ຊີມັງ P.O42.5 ແລະ ຊີມັງປະສົມ M32.5. ນໍາໃຊ້ເຂົ້າໃນການກໍ່ສ້າງໂຄງການທີ່ສໍາຄັນເຊັ່ນ: ເຂື່ອນໄຟຟ້ານໍ້າຕົກ, ໂຄງການຊົນລະປະທານ, ທາງແລ່ນໃນສະໜາມບິນ, ທາງດ່ວນ, ເສັ້ນທາງລົດໄຟຄວາມໄວສູງ ແລະວິສາວະກຳຄົມມະນາຄົມ, ໂຄງການຂະໜາດໃຫຍ່ ແລະ ໂຄງການອື່ນໆ ຂອງປະຊາຊົນ. ບໍລິສັດ ຊີມັງ ອຸດົມໄຊຈຽງເກີຈຳກັດຜູ້ດຽວໄດ້ສ້າງວຽກເຮັດງານທຳໃຫ້ຄົນລາວ ໂດຍການຮັບພະນັກງານທີ່ເປັນຄົນລາວ, ເຮັດໃຫ້ພະນັກງານຄົນລາວມີລາຍຮັບທີ່ໝັ້ນຄົງ ແລະ ແນ່ນອນ ປະຈຸບັນມີພະນັກງານວິຊາການແລະ ກຳມະກອນ ທັງໝົດ 145 ຄົນໃນນີ້ ເປັນຄົນລາວ 115 ຄົນ ໂດຍມີນະໂຍບາຍທີ່ສູງ, ມີທີພັກ ແລະ ອາຫານໃຫ້ຟີ, ນອກຈາກນັ້ນຍັງມີການສຶກສາຮ່າຮຽນ, ເຝິກອົບຮົມໃຫ້ພະນັກງານມີໂອກາດເລື່ອນຊັ້ນເລື່ອນຕຳແໜ່ງ.

ວິໄສທັດຂອງ ບໍລິສັດ ຊີມັງອຸດົມໄຊຈຽງເກີ ຈໍາກັດຜູ້ດຽວ: ໃຫ້ກາຍເປັນວິສາຫະກິດທີ່ສາມາດແຂ່ງ ຂັນໄດ້ດີທີ່ສຸດ ແລະມີຈິດໃຈຮັບຜິດຊອບຕໍ່ສັງຄົມ. ພະຍາຍາມຍຶດຖືຍຸດທະສາດແບບແຜນທ້ອງຖິ່ນ, ສ້າງໂອກາດໃຫ້ມີວຽກເຮັດງານທໍາໃຫ້ແກ່ທ້ອງຖິ່ນຢ່າງມະຫາສານ ແລະ ບໍາລຸງສ້າງພະນັກງານທ້ອງຖິ່ນລາວຢ່າງ ແໜ້ນແຟ້ນ. ພ້ອມດຽວກັນນັ້ນ, ບໍລິສັດໄດ້ເຂົ້າຮ່ວມການພັດທະນາເສດຖະກິດສັງຄົມລາວຢ່າງຮອບດ້ານ, ຫຼາຍປີຜ່ານມາໄດ້ອຸປະຖໍາຕ້ານໂຄວິດ, ອຸປະຖໍາຊ່ວຍການສຶກສາ, ຕ້ານໄພນໍ້າຖ້ວມ, ກໍ່ສ້າງພື້ນຖານໂຄງລາງ ແລະດ້ານອື່ນໆ ໄດ້ອຸປະຖໍາຊ່ວຍເຫຼືອສັງຄົມລາວບັນລຸເຖິງ 10 ຕື້ກວ່າກີບ ເພື່ອອຸທິດປະກອບສ່ວນໃນການພັດທະນາສັງຄົມລາວ.

ຄວາມຫວັງໃນອະນາຄົດ, ບໍລິສັດອາໄສທ່າແຮງຂອງຕົນ, ເພື່ອການພັດທະນາດ້ວຍຄຸນນະພາບສູງຢ່າງຕໍ່ເນື່ອງໃຫ້ເປັນຈິງ ເພື່ອສ້າງສາປະເທດລາວໃຫ້ເຕັມໄປດ້ວຍເຮືອນຊານບ້ານຊອງທີ່ສວຍສົດງົດງາມ, ໃຫ້ກາຍເປັນວິສາຫະກິດທີ່ສາມາດແຂ່ງຂັນໄດ້ດີທີ່ສຸດ ແລະມີຈິດໃຈຮັບຜິດຊອບຕໍ່ສັງຄົມ ໃນລະດັບສາກົນຂອງຍຸກປະຈຸບັນນີ້.

ໂດຍ: ແສງອາທິດ